Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 7:15 - ພຣະຄຳພີສັກສິ

15 ຊາມູເອນ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 7:15
8 Jak'a apnaqawi uñst'ayäwi  

ເວລາ​ຕໍ່ມາ ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້​ຊາດ​ອິດສະຣາເອນ​ມີ​ຜູ້ປົກຄອງ ເພື່ອ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ພວກ​ໂຈນ​ປຸ້ນສະດົມ.


ແລ້ວ​ຊາມູເອນ​ກໍ​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, “ຂ້າພະເຈົ້າ​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຂໍຮ້ອງ​ແລ້ວ ຂ້າພະເຈົ້າ​ໄດ້​ແຕ່ງຕັ້ງ​ກະສັດ​ຄົນ​ໜຶ່ງ​ໃຫ້​ປົກຄອງ​ພວກເຈົ້າ


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສົ່ງ​ຄົນ​ເຫຼົ່ານີ້​ມາ ມີ​ດັ່ງນີ້: ກີເດໂອນ, ບາຣັກ, ເຢັບທາ ແລະ​ຜູ້​ສຸດທ້າຍ​ແມ່ນ​ຂ້າພະເຈົ້າ​ເອງ. ພວກເຮົາ​ແຕ່ລະຄົນ​ໄດ້​ຊ່ວຍ​ກອບກູ້​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພວກ​ສັດຕູ ແລະ​ພວກເຈົ້າ​ໄດ້​ຢູ່​ຢ່າງ​ປອດໄພ.


ເມື່ອ​ຊາມູເອນ​ຕາຍໄປ​ນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ. ພວກເຂົາ​ໄດ້​ຝັງສົບ​ຂອງ​ເພິ່ນ​ໄວ້​ທີ່​ຣາມາ ບ້ານເມືອງ​ຂອງ​ເພິ່ນ​ເອງ. ຫລັງຈາກ​ນັ້ນ ດາວິດ​ໄດ້​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ.


ທຸກໆ​ປີ​ໃດ ເພິ່ນ​ຕ້ອງ​ໄປ​ຕັດສິນ​ຕາມ​ເມືອງ​ຕ່າງໆ​ດັ່ງນີ້: ເບັດເອນ, ກິນການ, ມີຊະປາ;


ດັ່ງນັ້ນ ພວກເຂົາ​ທຸກຄົນ​ຈຶ່ງ​ໄປ​ເຕົ້າໂຮມ​ກັນ​ທີ່​ເມືອງ​ມີຊະປາ. ພວກເຂົາ​ຕັກ​ເອົາ​ນໍ້າ​ແລະ​ຖອກ​ລົງ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ໃນ​ວັນນັ້ນ ພວກເຂົາ​ໄດ້ຖືສິນ​ອົດ​ອາຫານ​ຕະຫລອດ. ພວກເຂົາ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.” (ແມ່ນ​ໃນ​ເມືອງ​ມີຊະປາ​ນີ້​ເອງ ທີ່​ຊາມູເອນ​ໄດ້​ຕັດສິນ​ປະຊາຊົນ​ອິດສະຣາເອນ).


Jiwasaru arktasipxañani:

Anuncios ukanaka


Anuncios ukanaka