Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 7:4 - ພຣະຄຳພີສັກສິ

4 ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ກຳຈັດ​ບັນດາ​ຮູບ​ພະບາອານ ແລະ​ຮູບ​ຂອງ​ເຈົ້າແມ່​ອັດສະຕາກ ແລະ​ໄດ້ຮັບໃຊ້​ພຣະເຈົ້າຢາເວ​ແຕ່​ເທົ່ານັ້ນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 7:4
11 Jak'a apnaqawi uñst'ayäwi  

ຍ້ອນ​ໂຊໂລໂມນ​ໄດ້​ປະຖິ້ມ​ເຮົາ​ແລະ​ໄດ້ ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ເຊັ່ນ​ເຈົ້າແມ່​ອັດສະຕາກ ພະ​ຂອງ​ຊາວ​ຊີໂດນ; ເຄໂມດ ພະ​ຂອງ​ຊາວ​ໂມອາບ; ມິນກົມ ພະ​ຂອງ​ຊາວ​ອຳໂມນ. ໂຊໂລໂມນ​ໄດ້ ຂາດ​ຄວາມ​ເຊື່ອຟັງ​ທີ່​ມີ​ຕໍ່​ເຮົາ; ລາວ​ເຮັດ​ຜິດ​ແລະ​ບໍ່ໄດ້​ຖື​ຮັກສາ​ບັນດາ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງເຮົາ, ດັ່ງ​ດາວິດ​ພໍ່​ຂອງ​ລາວ​ໄດ້​ປະຕິບັດ​ມາ.


ເພິ່ນ​ໄດ້​ຂາບໄຫວ້​ເຈົ້າແມ່​ອັດສະຕາກ​ຂອງ​ຊາວ​ຊີໂດນ ແລະ​ພະ​ມິນກົມ​ທີ່​ໜ້າລັງກຽດ​ຂອງ​ຊາວ​ອຳໂມນ.


ຢູ່​ໃນ​ດິນແດນ​ນັ້ນ ຖ້າ​ພວກເຂົາ​ກັບໃຈ​ໃໝ່​ຢ່າງ​ຈິງໃຈ​ແທ້ ແລະ​ພາວັນນາ​ອະທິຖານ​ຫາ​ພຣະອົງ ໂດຍ​ປິ່ນໜ້າ​ມາທາງ​ດິນແດນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ ຄື​ເມືອງ​ທີ່​ພຣະອົງ​ໄດ້​ເລືອກໄວ້ ແລະ​ປິ່ນໜ້າ​ມາ​ທາງ​ວິຫານ​ນີ້ ທີ່​ຂ້ານ້ອຍ​ໄດ້​ສ້າງ​ສຳລັບ​ນາມຊື່​ຂອງ​ພຣະອົງ;


ກະສັດ​ໂຢສີຢາ​ຍັງ​ໄດ້​ມ້າງ ແລະ​ທຳລາຍ​ບ່ອນ​ຂາບໄຫວ້​ທີ່​ເບັດເອນ ຊຶ່ງ​ຖືກ​ສ້າງ​ຂຶ້ນ​ໂດຍ​ກະສັດ​ເຢໂຣໂບອາມ ລູກຊາຍ​ຂອງ​ເນບັດ ຜູ້​ທີ່​ໄດ້​ນຳ​ຊາວ​ອິດສະຣາເອນ​ຕົກ​ໃນ​ບາບ. ກະສັດ​ໂຢສີຢາ​ດຶງ​ແທ່ນບູຊາ​ນັ້ນ​ລົງ, ທຸບ​ຫີນ​ຂອງ​ແທ່ນບູຊາ​ນັ້ນ​ເປັນ​ປ່ຽງໆ, ແລະ​ທັບ​ຈົນ​ໝຸ່ນ​ເປັນ​ຂີ້ຝຸ່ນ​ດິນ; ເພິ່ນ​ຍັງ​ເຜົາ​ຮູບ​ເຈົ້າແມ່​ອາເຊຣາ​ຖິ້ມ​ດ້ວຍ.


ອັດຊີເຣຍ​ບໍ່ເຄີຍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ ມ້າ​ເສິກ​ໃຫ້​ຄວາມ​ຄຸ້ມຄອງ​ແກ່​ພວກ​ຂ້ານ້ອຍ​ກໍ​ບໍ່ໄດ້. ພວກ​ຂ້ານ້ອຍ​ຈະ​ບໍ່​ກ່າວ​ຕໍ່​ຮູບເຄົາຣົບ​ຂອງ​ພວກ​ຂ້ານ້ອຍ​ອີກ​ວ່າ ພວກມັນ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຂ້າແດ່​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຂໍໂຜດ​ສຳແດງ​ຄວາມ​ເມດຕາ​ຕໍ່​ພວກ​ຂ້ານ້ອຍ ທີ່​ຂາດ​ຜູ້​ເພິ່ງພາ​ອາໄສ​ດ້ວຍ​ເຖີດ.”


ເອຟຣາອິມ​ເອີຍ ເຮົາ​ຈະ​ບໍ່​ກ່ຽວກັບ​ຮູບເຄົາຣົບ​ຕໍ່ໄປ; ເຮົາ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ແລະ​ດູແລ​ພວກ​ເຂົາ; ເຮົາ​ຈະ​ເປັນ​ທີ່ເພິ່ງ​ໃຫ້​ພວກເຂົາ ດັ່ງ​ຕົ້ນໄມ້​ໃບ​ຂຽວສົດ ເຮົາ​ເປັນ​ບໍ່ເກີດ​ແຫ່ງ​ພຣະພອນ​ຂອງ​ພວກເຂົາ​ທັງສິ້ນ.”


ແລ້ວ​ຊາວ​ອິດສະຣາເອນ​ກໍໄດ້​ເລີ່ມ​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ ໂດຍ​ເລີ່ມ​ບົວລະບັດ​ຮັບໃຊ້​ພະບາອານ.


ພວກເຂົາ​ປະຖິ້ມ​ພຣະເຈົ້າຢາເວ ແລະ​ໄປ​ບົວລະບັດ​ຮັບໃຊ້​ພະບາອານ​ແລະ​ເຈົ້າແມ່​ອັດສະຕາກ.


ຊາມູເອນ​ໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, “ຖ້າ​ພວກເຈົ້າ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ ພວກເຈົ້າ​ຈະ​ຕ້ອງ​ກຳຈັດ​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ແລະ​ຮູບ​ຂອງ​ເຈົ້າແມ່​ອັດສະຕາກ. ຈົ່ງ​ອຸທິດ​ພວກເຈົ້າ​ເອງ​ແກ່​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ແລະ​ຮັບໃຊ້​ແຕ່​ພຣະອົງ​ເທົ່ານັ້ນ ແລະ​ພຣະອົງ​ກໍ​ຈະ​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກ​ຟີລິດສະຕິນ.”


ຕໍ່ມາ ຊາມູເອນ​ໄດ້​ເອີ້ນ​ເອົາ​ຊາວ​ອິດສະຣາເອນ​ທຸກຄົນ ໃຫ້​ໄປ​ໂຮມກັນ​ຢູ່​ທີ່​ເມືອງ​ມີຊະປາ ໂດຍ​ບອກ​ວ່າ, “ຂ້ອຍ​ຈະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເພື່ອ​ພວກເຈົ້າ​ຢູ່​ໃນ​ທີ່ນັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka