1 ຊາມູເອນ 7:5 - ພຣະຄຳພີສັກສິ5 ຕໍ່ມາ ຊາມູເອນໄດ້ເອີ້ນເອົາຊາວອິດສະຣາເອນທຸກຄົນ ໃຫ້ໄປໂຮມກັນຢູ່ທີ່ເມືອງມີຊະປາ ໂດຍບອກວ່າ, “ຂ້ອຍຈະພາວັນນາອະທິຖານຕໍ່ພຣະເຈົ້າຢາເວເພື່ອພວກເຈົ້າຢູ່ໃນທີ່ນັ້ນ.” Uka jalj uñjjattʼäta |
ເມື່ອພວກນາຍທະຫານ ແລະພົນທະຫານຢູດາທີ່ບໍ່ໄດ້ຍອມຈຳນົນ ໄດ້ຍິນເຖິງເລື່ອງນີ້ ພວກເຂົາກໍໄປສົມທົບກັບເກດາລີຢາທີ່ເມືອງມີຊະປາ. ພວກນາຍທະຫານນີ້ມີດັ່ງນີ້: ອິດຊະມາເອນລູກຊາຍຂອງເນທານີຢາ, ໂຢຮານານລູກຊາຍຂອງກາເຣຢາ, ເສຣາອີຢາລູກຊາຍຂອງຕັນຮູເມັດຊາວເມືອງເນໂຕຟາ ແລະຢາອາຊານີຢາ ຊາວເມືອງມາອາກາ.
ໃນມື້ທີຊາວສີ່ ຂອງເດືອນດຽວກັນນີ້ ປະຊາຊົນຊາວອິດສະຣາເອນໄດ້ເຕົ້າໂຮມກັນຖືສິນອົດອາຫານ ເພື່ອສະແດງຄວາມໂສກເສົ້າເສຍໃຈສຳລັບການບາບຂອງພວກເຂົາ. ພວກເຂົາແຍກຕົວເອງອອກຈາກຄົນຕ່າງຊາດທຸກຄົນ. ພວກເຂົານຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ພ້ອມທັງໂຮຍຂີ້ຝຸ່ນດິນໃສ່ເທິງຫົວ ອັນສະແດງເຖິງຄວາມໂສກເສົ້າ. ແລ້ວພວກເຂົາກໍຢືນຂຶ້ນສາລະພາບການຜິດບາບຂອງພວກເຂົາເອງ ແລະຜິດບາບຂອງບັນພະບຸລຸດຂອງພວກເຂົາທີ່ໄດ້ເຮັດ.
“ພວກເຈົ້າຜູ້ເປັນປະໂຣຫິດ ຈົ່ງຟັງເລື່ອງນີ້ ປະຊາຊົນອິດສະຣາເອນ ຈົ່ງລະມັດລະວັງເດີ ພວກເຈົ້າຜູ້ເປັນເຊື້ອວົງຂອງກະສັດ ຈົ່ງຟັງເທີ້ນ ພວກເຈົ້າຄວນຈະຕັດສິນຢ່າງຍຸດຕິທຳ ບໍ່ດັ່ງນັ້ນແລ້ວ ການຕັດສິນກໍຈະຕົກຖືກພວກເຈົ້າ. ພວກເຈົ້າໄດ້ກາຍເປັນດັ່ງແຮ້ວທີ່ເມືອງມີຊະປາ ເປັນດັ່ງຕະຂ່າຍທີ່ກາງຢູ່ເທິງພູຕາໂບ