1 ຊາມູເອນ 6:4 - ພຣະຄຳພີສັກສິ4 ປະຊາຊົນຖາມວ່າ, “ພວກເຮົາຈະສົ່ງຂອງຖວາຍຢ່າງໃດໄປໃຫ້ພຣະອົງ?” ພວກເຂົາຕອບວ່າ, “ຈົ່ງເຮັດຕຸ່ມຝີເປັນຄຳຫ້າກ້ອນແລະເປັນໜູຫ້າໂຕ ແນວລະຢ່າງສຳລັບກະສັດຫ້າຄົນ ເພາະພວກເຈົ້າທັງຫລາຍແລະກະສັດຫ້າຄົນນັ້ນ ເປັນພະຍາດຢ່າງດຽວກັນ. Uka jalj uñjjattʼäta |
ໃນທັນໃດ ພຣະວິນຍານຂອງພຣະເຈົ້າຢາເວໄດ້ເຮັດໃຫ້ແຊມຊັນມີກຳລັງວັງຊາຂຶ້ນ; ດັ່ງນັ້ນ ລາວຈຶ່ງລົງໄປໃນເມືອງອາຊະເກໂລນ ຂ້າຊາຍໜຸ່ມສາມສິບຄົນ ຢູ່ໃນທີ່ນັ້ນ ແລະຢຶດເສື້ອຜ້າອັນຈົບງາມຂອງພວກເຂົາມາແຈກໃຫ້ຜູ້ທີ່ຕອບບັນຫາໄດ້. ຫລັງຈາກນັ້ນ ລາວຈຶ່ງກັບເມືອເຮືອນພໍ່ຂອງຕົນ ທັງໃຈຮ້າຍຕໍ່ເຫດການທີ່ໄດ້ເກີດຂຶ້ນ.