7 ດັ່ງນັ້ນ ຈົ່ງຈັດຕຽມເອົາກວຽນຄັນໃໝ່ໆລຳໜຶ່ງມາ ພ້ອມທັງງົວແມ່ສອງໂຕທີ່ຍັງບໍ່ທັນທຽມແອກ; ໃຫ້ເອົາງົວແມ່ນັ້ນທຽມແອກແລະໄລ່ລູກມັນເຂົ້າຄອກ.
ພວກເຂົາໄດ້ນຳເອົາຫີບຂອງພຣະເຈົ້ານັ້ນອອກມາຈາກເຮືອນຂອງອາບີນາດາບທີ່ເທິງເນີນພູ ແລະບັນຈຸໃສ່ລໍ້ທີ່ເຮັດໃໝ່ໆ. ອຸດຊາແລະອາຮີໂອລູກຊາຍຂອງອາບີນາດາບເປັນຄົນຂັບລໍ້ໄປ
ພວກເຂົາໄດ້ນຳຫີບພັນທະສັນຍາຂອງພຣະເຈົ້າອອກຈາກເຮືອນຂອງອາບີນາດາບ ມາວາງໄວ້ທີ່ເທິງກວຽນໃໝ່ລຳໜຶ່ງ ຂະນະທີ່ອຸດຊາແລະອາຮີໂອໄດ້ຂັບກວຽນໄປ,
“ຕໍ່ໄປນີ້ແມ່ນກົດບັນຍັດຂອງພຣະເຈົ້າຢາເວໄດ້ສັ່ງດັ່ງນີ້: ຈົ່ງບອກຊາວອິດສະຣາເອນໃຫ້ນຳງົວແມ່ສີແດງໂຕທີ່ມີສຸຂະພາບດີ ແລະບໍ່ມີຕຳໜິທັງບໍ່ເຄີຍໃຊ້ວຽກຈັກເທື່ອ
ແລ້ວໃຫ້ພວກຜູ້ນຳໃນເມືອງທີ່ຢູ່ໃກ້ຊິດກັບບ່ອນພົບສົບນັ້ນ ເລືອກເອົາງົວແມ່ໜຸ່ມໂຕໜຶ່ງທີ່ບໍ່ເຄີຍໃຊ້ວຽກມາກ່ອນ.
ແລ້ວໃຫ້ພວກເຂົານຳມັນໄປບ່ອນໜຶ່ງໃກ້ຫວ້ຍນໍ້າທີ່ບໍ່ເຄີຍແຫ້ງຈັກເທື່ອ ແລະດິນຢູ່ໃນທີ່ນັ້ນກໍບໍ່ເຄີຍຂຸດຄົ້ນປູກຝັງມາກ່ອນ ແລ້ວໃຫ້ຫັກຄໍງົວແມ່ໜຸ່ມຢູ່ທີ່ນັ້ນ.