1 ຊາມູເອນ 6:5 - ພຣະຄຳພີສັກສິ5 ພວກເຈົ້າຕ້ອງເຮັດແບບຂອງຕຸ່ມຝີແລະຮູບໜູ ຊຶ່ງພວມທຳລາຍດິນແດນຂອງພວກເຈົ້ານັ້ນ ແລະພວກເຈົ້າຕ້ອງຍ້ອງຍໍໃຫ້ກຽດພຣະເຈົ້າຂອງຊາດອິດສະຣາເອນ. ບາງທີພຣະອົງຈະເຊົາລົງໂທດພວກເຈົ້າ, ບັນດາພະຂອງພວກເຈົ້າ ແລະດິນແດນຂອງພວກເຈົ້າກໍໄດ້. Uka jalj uñjjattʼäta |
ພວກເຈົ້າຕ້ອງຍ້ອງຍໍໃຫ້ກຽດເຮົາໃນສິ່ງທີ່ພວກເຈົ້າກະທຳ. ຖ້າພວກເຈົ້າບໍ່ຍອມຟັງໃນສິ່ງທີ່ເຮົາກ່າວ ເຮົາຈະນຳຄຳສາບແຊ່ງມາສູ່ພວກເຈົ້າ. ເຮົາຈະນຳຄຳສາບແຊ່ງມາສູ່ສິ່ງຕ່າງໆທີ່ພວກເຈົ້າໄດ້ຮັບໃນຖານະເປັນປະໂຣຫິດ. ຕາມຄວາມເປັນຈິງ ເຮົາໄດ້ນຳຄຳສາບແຊ່ງນັ້ນມາແລ້ວ ເພາະວ່າພວກເຈົ້າບໍ່ໄດ້ຢຶດຖືຂໍ້ຄຳສັ່ງຂອງເຮົາຢ່າງແທ້ຈິງ.
ດັ່ງນັ້ນ ພວກເຂົາຈຶ່ງເຊີນເອົາກະສັດແຫ່ງຟີລິດສະຕິນທັງໝົດມາ ແລະຂໍຮ້ອງວ່າ, “ຈົ່ງສົ່ງຫີບພັນທະສັນຍາຂອງພຣະເຈົ້າແຫ່ງຊາດອິດສະຣາເອນກັບຄືນເມືອບ່ອນເກົ່າສາ ເພື່ອວ່າພວກເຮົາແລະປະຊາຊົນຂອງພວກເຮົາຈະບໍ່ໄດ້ຖືກຂ້າຕາຍ.” ທົ່ວທັງເມືອງເລີຍເກີດສັບສົນວຸ້ນວາຍກັນຫຼາຍ ຍ້ອນວ່າພຣະເຈົ້າໄດ້ລົງໂທດພວກເຂົາຢ່າງໜັກ.