Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 6:9 - ພຣະຄຳພີສັກສິ

9 ແລະ​ໃຫ້​ຊອມເບິ່ງ​ມັນ. ຖ້າ​ກວຽນ​ນີ້​ຕົງ​ໄປ​ທີ່​ເມືອງ​ເບັດເຊເມດ ກໍ​ໝາຍຄວາມວ່າ​ແມ່ນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ທີ່​ໄດ້​ສົ່ງ​ຄວາມ​ຈິບຫາຍ​ອັນ​ຮ້າຍແຮງ​ນີ້​ມາ​ສູ່​ພວກເຮົາ. ຖ້າ​ບໍ່​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ກໍ​ຈະ​ຮູ້​ໄດ້​ວ່າ​ບໍ່ແມ່ນ​ພຣະອົງ​ທີ່​ໄດ້​ສົ່ງ​ໂຣກ​ລະບາດ​ນີ້​ມາ, ແຕ່​ມັນ​ເປັນ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ແກ່​ພວກເຮົາ​ເທົ່ານັ້ນ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 6:9
13 Jak'a apnaqawi uñst'ayäwi  

ລາວ​ຕອບ​ວ່າ, “ບັງເອີນ​ຂ້ານ້ອຍ​ຢູ່​ທີ່​ເທິງ​ພູ​ກິນໂບອາ ແລະ​ຂ້ານ້ອຍ​ໄດ້​ເຫັນ​ກະສັດ​ໂຊນ​ຢືນ​ຄໍ້າ​ຫອກ​ຂອງຕົນ​ຢູ່ ແລະ​ລົດຮົບ​ກັບ​ທະຫານ​ມ້າ​ຂອງ​ສັດຕູ​ກໍ​ແລ່ນ​ເຂົ້າ​ມາ​ໃກ້​ຕົວ​ເພິ່ນ.


ເບັນເດເກ ຮັບຜິດຊອບ​ເມືອງ​ມາກາດ, ຊາອານບິມ, ເບັດເຊເມດ, ເອໂລນ ແລະ​ເບັດຮານານ.


ດັ່ງນັ້ນ ກະສັດ​ເຢໂຮອາດ​ແຫ່ງ​ອິດສະຣາເອນ ຈຶ່ງ​ເຮັດ​ເສິກ​ຕໍ່ສູ້​ກະສັດ​ອາມາຊີຢາ​ແຫ່ງ​ຢູດາຍ. ກອງທັບ​ຂອງ​ສອງ​ຝ່າຍ​ໄດ້​ປະເຊີນ​ໜ້າ​ກັນ​ຢູ່​ທີ່​ເມືອງ​ເບັດເຊເມດ​ໃນ​ຢູດາຍ


ເມື່ອ​ກະສັດ​ຟາໂຣ​ເຫັນ​ວ່າ​ຝູງ​ກົບ​ໄດ້​ຕາຍໄປ​ໝົດ​ແລ້ວ ເພິ່ນ​ຈຶ່ງ​ມີ​ໃຈ​ແຂງ​ກະດ້າງ​ດື້ດຶງ​ເໝືອນ​ເດີມ ແລະ​ບໍ່​ຍອມ​ຟັງ​ໂມເຊ ແລະ​ອາໂຣນ​ອີກ​ຕໍ່ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ.


ຂ້າພະເຈົ້າ​ຍັງ​ເຫັນ​ຫລາຍໆ​ສິ່ງ​ອີກ​ຢູ່ໃຕ້​ດວງຕາເວັນ. ນັກແລ່ນ​ໄວ​ບໍ່ແມ່ນ​ຈະ​ໄດ້​ຊະນະ​ໃນ​ການ​ແຂ່ງຂັນ​ສະເໝີ​ໄປ ແລະ​ຄົນ​ກ້າຫານ​ຫລາຍ​ບໍ່ແມ່ນ​ຈະ​ຕີ​ຊະນະ​ໃນ​ສະໜາມຮົບ​ສະເໝີ​ໄປ. ຄົນມີ​ປັນຍາ​ບໍ່ແມ່ນ​ຈະ​ທຳມາ​ຫາກິນ​ລ້ຽງຊີບ​ຢ່າງ​ສະດວກ​ສະບາຍ​ສະເໝີ​ໄປ; ຄົນສະຫລາດ​ບໍ່ແມ່ນ​ຈະ​ຮັ່ງມີ​ເປັນດີ​ສະເໝີ​ໄປ ແລະ​ຄົນ​ທີ່​ມີ​ຄວາມ​ສາມາດ​ບໍ່ແມ່ນ​ຈະ​ໄດ້​ຂຶ້ນ​ສູ່​ຕຳແໜ່ງ​ສູງ​ສະເໝີ​ໄປ. ແຕ່​ກຳນົດ​ເວລາ​ແລະ​ໂອກາດ​ເກີດຂຶ້ນ​ກັບ​ທຸກໆ​ຄົນ.


ຂ້າແດ່​ພຣະເຈົ້າຢາເວ ເຫຼົ່າ​ສັດຕູ​ບໍ່​ຮູ້​ວ່າ​ພຣະອົງ​ຈະ​ລົງໂທດ​ພວກເຂົາ ໃຫ້​ຖືກ​ອັບອາຍ​ແລະ​ຮັບ​ທຸກ ຈົ່ງ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດ​ທີ່​ພຣະອົງ​ຕຽມໄວ້​ນັ້ນ​ສາ ໃຫ້​ເຫັນ​ວ່າ​ພຣະອົງ​ຮັກ​ປະຊາຊົນ​ຂອງ​ພຣະອົງ.


ສຽງ​ແກ​ບຸກໂຈມຕີ​ດັງ​ຂຶ້ນ ໂດຍ​ບໍ່​ໃຫ້​ຊາວ​ເມືອງ​ແຕກຕື່ນ​ໄດ້​ຊັ້ນບໍ? ເປັນ​ໄດ້​ບໍ​ທີ່​ເມືອງ​ໜຶ່ງ​ຖືກ​ໄພພິບັດ ໂດຍ​ທີ່​ພຣະເຈົ້າຢາເວ​ບໍ່​ໃຫ້​ເກີດຂຶ້ນ?


ຍັງ​ມີ​ປະໂຣຫິດ​ຄົນ​ໜຶ່ງ ໄດ້​ລົງ​ໄປ​ຕາມ​ທາງ​ນັ້ນ ເມື່ອ​ເຫັນ​ຄົນ​ນີ້​ແລ້ວ​ກໍ​ຍ່າງ​ເວັ້ນ​ກາຍ​ໄປ​ຟາກ​ອື່ນ.


ໃນ​ບ່ອນ​ນີ້​ຊາຍແດນ​ໄດ້​ລ້ຽວ​ໂຄ້ງ​ໄປ​ທາງ​ບາອາລາ ຈົນເຖິງ​ເຂດ​ພູເຂົາ​ຂອງ​ເສອີ ທັງ​ຜ່ານ​ໄປ​ຈົນເຖິງ​ດ້ານ​ເໜືອ​ຂອງ​ພູ​ເຢອາຣິມ (ຫລື​ເກສາໂລນ) ແລະ​ລົງ​ໄປ​ຈົນເຖິງ​ເບັດ​ເຊເມດ​ແລະ​ຊ່ອງແຄບ​ຕິມນາ.


ອາອິນ, ຢຸດຕາ ແລະ​ເບັດເຊເມດ​ພ້ອມ​ທັງ​ທົ່ງຫຍ້າ. ລວມ​ທັງໝົດ​ມີ 9 ຕົວເມືອງ ຈາກ​ເຜົ່າຢູດາ​ແລະ​ຊີເມໂອນ.


ພວກເຂົາ​ກໍ​ປະຕິບັດ​ຕາມ​ທີ່​ໄດ້​ຖືກ​ແຈ້ງ​ມາ​ນັ້ນ​ຄື: ພວກເຂົາ​ເອົາ​ງົວແມ່​ສອງ​ໂຕ​ໄປ​ທຽມແອກ ແລະ​ຂັງ​ລູກ​ມັນ​ໄວ້​ໃນ​ຄອກ.


ແລ້ວ​ງົວແມ່​ນັ້ນ​ກໍ​ເລີ່ມ​ອອກ​ເດີນທາງ​ໄປ​ສູ່​ເບັດເຊເມດ ແລະ​ມຸ້ງໜ້າ​ຕົງ​ໄປ​ທີ່​ເມືອງ​ນີ້​ທັງ​ຮ້ອງ​ໄປ​ພ້ອມ ໂດຍ​ບໍ່ໄດ້​ລ້ຽວ​ອອກ​ໄປ​ຈາກ​ທາງ. ຝ່າຍ​ກະສັດ​ຟີລິດສະຕິນ​ທັງ​ຫ້າ​ກໍ​ຕິດຕາມ​ກວຽນ​ນັ້ນ​ໄປ ຈົນເຖິງ​ຊາຍແດນ​ຂອງ​ເມືອງ​ເບັດເຊເມດ.


ພວກເຂົາ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ຈະ​ສົ່ງ​ຫີບ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ກັບຄືນ​ໄປ ພວກເຈົ້າ​ຕ້ອງ​ສົ່ງ​ເຄື່ອງ​ຖວາຍ​ໄປ​ພ້ອມ ເພື່ອ​ໃຫ້​ເປັນ​ການ​ຊົດໃຊ້​ບາບ​ຂອງ​ພວກເຈົ້າ. ຫີບ​ພັນທະສັນຍາ​ນີ້​ຈະ​ຖືກ​ສົ່ງ​ຄືນ​ໄປ​ໂດຍ​ບໍ່ມີ​ຂອງ​ຖວາຍ​ບໍ່ໄດ້. ດ້ວຍ​ການ​ເຮັດ​ເຊັ່ນນີ້ ພວກເຈົ້າ​ຈຶ່ງ​ຈະ​ຫາຍ​ດີ​ຈາກ​ພະຍາດ ແລະ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ ເປັນຫຍັງ​ພຣະອົງ​ຈຶ່ງ​ຍັງ​ສືບຕໍ່​ລົງໂທດ​ພວກເຈົ້າ​ຢູ່.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka