Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 8:14 - ພຣະຄຳພີສັກສິ

14 ເພິ່ນ​ຈະ​ຢຶດເອົາ​ນາ​ທົ່ງ​ດີທີ່ສຸດ​ຂອງ​ພວກເຈົ້າ ພ້ອມ​ທັງ​ສວນອະງຸ່ນ​ແລະ​ສວນ​ໝາກກອກເທດ​ຂອງ​ພວກເຈົ້າ ໄປ​ໃຫ້​ພວກ​ຂ້າຣາຊການ​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 8:14
7 Jak'a apnaqawi uñst'ayäwi  

ຈົ່ງ​ບອກ​ລາວ​ວ່າ, ອັນນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວ: ‘ຫລັງຈາກ​ຂ້າ​ຊາຍ​ຜູ້ນີ້​ແລ້ວ ເຈົ້າ​ຍັງ​ຈະ​ຢຶດ​ຊັບສິນ​ຂອງ​ລາວ​ອີກ​ຊັ້ນບໍ?’ ພຣະເຈົ້າຢາເວ​ຍັງ​ກ່າວ​ອີກ​ວ່າ, ‘ຝູງ​ໝາ​ໄດ້​ເລຍ​ເລືອດ​ຂອງ​ນາໂບດ​ຢູ່​ບ່ອນໃດ ຝູງ​ໝາ​ກໍ​ຈະ​ເລຍ​ເລືອດ​ຂອງເຈົ້າ​ຢູ່​ບ່ອນ​ນັ້ນ​ເຊັ່ນດຽວ​ກັນ.”’


ມື້ໜຶ່ງ ກະສັດ​ອາຮາບ​ໄດ້​ກ່າວ​ຕໍ່​ນາໂບດ​ວ່າ, “ເອົາ​ສວນອະງຸ່ນ​ຂອງ​ເຈົ້າ​ໃຫ້​ເຮົາ​ສາ ເພາະ​ມັນ​ຕິດ​ກັບ​ວັງ​ຂອງເຮົາ ແລະ​ເຮົາ​ຈະ​ໃຊ້​ດິນ​ຕອນນີ້​ເຮັດ​ເປັນ​ສວນ​ຜັກ. ເຮົາ​ຈະ​ເອົາ​ສວນອະງຸ່ນ​ທີ່​ດີກວ່າ​ນີ້​ປ່ຽນ​ກັບ​ເຈົ້າ ຫລື​ຖ້າ​ເຈົ້າ​ຍິນດີ​ຂາຍ ເຮົາ​ກໍ​ຈະ​ຈ່າຍ​ເງິນ​ໃຫ້​ເຈົ້າ​ໃນ​ລາຄາ​ທີ່​ດີ.”


ນາງ​ເຢເຊເບນ​ຕອບ​ວ່າ, “ອ້າຍ​ເປັນ​ກະສັດ​ບໍ່ແມ່ນ​ບໍ? ລຸກ​ຂຶ້ນ​ຈາກ​ຕຽງ​ດຽວນີ້ ເຮັດ​ໃຫ້​ໃຈ​ສະບາຍ​ແລະ​ກິນ​ເຂົ້າ​ສາ. ນ້ອງ​ຈະ​ເອົາ​ສວນອະງຸ່ນ​ຂອງ​ນາໂບດ​ຊາວ​ຢິດຊະເຣນ​ໃຫ້​ອ້າຍ​ດອກ.”


ເຈົ້າຊາຍ​ຜູ້ປົກຄອງ​ຈະ​ຕ້ອງ​ບໍ່​ຢຶດເອົາ​ຊັບສົມບັດ​ຢ່າງ​ໃດໆ​ຂອງ​ປະຊາຊົນ. ທີ່ດິນ​ທຸກ​ຕອນ​ຊຶ່ງ​ເພິ່ນ​ມອບ​ໃຫ້​ພວກ​ລູກຊາຍ ຈະ​ຕ້ອງ​ໄດ້​ມາ​ແຕ່​ດິນແດນ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເພິ່ນ ເພື່ອ​ວ່າ​ເພິ່ນ​ຈະ​ບໍ່​ກົດຂີ່ ແລະ​ຢຶດ​ທີ່ດິນ​ຂອງ​ປະຊາຊົນ​ຂອງເຮົາ​ສ່ວນ​ໜຶ່ງ​ສ່ວນ​ໃດ.”


ກະສັດ​ໂຊນ​ຈຶ່ງ​ຖາມ​ບັນດາ​ນາຍ​ທະຫານ​ວ່າ, “ຊາວ​ເບັນຢາມິນ​ເອີຍ ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ຄິດ​ວ່າ​ດາວິດ​ຈະ​ເອົາ​ນາ​ກັບ​ສວນອະງຸ່ນ​ໃຫ້​ພວກເຈົ້າ​ທຸກຄົນ​ຊັ້ນບໍ? ລາວ​ຈະ​ໃຫ້​ພວກເຈົ້າ​ເປັນ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ລາວ​ຊັ້ນບໍ?


ສ່ວນ​ລູກສາວ​ຂອງ​ພວກເຈົ້າ​ຈະ​ຕ້ອງ​ແຕ່ງ​ນໍ້າຫອມ​ໃຫ້​ເພິ່ນ ແລະ​ເຮັດ​ວຽກ​ເປັນ​ແມ່ຄົວ​ແລະ​ເປັນ​ຜູ້​ເຮັດ​ເຂົ້າໜົມ​ໃຫ້​ເພິ່ນ.


ເພິ່ນ​ຈະ​ຫັກ​ເອົາ​ໜຶ່ງສ່ວນສິບ​ຂອງ​ເຂົ້າ​ສາລີ​ແລະ​ໝາກອະງຸ່ນ​ຂອງ​ພວກເຈົ້າ ສຳລັບ​ນາຍ​ທະຫານ​ປະຈຳວັງ​ແລະ​ສຳລັບ​ຂ້າຣາຊການ​ຄົນອື່ນໆ​ຂອງ​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka