Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 6:2 - ພຣະຄຳພີສັກສິ

2 ປະຊາຊົນ​ຈຶ່ງ​ໄດ້​ເຊີນ​ເອົາ​ພວກ​ປະໂຣຫິດ​ແລະ​ພວກ​ໝໍມົນ​ມາ ແລະ​ຖາມ​ວ່າ, “ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ​ກັບ​ຫີບ​ຂອງ​ພຣະເຈົ້າຢາເວ? ຖ້າ​ພວກເຮົາ​ສົ່ງ​ກັບຄືນ​ໄປ​ບ່ອນ​ເກົ່າ ພວກເຮົາ​ຄວນ​ສົ່ງ​ຫຍັງ​ໄປ​ພ້ອມ​ແດ່?”

Uka jalj uñjjattʼäta Copia luraña




1 ຊາມູເອນ 6:2
10 Jak'a apnaqawi uñst'ayäwi  

ໃນ​ຕອນເຊົ້າ​ຂອງ​ມື້​ນັ້ນ ເພິ່ນ​ວຸ້ນວາຍ​ໃຈ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ຄົນ​ໃຫ້​ໄປ​ເຊີນ​ໝໍ​ດູ ໝໍ​ມໍ ແລະ​ນັກປາດ​ໃນ​ປະເທດ​ເອຢິບ​ມາ. ກະສັດ​ໄດ້​ເລົ່າ​ຄວາມຝັນ​ໃຫ້​ຄົນ​ເຫຼົ່ານັ້ນ​ຟັງ ແຕ່​ບໍ່ມີ​ຜູ້ໃດ​ສາມາດ​ແກ້​ຄວາມຝັນ​ໃຫ້​ເພິ່ນ​ໄດ້.


ຝ່າຍ​ກະສັດ​ຟາໂຣ​ກໍ​ເອີ້ນ​ບັນດາ​ນັກປາດ ແລະ​ບັນດາ​ໝໍມົນ​ຂອງຕົນ​ມາ ເພື່ອ​ໃຫ້​ພວກເຂົາ​ໃຊ້​ກົນ​ເຮັດ​ແບບ​ດຽວກັນ.


ໂອ​ພຣະເຈົ້າ​ເອີຍ ພຣະອົງ​ໄດ້​ປະຖິ້ມ​ປະຊາຊົນ​ຂອງ​ພຣະອົງ​ສາ​ແລ້ວ ຄື​ເຊື້ອສາຍ​ຂອງ​ຢາໂຄບ ດິນແດນ​ເຕັມ​ແຕ່​ການ​ໃຊ້​ເວດມົນ​ຄາຖາ ຈາກ​ທິດ​ຕາເວັນອອກ​ແລະ​ຈາກ​ຟີລິດສະຕິນ. ປະຊາຊົນ​ຕ່າງ​ກໍ​ເຮັດ​ຕາມ​ປະເພນີ​ຂອງ​ຊາວ​ຕ່າງຊາດ.


ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ພວກ​ໝໍມໍ, ໝໍມົນ, ໝໍ​ວິຊາອາຄົມ ແລະ​ໝໍ​ຜີ​ມາ​ແກ້​ຄວາມຝັນ​ນັ້ນ​ໃຫ້​ແກ່​ເພິ່ນ. ເມື່ອ​ພວກເຂົາ​ເຂົ້າ​ມາ​ຢືນ​ຢູ່​ຕໍ່ໜ້າ​ກະສັດ​ແລ້ວ


ເພິ່ນ​ຮ້ອງ​ບອກ​ໃຫ້​ຄົນ​ນຳ​ເອົາ​ໝໍມົນ, ໝໍ​ວິຊາອາຄົມ ແລະ​ໝໍໂຫນ​ເຂົ້າ​ມາ. ເມື່ອ​ພວກເຂົາ​ມາຮອດ ກະສັດ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຜູ້ໃດ​ຜູ້ໜຶ່ງ​ທີ່​ອ່ານ ແລະ​ແປ​ຄວາມໝາຍ​ທີ່​ຂຽນ​ນີ້​ໄດ້ ຈະ​ໄດ້​ນຸ່ງ​ເສື້ອຄຸມ​ສີມ່ວງ​ຂອງ​ກະສັດ ແລະ​ຈະ​ໄດ້​ຄ້ອງ​ຄໍ​ສາຍສ້ອຍ​ຄຳ​ກຽດຕິຍົດ ທັງ​ຈະ​ໄດ້​ເປັນ​ຜູ້​ທີ່​ມີ​ອຳນາດ​ຄົນ​ທີ​ສາມ​ໃນ​ອານາຈັກ.”


ເພິ່ນ​ໄດ້​ເອີ້ນ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ​ທັງໝົດ​ມາ​ເຕົ້າໂຮມ​ກັນ ແລ້ວ​ເພິ່ນ​ກໍ​ຖາມ​ພວກເຂົາ​ວ່າ, “ພຣະຄຣິດ​ນັ້ນ ຈະ​ບັງເກີດ​ຢູ່​ທີ່​ໃດ?”


ສະນັ້ນ ພວກເຂົາ​ຈຶ່ງ​ໃຊ້​ພວກຜູ້ນຳ​ຂ່າວ​ໄປ​ເຊີນ​ເອົາ​ກະສັດ​ຟີລິດສະຕິນ​ຫ້າ​ຄົນ​ມາ ແລະ​ຖາມ​ວ່າ, “ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ​ກັບ​ຫີບ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ນີ້?” ພວກເພິ່ນ​ຕອບ​ວ່າ, “ໃຫ້​ເອົາ​ຫີບ​ຂອງ​ພຣະເຈົ້າ​ໄປ​ທີ່​ເມືອງກາດ.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ໄປ​ທີ່​ເມືອງກາດ ຊຶ່ງ​ເປັນ​ເມືອງ​ຂອງ​ພວກ​ຟີລິດສະຕິນ​ອີກ​ເມືອງ​ໜຶ່ງ.


ຫລັງຈາກ​ຫີບ​ຂອງ​ພຣະເຈົ້າຢາເວ​ຢູ່​ໃນ​ດິນແດນ​ຟີລິດສະຕິນ ເປັນ​ເວລາ​ເຈັດ​ເດືອນ​ແລ້ວ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka