13 ຊາວເບັດເຊເມດກຳລັງພາກັນກ່ຽວເຂົ້າຢູ່ໃນທົ່ງນາ; ເມື່ອຫລຽວເຫັນຫີບພັນທະສັນຍາກໍພາກັນຊົມຊື່ນຍິນດີຫຼາຍ.
ໃນບ່ອນນີ້ຊາຍແດນໄດ້ລ້ຽວໂຄ້ງໄປທາງບາອາລາ ຈົນເຖິງເຂດພູເຂົາຂອງເສອີ ທັງຜ່ານໄປຈົນເຖິງດ້ານເໜືອຂອງພູເຢອາຣິມ (ຫລືເກສາໂລນ) ແລະລົງໄປຈົນເຖິງເບັດເຊເມດແລະຊ່ອງແຄບຕິມນາ.
ແລ້ວງົວແມ່ນັ້ນກໍເລີ່ມອອກເດີນທາງໄປສູ່ເບັດເຊເມດ ແລະມຸ້ງໜ້າຕົງໄປທີ່ເມືອງນີ້ທັງຮ້ອງໄປພ້ອມ ໂດຍບໍ່ໄດ້ລ້ຽວອອກໄປຈາກທາງ. ຝ່າຍກະສັດຟີລິດສະຕິນທັງຫ້າກໍຕິດຕາມກວຽນນັ້ນໄປ ຈົນເຖິງຊາຍແດນຂອງເມືອງເບັດເຊເມດ.
ກວຽນນັ້ນໄດ້ມາຢຸດຢູ່ໃກ້ໂງ່ນຫີນໃຫຍ່ບ່ອນໜຶ່ງໃນນາຂອງຊາຍຜູ້ໜຶ່ງຊື່ວ່າ ໂຢຊວຍຊາວເມືອງເບັດເຊເມດ. ແລ້ວຊາວເມືອງກໍມ້າງໄມ້ກວຽນອອກເປັນທ່ອນໆ ແລະຂ້າງົວແມ່ສອງໂຕນັ້ນເຜົາເປັນເຄື່ອງບູຊາຖວາຍແກ່ພຣະເຈົ້າຢາເວ.