1 ຊາມູເອນ 6:14 - ພຣະຄຳພີສັກສິ14 ກວຽນນັ້ນໄດ້ມາຢຸດຢູ່ໃກ້ໂງ່ນຫີນໃຫຍ່ບ່ອນໜຶ່ງໃນນາຂອງຊາຍຜູ້ໜຶ່ງຊື່ວ່າ ໂຢຊວຍຊາວເມືອງເບັດເຊເມດ. ແລ້ວຊາວເມືອງກໍມ້າງໄມ້ກວຽນອອກເປັນທ່ອນໆ ແລະຂ້າງົວແມ່ສອງໂຕນັ້ນເຜົາເປັນເຄື່ອງບູຊາຖວາຍແກ່ພຣະເຈົ້າຢາເວ. Uka jalj uñjjattʼäta |
ສ່ວນກ້ອນຄຳທີ່ເປັນແບບຮູບໜູແມ່ນສຳລັບເມືອງຕ່າງໆຂອງພວກຟີລິດສະຕິນ ຊຶ່ງຖືກປົກຄອງໂດຍກະສັດຫ້າຄົນ ພ້ອມທັງເມືອງທີ່ມີປ້ອມປ້ອງກັນດ້ວຍ. ສ່ວນໂງ່ນຫີນໃນທົ່ງນາຂອງໂຢຊວຍທີ່ເບັດເຊເມດ ບ່ອນທີ່ຊາວເມືອງວາງຫີບຂອງພຣະເຈົ້າຢາເວໃສ່ນັ້ນ ກໍຍັງເປັນຫຼັກຖານພະຍານເຖິງເຫດການທີ່ໄດ້ເກີດຂຶ້ນນັ້ນຈົນເທົ່າເຖິງທຸກວັນນີ້.