Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 6:6 - ພຣະຄຳພີສັກສິ

6 ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຈະ​ເປັນ​ຄົນ​ດື້ດ້ານ ດັ່ງ​ກະສັດ​ເອຢິບ​ແລະ​ຊາວ​ເອຢິບ. ຢ່າ​ລືມ​ວ່າ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຂົາ​ເປັນ​ຄົນໂງ່ຈ້າ​ສໍ່າໃດ ຈົນ​ປ່ອຍ​ໃຫ້​ພວກ​ອິດສະຣາເອນ​ອອກ​ໄປ​ຈາກ​ປະເທດ​ເອຢິບ.

Uka jalj uñjjattʼäta Copia luraña




1 ຊາມູເອນ 6:6
16 Jak'a apnaqawi uñst'ayäwi  

ພຣະເຈົ້າ​ແສນ​ສະຫລາດ​ແລະ​ຊົງ​ຣິດອຳນາດ​ຍິ່ງ ບໍ່ມີ​ມະນຸດ​ຄົນໃດ​ສູ້​ຄະດີ​ກັບ​ພຣະອົງ​ໄດ້​ດອກ.


ວັນນີ້ ຈົ່ງ​ເຊື່ອຟັງ​ສິ່ງ​ທີ່​ພຣະອົງ​ກ່າວ “ຢ່າ​ດື້ດ້ານ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ໄດ້​ເຮັດ​ທີ່​ເມຣີບາ​ນັ້ນ ເໝືອນ​ດັ່ງ​ພວກເພິ່ນ​ໄດ້​ເຮັດ​ໃນ ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ມັດສາ​ນັ້ນ.


ສະນັ້ນ ໂມເຊ​ແລະ​ອາໂຣນ​ຈຶ່ງ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ​ກ່າວ​ວ່າ, ‘ເຈົ້າ​ຍັງ​ຈະ​ແຂງຂໍ້​ຕໍ່​ເຮົາ​ອີກ​ດົນນານ​ປານໃດ? ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.


ເຮົາ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ​ຍິ່ງ​ຂຶ້ນ ແລະ​ພວກເຂົາ​ຈະ​ໄລ່​ຕິດຕາມ​ພວກເຈົ້າ​ມາ ແລະ​ເຮົາ​ຈະ​ໄດ້​ຮັບ​ສະຫງ່າຣາສີ​ກຽດຕິຍົດ ເມື່ອ​ເຮົາ​ໄດ້​ຊະນະ​ກະສັດ​ຟາໂຣ, ກອງທັບ, ທະຫານ​ມ້າ, ລົດຮົບ, ພ້ອມ​ຄົນຂັບ​ຂອງ​ລາວ​ເທົ່ານັ້ນ.


ຊາວ​ເອຢິບ​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ​ມາ​ຢ່າງ​ບໍ່​ລົດລະ ໂດຍ​ມີ​ທັງ​ທະຫານ​ມ້າ, ລົດຮົບ, ພ້ອມ​ຄົນຂັບ​ມຸ້ງໜ້າ​ເຂົ້າ​ໄປ​ໃນ​ທະເລ.


ພຣະເຈົ້າຢາເວ​ຍັງ​ໄດ້​ສັ່ງ​ໂມເຊ​ໄວ້​ອີກ​ວ່າ, “ບັດນີ້ ເຈົ້າ​ກຳລັງ​ເດີນທາງ​ກັບຄືນ​ສູ່​ປະເທດ​ເອຢິບ ຈົ່ງ​ເຮັດ​ການ​ອັດສະຈັນ​ທຸກຢ່າງ​ໃຫ້​ກະສັດ​ຟາໂຣ​ເຫັນ​ແທ້ໆ​ຄື: ເຮັດ​ຕາມ​ຣິດອຳນາດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ. ແຕ່​ຝ່າຍ​ເຮົາ​ຈະ​ເຮັດ​ໃຫ້​ໃຈ​ຂອງ​ກະສັດ​ຟາໂຣ​ແຂງ​ກະດ້າງ​ດື້ດຶງ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ໄປ.


ເຖິງ​ປານ​ນັ້ນ​ກໍຕາມ ກະສັດ​ຟາໂຣ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່ ແລະ​ບໍ່​ເຊື່ອຟັງ​ໂມເຊ ແລະ​ອາໂຣນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້.


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ໄປ.


ເມື່ອ​ກະສັດ​ຟາໂຣ​ເຫັນ​ວ່າ​ຝູງ​ກົບ​ໄດ້​ຕາຍໄປ​ໝົດ​ແລ້ວ ເພິ່ນ​ຈຶ່ງ​ມີ​ໃຈ​ແຂງ​ກະດ້າງ​ດື້ດຶງ​ເໝືອນ​ເດີມ ແລະ​ບໍ່​ຍອມ​ຟັງ​ໂມເຊ ແລະ​ອາໂຣນ​ອີກ​ຕໍ່ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ.


ເຖິງ​ປານ​ນັ້ນ​ກໍຕາມ ກະສັດ​ຟາໂຣ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ໄປ.


ແຕ່​ທີ່​ເຮົາ​ໃຫ້​ເຈົ້າ​ຍັງ​ມີ​ຊີວິດ​ຢູ່​ນີ້ ກໍ​ເພື່ອ​ໃຫ້​ເຈົ້າ​ໄດ້​ເຫັນ​ຣິດອຳນາດ​ຂອງເຮົາ ແລະ​ໃຫ້​ນາມຊື່​ຂອງເຮົາ​ແຜ່​ຂະຫຍາຍ​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກ.


ເມື່ອ​ກະສັດ​ຟາໂຣ​ໄດ້​ເຫັນ​ເປັນ​ແນວ​ນັ້ນ ເພິ່ນ​ກໍ​ກະທຳ​ບາບ​ອີກ. ເພິ່ນ​ເອງ​ແລະ​ຂ້າຣາຊການ​ແຮ່ງ​ເກີດ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຂຶ້ນ​ຫລາຍກວ່າ​ເກົ່າ


ແຕ່​ດ້ວຍ​ໃຈ​ຂອງ​ເຈົ້າ​ແຂງ​ກະດ້າງ ແລະ​ບໍ່​ຍອມ​ທີ່​ຈະ​ກັບຕົວ ເຈົ້າ​ຈຶ່ງ​ກຳລັງ​ສະສົມ​ຄວາມ​ໂກດຮ້າຍ​ໄວ້​ໃຫ້​ຕົນເອງ ໃນ​ວັນ​ຂອງ​ຄວາມ​ຮ້າຍກາດ​ນັ້ນ, ຄື​ວັນ​ທີ່​ພຣະເຈົ້າ​ຈະ​ຊົງ​ພິພາກສາ​ລົງໂທດ ຢ່າງ​ຍຸດຕິທຳ​ໃຫ້​ປາກົດ​ແຈ້ງ​ນັ້ນ.


ແຕ່​ຈົ່ງ​ຊ່ວຍ​ກັນແລະກັນ​ທຸກໆ​ວັນ ຕາບໃດ​ທີ່​ຍັງ​ໃຊ້​ຄຳ​ວ່າ, “ວັນ​ນີ້” ເພື່ອ​ບໍ່​ໃຫ້​ມີ​ຜູ້ໃດ​ໃນ​ພວກເຈົ້າ ຖືກ​ບາບ​ລໍ້ລວງ​ໃຫ້​ມີ​ຈິດໃຈ​ດື້ດ້ານ​ບໍ່​ເຊື່ອຟັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka