Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 7:13 - ພຣະຄຳພີສັກສິ

13 ສະນັ້ນ ພວກ​ຟີລິດສະຕິນ​ຈຶ່ງ​ພ່າຍແພ້​ໄປ ແລະ​ພຣະເຈົ້າຢາເວ​ກໍ​ບໍ່ໄດ້​ໃຫ້​ພວກເຂົາ ບຸກລຸກ​ເຂດແດນ​ຂອງ​ຊາວ​ອິດສະຣາເອນ​ອີກ ຕາບໃດ​ທີ່​ຊາມູເອນ​ຍັງ​ມີ​ຊີວິດ​ຢູ່.

Uka jalj uñjjattʼäta Copia luraña




1 ຊາມູເອນ 7:13
12 Jak'a apnaqawi uñst'ayäwi  

ຕໍ່ມາ ກະສັດ​ດາວິດ​ໄດ້​ໂຈມຕີ​ພວກ​ຟີລິດສະຕິນ​ອີກ. ເພິ່ນ​ໄດ້​ເອົາ​ຊະນະ​ພວກເຂົາ​ແລະ​ປົດປ່ອຍ​ເອົາ​ດິນແດນ​ທັງໝົດ​ໄດ້.


ຕໍ່ມາ ຊາວ​ອິດສະຣາເອນ​ໄດ້​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ​ອີກ; ແລະ​ພຣະເຈົ້າຢາເວ​ໄດ້​ປ່ອຍ​ໃຫ້​ຊາວ​ຟີລິດສະຕິນ​ປົກຄອງ​ພວກເຂົາ​ເປັນ​ເວລາ​ສີ່ສິບ​ປີ.


ເມື່ອ​ລູກຊາຍ​ຂອງ​ເຈົ້າ​ເກີດ​ມາ​ແລ້ວ ເຈົ້າ​ຕ້ອງ​ບໍ່​ຕັດ​ຜົມ​ໃຫ້​ລາວ​ຈັກເທື່ອ ເພາະ​ນັບ​ຕັ້ງແຕ່​ມື້​ທີ່​ລາວ​ເກີດ​ມາ​ນັ້ນ ລາວ​ຈະ​ໄດ້​ຮັບ​ການ​ອຸທິດຕົວ​ແກ່​ພຣະເຈົ້າ ເປັນ​ຄົນ​ນາຊີຣີ. ລາວ​ຈະ​ຕັ້ງຕົ້ນ​ພາລະກິດ​ໃນ​ການ​ຊ່ວຍກູ້​ເອົາ​ຊາດ​ອິດສະຣາເອນ ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກ​ຟີລິດສະຕິນ.”


ສະນັ້ນ ຊາວ​ມີດີອານ​ຈຶ່ງ​ພ່າຍແພ້ ແລະ​ບໍ່​ເປັນ​ໄພ​ຄຸກຄາມ​ຊາວ​ອິດສະຣາເອນ​ຕໍ່ໄປ. ໃນ​ເວລາ​ທີ່​ກີເດໂອນ​ຍັງ​ມີ​ຊີວິດ​ຢູ່​ນັ້ນ ປະເທດ​ຊາດ​ບ້ານ​ເມືອງ​ໄດ້​ມີ​ຄວາມ​ສະຫງົບສຸກ​ເປັນ​ເວລາ​ສີ່ສິບ​ປີ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສົ່ງ​ຄົນ​ເຫຼົ່ານີ້​ມາ ມີ​ດັ່ງນີ້: ກີເດໂອນ, ບາຣັກ, ເຢັບທາ ແລະ​ຜູ້​ສຸດທ້າຍ​ແມ່ນ​ຂ້າພະເຈົ້າ​ເອງ. ພວກເຮົາ​ແຕ່ລະຄົນ​ໄດ້​ຊ່ວຍ​ກອບກູ້​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພວກ​ສັດຕູ ແລະ​ພວກເຈົ້າ​ໄດ້​ຢູ່​ຢ່າງ​ປອດໄພ.


ແຕ່​ພໍ​ຫີບ​ໄປ​ເຖິງ​ທີ່​ນັ້ນ​ແລ້ວ ພຣະເຈົ້າຢາເວ​ກໍ​ລົງໂທດ​ຊາວ​ເມືອງ​ນີ້​ເຊັ່ນກັນ ຄື​ເຮັດ​ໃຫ້​ພວກເຂົາ​ສັບສົນ​ວຸ້ນວາຍ​ຫຼາຍ. ພຣະອົງ​ໄດ້​ລົງໂທດ​ພວກເຂົາ​ໃຫ້​ເກີດ​ຕຸ່ມຝີ​ທັງ​ຜູ້ໜຸ່ມ​ແລະ​ຜູ້ເຖົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka