Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 6:12 - ພຣະຄຳພີສັກສິ

12 ແລ້ວ​ງົວແມ່​ນັ້ນ​ກໍ​ເລີ່ມ​ອອກ​ເດີນທາງ​ໄປ​ສູ່​ເບັດເຊເມດ ແລະ​ມຸ້ງໜ້າ​ຕົງ​ໄປ​ທີ່​ເມືອງ​ນີ້​ທັງ​ຮ້ອງ​ໄປ​ພ້ອມ ໂດຍ​ບໍ່ໄດ້​ລ້ຽວ​ອອກ​ໄປ​ຈາກ​ທາງ. ຝ່າຍ​ກະສັດ​ຟີລິດສະຕິນ​ທັງ​ຫ້າ​ກໍ​ຕິດຕາມ​ກວຽນ​ນັ້ນ​ໄປ ຈົນເຖິງ​ຊາຍແດນ​ຂອງ​ເມືອງ​ເບັດເຊເມດ.

Uka jalj uñjjattʼäta Copia luraña




1 ຊາມູເອນ 6:12
7 Jak'a apnaqawi uñst'ayäwi  

ເບັນເດເກ ຮັບຜິດຊອບ​ເມືອງ​ມາກາດ, ຊາອານບິມ, ເບັດເຊເມດ, ເອໂລນ ແລະ​ເບັດຮານານ.


ເມື່ອ​ກະສັດ​ຟາໂຣ​ເຫັນ​ວ່າ​ຝູງ​ກົບ​ໄດ້​ຕາຍໄປ​ໝົດ​ແລ້ວ ເພິ່ນ​ຈຶ່ງ​ມີ​ໃຈ​ແຂງ​ກະດ້າງ​ດື້ດຶງ​ເໝືອນ​ເດີມ ແລະ​ບໍ່​ຍອມ​ຟັງ​ໂມເຊ ແລະ​ອາໂຣນ​ອີກ​ຕໍ່ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ.


ປະຊາຊົນ​ອິດສະຣາເອນ​ກ່າວ​ວ່າ, “ພວກ​ຂ້າພະເຈົ້າ​ຈະ​ຢູ່​ຕາມ​ຖະໜົນ​ໃຫຍ່​ເທົ່ານັ້ນ ແລະ​ຖ້າ​ພວກ​ຂ້າພະເຈົ້າ​ຫລື​ຝູງສັດ​ຫາກ​ດື່ມ​ນໍ້າ​ຂອງ​ພວກທ່ານ ພວກ​ຂ້າພະເຈົ້າ​ຈະ​ຈ່າຍ​ເງິນ​ໃຫ້​ພວກທ່ານ. ສິ່ງ​ທີ່​ພວກ​ຂ້າພະເຈົ້າ​ຕ້ອງການ ແມ່ນ​ຜ່ານ​ດິນແດນ​ປະເທດ​ຂອງ​ພວກທ່ານ​ໄປ​ເທົ່ານັ້ນ.”


ໃນ​ບ່ອນ​ນີ້​ຊາຍແດນ​ໄດ້​ລ້ຽວ​ໂຄ້ງ​ໄປ​ທາງ​ບາອາລາ ຈົນເຖິງ​ເຂດ​ພູເຂົາ​ຂອງ​ເສອີ ທັງ​ຜ່ານ​ໄປ​ຈົນເຖິງ​ດ້ານ​ເໜືອ​ຂອງ​ພູ​ເຢອາຣິມ (ຫລື​ເກສາໂລນ) ແລະ​ລົງ​ໄປ​ຈົນເຖິງ​ເບັດ​ເຊເມດ​ແລະ​ຊ່ອງແຄບ​ຕິມນາ.


ພວກເຂົາ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ ພ້ອມ​ທັງ​ກ່ອງ​ແບບ​ຮູບ​ໜູ​ແລະ​ຮູບ​ຕຸ່ມຝີ​ໃສ່​ເທິງ​ກວຽນ.


ຊາວ​ເບັດເຊເມດ​ກຳລັງ​ພາກັນ​ກ່ຽວເຂົ້າ​ຢູ່​ໃນ​ທົ່ງນາ; ເມື່ອ​ຫລຽວ​ເຫັນ​ຫີບ​ພັນທະສັນຍາ​ກໍ​ພາກັນ​ຊົມຊື່ນ​ຍິນດີ​ຫຼາຍ.


ແລະ​ໃຫ້​ຊອມເບິ່ງ​ມັນ. ຖ້າ​ກວຽນ​ນີ້​ຕົງ​ໄປ​ທີ່​ເມືອງ​ເບັດເຊເມດ ກໍ​ໝາຍຄວາມວ່າ​ແມ່ນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ທີ່​ໄດ້​ສົ່ງ​ຄວາມ​ຈິບຫາຍ​ອັນ​ຮ້າຍແຮງ​ນີ້​ມາ​ສູ່​ພວກເຮົາ. ຖ້າ​ບໍ່​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ກໍ​ຈະ​ຮູ້​ໄດ້​ວ່າ​ບໍ່ແມ່ນ​ພຣະອົງ​ທີ່​ໄດ້​ສົ່ງ​ໂຣກ​ລະບາດ​ນີ້​ມາ, ແຕ່​ມັນ​ເປັນ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ແກ່​ພວກເຮົາ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka