Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 8:11 - ພຣະຄຳພີສັກສິ

11 ເພິ່ນ​ອະທິບາຍ​ວ່າ, “ກະສັດ​ຂອງ​ພວກເຈົ້າ​ຈະ​ປະຕິບັດ​ຕໍ່​ພວກເຈົ້າ​ດັ່ງນີ້: ເພິ່ນ​ຈະ​ເອົາ​ລູກຊາຍ​ຂອງ​ພວກເຈົ້າ​ໄປ​ເປັນ​ທະຫານ, ບາງຄົນ​ຈະ​ເປັນ​ທະຫານ​ປະຈຳ​ລົດຮົບ, ບາງຄົນ​ຈະ​ເປັນ​ທະຫານ​ມ້າ ແລະ​ບາງຄົນ​ຈະ​ເປັນ​ທະຫານ​ໜ່ວຍ​ກ້າຕາຍ.

Uka jalj uñjjattʼäta Copia luraña




1 ຊາມູເອນ 8:11
14 Jak'a apnaqawi uñst'ayäwi  

ຕໍ່ມາ ອັບຊາໂລມ​ໄດ້​ຈັດ​ຫາ​ລົດຮົບ​ແລະ​ມ້າ​ຫລາຍ​ໂຕ​ສຳລັບ​ຕົນ ພ້ອມທັງ​ທະຫານ​ປ້ອງກັນ​ຕົວ​ຫ້າສິບ​ຄົນ.


ເມື່ອ​ເຈົ້າ​ອັບຊາໂລມ​ໄດ້​ຕາຍໄປ​ນັ້ນ ອາໂດນີຢາ​ລູກຊາຍກົກ​ຂອງ​ກະສັດ​ດາວິດ ຜູ້​ທີ່​ໄດ້​ກັບ​ນາງ​ຮັກກິດ​ກໍ​ຍັງ​ມີ​ຊີວິດ​ຢູ່. ລາວ​ເປັນ​ຄົນ​ຮູບຮ່າງ​ງາມ​ຫລາຍ. ກະສັດ​ດາວິດ​ບໍ່ເຄີຍ​ຕຳໜິ​ຕິຕຽນ​ລາວ​ໃນ​ເລື່ອງ​ໃດໆ​ທັງໝົດ ແລະ​ລາວ​ກໍ​ທະເຍີ​ທະຍານ​ຢາກ​ເປັນ​ກະສັດ. ອາໂດນີຢາ​ຕຽມ​ເອົາ​ລົດຮົບ, ມ້າ ແລະ​ທະຫານ​ຕິດຕາມ​ຕົນ​ໄປ​ຫ້າສິບ​ຄົນ.


ກະສັດ​ໂຊໂລໂມນ​ໄດ້​ຮວບຮວມ​ລົດມ້າ​ແລະ​ມ້າ; ເພິ່ນ​ມີ​ລົດມ້າ​ໜຶ່ງພັນ​ສີ່ຮ້ອຍ​ຄັນ ແລະ​ມີ​ມ້າ​ສິບສອງພັນ​ໂຕ. ເພິ່ນ​ໄດ້​ເອົາ​ລົດມ້າ ແລະ​ມ້າ​ບາງສ່ວນ​ໄວ້​ໃນ​ນະຄອນ​ເຢຣູຊາເລັມ ແລະ​ສ່ວນ​ທີ່​ເຫຼືອ​ນັ້ນ​ກໍ​ປະຈຳ​ໄວ້​ຕາມ​ເມືອງ​ຕ່າງໆ.


ພວກເຂົາ​ຕອບ​ວ່າ, “ທ່ານ​ຄວນ​ບອກ​ພວກເຂົາ​ຢ່າງ​ນີ້: ນີ້ວ​ກ້ອຍ​ຂອງເຮົາ​ກໍ​ໃຫຍ່ກວ່າ​ແອວ​ພໍ່​ຂອງເຮົາ.”


“ກະສັດ​ໂຊໂລໂມນ ພໍ່​ຂອງທ່ານ​ໄດ້​ປະຕິບັດ​ຕໍ່​ພວກເຮົາ​ຢ່າງ​ຮຸນແຮງ​ໂພດ ແລະ​ໃຫ້​ພວກເຮົາ​ແບກ​ພາລະໜັກ​ເກີນໄປ. ຖ້າ​ທ່ານ​ຊ່ວຍ​ບັນເທົາ​ພາລະ​ນີ້​ໃຫ້​ເບົາບາງ​ລົງ ແລະ​ເຮັດ​ໃຫ້​ພວກເຮົາ​ມີ​ຊີວິດ​ສະບາຍ​ຂຶ້ນ ພວກເຮົາ​ກໍ​ຈະ​ເປັນ​ປະຊາຊົນ​ທີ່​ສັດຊື່​ຕໍ່​ທ່ານ.”


ດັ່ງນັ້ນ ກະສັດ​ເຣໂຫໂບອາມ​ຈຶ່ງ​ໄດ້​ເຮັດ​ໂລ້​ທອງສຳຣິດ​ໄວ້​ແທນ, ແລ້ວ​ມອບ​ໃຫ້​ພວກ​ນາຍ​ທະຫານ​ປະຈຳວັງ​ເກັບ​ຮັກສາ​ໄວ້.


ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ຄວບຄຸມ​ເອລີຢາ ເພິ່ນ​ເອົາ​ເສື້ອ​ມັດ​ແອວ​ໃຫ້​ແໜ້ນ ແລະ​ແລ່ນ​ແຊງ​ຂຶ້ນ​ໜ້າ​ກະສັດ​ອາຮາບ​ມາ​ຕະຫລອດ​ທາງ ຈົນເຖິງ​ເມືອງ​ຢິດຊະເຣນ.


ຊາມູເອນ​ໄດ້​ອະທິບາຍ​ເຖິງ​ສິດ ແລະ​ໜ້າທີ່​ຂອງ​ກະສັດ​ໃຫ້​ປະຊາຊົນ​ຟັງ ແລະ​ຂຽນ​ຄຳ​ອະທິບາຍ​ເຫຼົ່ານັ້ນ​ໄວ້​ຢູ່​ໃນ​ປຶ້ມ​ຊ້ອງໜ້າ​ພຣະເຈົ້າຢາເວ ແລ້ວ​ເພິ່ນ​ກໍ​ໃຫ້​ທຸກຄົນ​ກັບ​ເມືອ​ເຮືອນ​ຂອງ​ໃຜ​ລາວ.


ຕະຫລອດ​ຊົ່ວຊີວິດ​ຂອງ​ກະສັດ​ໂຊນ ເພິ່ນ​ໄດ້​ຕໍ່ສູ້​ພວກ​ຟີລິດສະຕິນ​ຢ່າງ​ດຸເດືອດ. ເມື່ອ​ພົບ​ຊາຍ​ຄົນ​ໜຶ່ງ​ທີ່​ແຂງແຮງ ແລະ​ກ້າຫານ​ດີ ເພິ່ນ​ກໍ​ເອົາ​ເຂົ້າ​ມາ​ຮັບໃຊ້​ໃນ​ກອງທັບ​ຂອງ​ເພິ່ນ.


ກະສັດ​ໂຊນ​ຈຶ່ງ​ຖາມ​ບັນດາ​ນາຍ​ທະຫານ​ວ່າ, “ຊາວ​ເບັນຢາມິນ​ເອີຍ ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ຄິດ​ວ່າ​ດາວິດ​ຈະ​ເອົາ​ນາ​ກັບ​ສວນອະງຸ່ນ​ໃຫ້​ພວກເຈົ້າ​ທຸກຄົນ​ຊັ້ນບໍ? ລາວ​ຈະ​ໃຫ້​ພວກເຈົ້າ​ເປັນ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ລາວ​ຊັ້ນບໍ?


ສະນັ້ນ ເຈົ້າ​ຈົ່ງ​ຟັງ​ພວກເຂົາ, ແຕ່​ໃຫ້​ຕັກເຕືອນ​ພວກເຂົາ​ຢ່າງ​ໜັກແໜ້ນ ແລະ​ທັງ​ອະທິບາຍ​ສູ່​ພວກເຂົາ​ໃຫ້​ຮູ້​ວ່າ ກະສັດ​ຂອງ​ພວກເຂົາ​ນັ້ນ​ຈະ​ປົກຄອງ​ພວກເຂົາ​ຢ່າງໃດ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka