1 ຊາມູເອນ 7:10 - ພຣະຄຳພີສັກສິ10 ໃນຂະນະທີ່ຊາມູເອນກຳລັງຖວາຍເຄື່ອງບູຊາຢູ່ນັ້ນ ພວກຟີລິດສະຕິນໄດ້ເຄື່ອນທັບເຂົ້າມາໂຈມຕີ. ແຕ່ພຣະເຈົ້າຢາເວເຮັດໃຫ້ພວກເຂົາໄດ້ຍິນສຽງຮ້ອງອັນໜ້າຢ້ານກົວຍິ່ງ. ສະນັ້ນ ພວກເຂົາຈຶ່ງສັບສົນວຸ້ນວາຍ ແລະແຕກໜີໄປດ້ວຍຄວາມແຕກຕື່ນຕົກໃຈ. Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ເຮັດໃຫ້ພວກອາໂມແຕກຕື່ນ ແລະໜີໄປຕໍ່ໜ້າກອງທັບອິດສະຣາເອນ. ຝ່າຍພວກອິດສະຣາເອນ ກໍໄດ້ຂ້າພວກເຂົາເປັນຈຳນວນຫລວງຫລາຍຢູ່ໃນເມືອງກີເບໂອນ ແລະໄລ່ຕິດຕາມພວກທີ່ເຫຼືອຢູ່ ລົງໄປສູ່ຊ່ອງແຄບຂອງພູເຂົາທີ່ເມືອງເບັດໂຮໂຣນ ໂດຍສືບຕໍ່ໂຈມຕີພວກເຂົາໄປທາງໃຕ້ ຈົນເຖິງເມືອງອາເຊກາແລະເມືອງມັກເກດາ.