Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 7:6 - ພຣະຄຳພີສັກສິ

6 ດັ່ງນັ້ນ ພວກເຂົາ​ທຸກຄົນ​ຈຶ່ງ​ໄປ​ເຕົ້າໂຮມ​ກັນ​ທີ່​ເມືອງ​ມີຊະປາ. ພວກເຂົາ​ຕັກ​ເອົາ​ນໍ້າ​ແລະ​ຖອກ​ລົງ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ໃນ​ວັນນັ້ນ ພວກເຂົາ​ໄດ້ຖືສິນ​ອົດ​ອາຫານ​ຕະຫລອດ. ພວກເຂົາ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.” (ແມ່ນ​ໃນ​ເມືອງ​ມີຊະປາ​ນີ້​ເອງ ທີ່​ຊາມູເອນ​ໄດ້​ຕັດສິນ​ປະຊາຊົນ​ອິດສະຣາເອນ).

Uka jalj uñjjattʼäta Copia luraña




1 ຊາມູເອນ 7:6
47 Jak'a apnaqawi uñst'ayäwi  

ລາບານ​ອວຍພອນ​ອີກ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ເຝົ້າ​ຄອຍ​ເບິ່ງ​ພວກເຮົາ ເວລາ​ຫ່າງ​ຈາກ​ກັນ​ໄປ.” ດັ່ງນັ້ນ ບ່ອນ​ນີ້​ຈຶ່ງ​ມີ​ຊື່​ອີກ​ວ່າ, “ມີຊະປາ.”


ເຮົາ​ທຸກຄົນ​ຈະ​ຕ້ອງ​ຕາຍ. ພວກເຮົາ​ປຽບ​ດັ່ງ​ນໍ້າ​ທີ່​ຖືກ​ສາດ​ໃສ່​ໜ້າ​ດິນ ຊຶ່ງ​ເອົາ​ມາ​ຮວມ​ເຂົ້າ​ກັນ​ບໍ່ໄດ້​ອີກ. ແມ່ນແຕ່​ພຣະເຈົ້າ​ກໍ​ບໍ່ໄດ້​ເຮັດ​ໃຫ້​ຄົນຕາຍ​ຄືນ​ມີ​ຊີວິດ ແຕ່​ຢ່າງໜ້ອຍ​ກະສັດ​ກໍ​ຫາ​ວິທີ​ທາງ​ນຳ​ຄົນ​ທີ່​ຖືກ​ເນລະເທດ​ກັບຄືນ​ມາ​ໄດ້.


ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ. ໃນ​ດິນແດນ​ນັ້ນ ຖ້າ​ພວກເຂົາ​ກັບໃຈ​ໃໝ່ ແລະ​ພາວັນນາ​ອະທິຖານ​ຫາ​ພຣະອົງ ໂດຍ​ສາລະພາບ​ວ່າ​ພວກເຂົາ​ເປັນ​ຄົນບາບ ແລະ​ຊົ່ວຊ້າ; ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ​ເທີ້ນ


ສາມ​ທະຫານ​ເອກ​ໄດ້​ຕີ​ຝ່າ​ຄ້າຍ​ທະຫານ​ຟີລິດສະຕິນ ໄປ​ຕັກ​ນໍ້າ​ທີ່​ສ້າງ​ມາ​ໃຫ້​ກະສັດ​ດາວິດ. ເພິ່ນ​ດື່ມ​ບໍ່​ລົງ ແຕ່​ກັບ​ຖອກ​ນໍ້າ​ລົງ​ດິນ​ຖວາຍ​ແກ່​ພຣະເຈົ້າຢາເວ


ເຢໂຮຊາຟັດ​ຢ້ານ​ຈຶ່ງ​ສະແຫວງ​ຫາ​ພຣະເຈົ້າຢາເວ. ແລ້ວ​ເພິ່ນ​ກໍໄດ້​ສັ່ງ​ໃຫ້​ປະຊາຊົນ​ຊາວ​ຢູດາ​ອົດ​ອາຫານ​ທົ່ວ​ປະເທດ.


ສະນັ້ນ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ ເອົາ​ຊະນະ​ພວກເພິ່ນ​ແລະ​ປົກຄອງ​ເໜືອ​ພວກເພິ່ນ. ເມື່ອ​ຖືກ​ເດືອດຮ້ອນ​ຈຶ່ງ​ຮ້ອງຫາ​ພຣະອົງ​ໃຫ້​ຊ່ວຍເຫລືອ ຈາກ​ສະຫວັນ​ຊົງ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເພິ່ນ. ເພາະ​ຊົງ​ເມດຕາ​ພວກເພິ່ນ​ແທ້ໆ​ຈຶ່ງ​ສົ່ງ​ຜູ້ນຳ​ມາ ເພື່ອ​ຊ່ວຍ​ເອົາ​ພວກເພິ່ນ​ໃຫ້ພົ້ນ​ຈາກ​ເຫຼົ່າ​ສັດຕູ​ນັ້ນ.


ໝູ່ເພື່ອນ​ຂອງຂ້ອຍ​ຕ່າງ​ກໍ​ພາກັນ​ຫຍໍ້ຫຍັນ ນໍ້າຕາ​ຂ້ອຍ​ຈຶ່ງ​ຫລັ່ງລິນ ເມື່ອ​ເງີຍ​ໜ້າ​ຫາ​ພຣະເຈົ້າ.


ແທນ​ທີ່​ຂ້ານ້ອຍ​ຈະ​ກິນ​ເຂົ້າ ແຕ່​ກັບ​ໄວ້ທຸກ ແລະ​ບໍ່​ສາມາດ​ຢຸດ​ຢັ້ງ​ຮ້ອງໄຫ້​ຄໍ່າຄວນ​ໄດ້​ເລີຍ.


ແຕ່ລະຄົນ​ຈະ​ກ່າວ​ອອກ​ມາ​ວ່າ, ‘ຂ້ອຍ​ໄດ້​ເຮັດ​ບາບ ຂ້ອຍ​ບໍ່ໄດ້​ເຮັດ​ສິ່ງ​ຊອບທຳ, ແຕ່​ພຣະເຈົ້າ​ໄດ້​ໄວ້​ຊີວິດ.


ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ອັບອາຍ​ຕໍ່​ສິ່ງ​ທີ່​ໄດ້​ກ່າວ​ຈາ ຂ້ານ້ອຍ​ເສຍໃຈ ຈຶ່ງ​ນັ່ງ​ທີ່​ຂີ້ຝຸ່ນ​ດິນ​ແລະ​ຂີ້ເຖົ່າ.”


ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຄື​ກັບ​ປູ່ຍ່າຕາຍາຍ ແລະ​ໄດ້​ກະທຳ​ຜິດ​ແລະ​ປະພຶດ​ຢ່າງ​ຊົ່ວຮ້າຍ.


ນໍ້າຕາ​ຂ້ານ້ອຍ​ໄຫລຫລັ່ງ​ດັ່ງ​ສາຍ​ລຳທານ ຍ້ອນ​ມະນຸດ​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.


ຂ້ານ້ອຍ​ຮ້ອງໄຫ້​ທັງເວັນ​ທັງຄືນ ອາຫານ​ທີ່​ກືນ​ລົງ​ກໍ​ມີ​ແຕ່​ນໍ້າຕາ​ເທົ່ານັ້ນ ເຫຼົ່າ​ສັດຕູ​ໄດ້​ຖາມ​ຂ້ານ້ອຍ​ຢູ່​ເລື້ອຍ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ຢູ່​ໃສ?”


ຂ້ານ້ອຍ​ໂສກເສົ້າ​ຍ້ອນ​ອິດອ່ອນ​ໝົດແຮງ ບ່ອນ​ນອນ​ກໍ​ຊຸ່ມປຽກ ຍ້ອນ​ຂ້ານ້ອຍ​ຮ້ອງໄຫ້​ເປັນ​ທຸກ​ລະທົມ​ໃຈ​ທຸກ​ຄືນ ແລະ​ໝອນ​ກໍ​ປຽກຊຸ່ມ​ດ້ວຍ​ນໍ້າຕາ​ທີ່​ໄຫລຫລັ່ງ.


ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ໄດ້​ທຸກ​ເວລາ ປະຊາຊົນ​ຂອງຂ້ອຍ​ເອີຍ. ຈົ່ງ​ທູນ​ຄວາມ​ເດືອດຮ້ອນ​ທຸກຢ່າງ​ໃຫ້​ພຣະອົງ​ຟັງ ເພາະ​ພຣະອົງ​ເປັນ​ທີ່​ເພິ່ງ​ຂອງ​ພວກເຮົາ.


ແມ່ນແທ້ ພວກ​ຂ້ານ້ອຍ​ໄດ້​ຫັນໜີ​ຈາກ​ພຣະອົງ ແຕ່​ບັດນີ້ ຂໍ​ກັບຄືນ​ມາ​ຫາ​ພຣະອົງ​ອີກ. ຫລັງຈາກ​ທີ່​ພຣະອົງ​ໄດ້​ລົງໂທດ​ພວກ​ຂ້ານ້ອຍ ຈຶ່ງ​ຕີ​ເອິກ​ຕົນເອງ​ຢ່າງ​ເສຍໃຈ​ແທ້ໆ. ພວກ​ຂ້ານ້ອຍ​ຖືກ​ອັບອາຍ​ຂາຍໜ້າ​ເຕັມທີ ເພາະ​ໄດ້​ກະທຳ​ບາບ​ແຕ່​ຄາວ​ຍັງ​ໜຸ່ມ​ພຸ້ນ.’


ໃນ​ເດືອນ​ທີ​ເກົ້າ​ຂອງ​ຣາຊການ​ປີ​ທີ​ຫ້າ ຂອງ​ກະສັດ​ເຢໂຮຍອາກິມ​ລູກຊາຍ​ຂອງ​ໂຢສີຢາ​ແຫ່ງ​ຢູດາຍ​ນັ້ນ ປະຊາຊົນ​ໄດ້​ຖືສິນ​ອົດອາຫານ​ຕໍ່ໜ້າ​ພຣະເຈົ້າຢາເວ. ປະຊາຊົນ​ທັງໝົດ​ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ປະຊາຊົນ​ທັງໝົດ​ທີ່​ມາ​ຈາກ​ເມືອງ​ຂອງ​ຢູດາຍ​ກໍໄດ້​ຖືສິນ​ອົດອາຫານ.


“ຂ້ານ້ອຍ​ຢາກ​ໃຫ້​ຫົວ​ຂອງ​ຂ້ານ້ອຍ ເປັນ​ບໍ່​ນໍ້າພຸ​ບໍ່​ໜຶ່ງ​ເດ ແລະ​ຕາ​ຂອງ​ຂ້ານ້ອຍ​ກໍ​ຄືກັນ ເປັນ​ນໍ້າພຸ​ແຫ່ງ​ນໍ້າຕາ​ດ້ວຍ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ຮ້ອງໄຫ້​ທັງເວັນ​ທັງຄືນ ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ​ທີ່​ໄດ້​ຖືກ​ສັງຫານ​ຖິ້ມ.


ຂ້ອຍ​ຮ້ອງໄຫ້​ຈົນ​ຕາຕູບ​ຕາໂປ​ຢ່າງ​ອິດອ່ອນ ຂ້ອຍ​ເຈັບປວດ​ຍ້ອນ ເພາະ​ເມື່ອຍອ່ອນ​ໃນ​ຈິດໃຈ. ຂ້ອຍ​ອິດອ່ອນ​ຍ້ອນ​ເສົ້າໂສກ​ທີ່​ປະຊາຊົນ​ຖືກ​ທຳລາຍ ພວກ​ເດັກນ້ອຍ​ກໍ​ລົ້ມລົງ​ຕາມ​ທາງ​ດ້ວຍ.


ນໍ້າຕາ​ຂ້ານ້ອຍ​ໄຫລຫລັ່ງ​ບໍ່​ຂາດສາຍ ແລະ​ກໍ​ປະຕິເສດ​ການ​ປອບໃຈ​ໃດໆ​ທັງສິ້ນ.


ບໍ່ມີ​ສິ່ງໃດ​ເຫລືອໄວ້​ໃຫ້​ອວດອ້າງ​ໄດ້​ເລີຍ ພວກ​ຂ້ານ້ອຍ​ເຄີຍ​ສ້າງ​ບາບ ຈຶ່ງ​ນຳ​ສະໜອງ​ບັດນີ້.


ມະນຸດ​ເອີຍ ເຈົ້າ​ພ້ອມ​ແລ້ວ​ຫລື ທີ່​ຈະ​ຕັດສິນ​ລົງໂທດ​ພວກເຂົາ? ຖ້າດັ່ງນັ້ນ ລົງໂທດ​ພວກເຂົາ​ສາ. ຈົ່ງ​ເຕືອນ​ພວກເຂົາ​ໃຫ້​ລະນຶກເຖິງ ສິ່ງ​ອັນ​ໜ້າກຽດຊັງ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດ.


“ພວກເຈົ້າ​ຜູ້​ເປັນ​ປະໂຣຫິດ ຈົ່ງ​ຟັງ​ເລື່ອງ​ນີ້ ປະຊາຊົນ​ອິດສະຣາເອນ ຈົ່ງ​ລະມັດ​ລະວັງ​ເດີ ພວກເຈົ້າ​ຜູ້​ເປັນ​ເຊື້ອວົງ​ຂອງ​ກະສັດ ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ຄວນ​ຈະ​ຕັດສິນ​ຢ່າງ​ຍຸດຕິທຳ ບໍ່​ດັ່ງນັ້ນ​ແລ້ວ ການຕັດສິນ​ກໍ​ຈະ​ຕົກ​ຖືກ​ພວກເຈົ້າ. ພວກເຈົ້າ​ໄດ້​ກາຍເປັນ​ດັ່ງ​ແຮ້ວ​ທີ່​ເມືອງ​ມີຊະປາ ເປັນ​ດັ່ງ​ຕະຂ່າຍ​ທີ່​ກາງ​ຢູ່​ເທິງ​ພູ​ຕາໂບ


ພຣະເຈົ້າຢາເວ​ກ່າວ​ວ່າ, “ແຕ່​ມາ​ດຽວ​ນີ້ ຈົ່ງ​ກັບໃຈໃໝ່​ຢ່າງ​ແທ້ຈິງ​ສາ​ເຖີດ ແລະ​ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ຢ່າງ​ເຕັມໃຈ ດ້ວຍ​ການ​ອົດອາຫານ​ແລະ​ຮ້ອງໄຫ້​ໄວ້ທຸກ.


ລະບຽບການ​ດັ່ງ​ກ່າວ​ນີ້​ໃຫ້​ຢຶດຖື​ໄວ້​ທຸກຍຸກ​ທຸກສະໄໝ​ສືບ​ໄປ. ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ທີ​ເຈັດ ຊາວ​ອິດສະຣາເອນ​ກັບ​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ ຕ້ອງ​ຖືສິນ​ອົດ​ອາຫານ​ແລະ​ບໍ່​ຕ້ອງ​ເຮັດ​ວຽກ​ທຳງານ​ໃດໆ​ທັງ​ສິ້ນ.


ແຕ່​ຖ້າ​ພວກເຈົ້າ​ຈະ​ສາລະພາບ​ການບາບ​ຂອງ​ພວກເຂົາ ແລະ​ການບາບ​ຂອງ​ບັນພະບຸລຸດ​ຜູ້​ທີ່​ໄດ້​ກະບົດ​ຕໍ່​ເຮົາ


ເຮົາ​ຈະ​ລຸກ​ຂຶ້ນ​ເມືອ​ຫາ​ພໍ່​ຂອງເຮົາ ແລະ​ເວົ້າ​ວ່າ, ພໍ່​ເອີຍ ລູກ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າ ແລະ​ຕໍ່ສູ້​ພໍ່​ແລ້ວ.


ມີຊະປາ, ເກຟີຣາ, ໂມຊາ,


ແລ້ວ​ຊາວ​ອິດສະຣາເອນ​ກໍ​ຮ້ອງ​ຫາ​ພຣະເຈົ້າຢາເວ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ ດ້ວຍວ່າ​ພວກ​ຂ້ານ້ອຍ​ໄດ້​ໜີໄປ​ຈາກ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ແລະ​ໄປ​ຂາບໄຫວ້​ພະບາອານ.”


ແຕ່​ປະຊາຊົນ​ອິດສະຣາເອນ​ຍັງ​ຮ້ອງ​ຂໍ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ແລ້ວ ຈົ່ງ​ເຮັດ​ກັບ​ພວກ​ຂ້ານ້ອຍ​ຕາມ​ທີ່​ພຣະອົງ​ເຫັນ​ສົມຄວນ​ເທີ້ນ, ແຕ່​ສຳລັບ​ວັນນີ້ ໂຜດ​ຊ່ວຍ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ.”


ເມື່ອ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ​ແລ້ວ ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍ​ຮ້ອງໄຫ້


ແລ້ວ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍໄດ້​ພາກັນ​ໄປ​ໄວ້ທຸກ​ທີ່​ເບັດເອນ. ພວກເຂົາ​ນັ່ງ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ​ໂດຍ​ບໍ່​ຍອມ​ກິນ​ອາຫານ​ຈົນ​ຮອດ​ຄໍ່າ. ພວກເຂົາ​ຖວາຍ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ເຜົາ​ສັດ​ທັງ​ໂຕ​ຖວາຍ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ.


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ລົງ​ມາ​ຄວບຄຸມ​ລາວ ແລະ​ລາວ​ໄດ້​ກາຍເປັນ​ຜູ້ປົກຄອງ​ຊາດ​ອິດສະຣາເອນ. ໂອດນີເອນ​ໄດ້​ອອກ​ໄປ​ເຮັດ​ເສິກ ແລະ​ພຣະເຈົ້າຢາເວ​ໄດ້​ມອບ​ກະສັດ​ກູຊານ-ຣິຊາທາອິມ​ແຫ່ງ​ອາຣາມ​ໃຫ້​ຢູ່​ໃນ​ກຳມື​ຂອງ​ລາວ ແລະ​ມື​ຂອງ​ລາວ​ກໍ​ເອົາ​ຊະນະ​ຕໍ່​ກູຊານ-ຣິຊາທາອິມ.


ນາງ​ຕອບ​ວ່າ, “ບໍ່ແມ່ນ ທ່ານເອີຍ ຂ້ານ້ອຍ​ບໍ່ໄດ້​ດື່ມ​ເຫຼົ້າ, ແຕ່​ຂ້ານ້ອຍ​ທຸກໃຈ​ໜັກ ຈຶ່ງ​ພາວັນນາ​ອະທິຖານ​ລະບາຍ​ຄວາມ​ທຸກໜັກ​ໃນ​ຈິດວິນຍານ​ຂອງ​ຂ້ານ້ອຍ​ຕໍ່ໜ້າ​ພຣະເຈົ້າຢາເວ.


ແລ້ວ​ຊາມູເອນ​ກໍໄດ້​ເອີ້ນ​ປະຊາຊົນ​ມາ​ເຕົ້າໂຮມ​ກັນ ຊ້ອງໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ມີຊະປາ


ແລ້ວ​ພວກເຂົາ​ກໍ​ຮ້ອງ​ຫາ​ພຣະເຈົ້າຢາເວ ແລະ​ໄດ້ກ່າວ​ວ່າ, ‘ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ເພາະ​ພວກ​ຂ້ານ້ອຍ​ໄດ້​ຫັນ​ໜີໄປ​ຈາກ​ພຣະເຈົ້າຢາເວ ແລະ​ໄປ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ພະບາອານ​ແລະ​ຂອງ​ເຈົ້າແມ່​ອັດສະຕາກ. ບັດນີ້ ຂໍ​ພຣະອົງ​ໂຜດ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພວກ​ສັດຕູ​ແດ່ທ້ອນ ແລະ​ພວກ​ຂ້ານ້ອຍ​ຈະ​ຮັບໃຊ້​ພຣະອົງ.’


ຊາມູເອນ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka