1 ຊາມູເອນ 6:3 - ພຣະຄຳພີສັກສິ3 ພວກເຂົາຕອບວ່າ, “ຖ້າພວກເຈົ້າຈະສົ່ງຫີບຂອງພຣະເຈົ້າແຫ່ງຊາດອິດສະຣາເອນກັບຄືນໄປ ພວກເຈົ້າຕ້ອງສົ່ງເຄື່ອງຖວາຍໄປພ້ອມ ເພື່ອໃຫ້ເປັນການຊົດໃຊ້ບາບຂອງພວກເຈົ້າ. ຫີບພັນທະສັນຍານີ້ຈະຖືກສົ່ງຄືນໄປໂດຍບໍ່ມີຂອງຖວາຍບໍ່ໄດ້. ດ້ວຍການເຮັດເຊັ່ນນີ້ ພວກເຈົ້າຈຶ່ງຈະຫາຍດີຈາກພະຍາດ ແລະພວກເຈົ້າກໍຈະຮູ້ວ່າ ເປັນຫຍັງພຣະອົງຈຶ່ງຍັງສືບຕໍ່ລົງໂທດພວກເຈົ້າຢູ່.” Uka jalj uñjjattʼäta |
ດັ່ງນັ້ນ ພວກເຂົາຈຶ່ງເຊີນເອົາກະສັດແຫ່ງຟີລິດສະຕິນທັງໝົດມາ ແລະຂໍຮ້ອງວ່າ, “ຈົ່ງສົ່ງຫີບພັນທະສັນຍາຂອງພຣະເຈົ້າແຫ່ງຊາດອິດສະຣາເອນກັບຄືນເມືອບ່ອນເກົ່າສາ ເພື່ອວ່າພວກເຮົາແລະປະຊາຊົນຂອງພວກເຮົາຈະບໍ່ໄດ້ຖືກຂ້າຕາຍ.” ທົ່ວທັງເມືອງເລີຍເກີດສັບສົນວຸ້ນວາຍກັນຫຼາຍ ຍ້ອນວ່າພຣະເຈົ້າໄດ້ລົງໂທດພວກເຂົາຢ່າງໜັກ.
ແລະໃຫ້ຊອມເບິ່ງມັນ. ຖ້າກວຽນນີ້ຕົງໄປທີ່ເມືອງເບັດເຊເມດ ກໍໝາຍຄວາມວ່າແມ່ນພຣະເຈົ້າຂອງຊາດອິດສະຣາເອນ ທີ່ໄດ້ສົ່ງຄວາມຈິບຫາຍອັນຮ້າຍແຮງນີ້ມາສູ່ພວກເຮົາ. ຖ້າບໍ່ເປັນເຊັ່ນນັ້ນແລ້ວ ພວກເຮົາກໍຈະຮູ້ໄດ້ວ່າບໍ່ແມ່ນພຣະອົງທີ່ໄດ້ສົ່ງໂຣກລະບາດນີ້ມາ, ແຕ່ມັນເປັນສິ່ງທີ່ໄດ້ເກີດຂຶ້ນແກ່ພວກເຮົາເທົ່ານັ້ນ.”