Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 6:11 - ພຣະຄຳພີສັກສິ

11 ພວກເຂົາ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ ພ້ອມ​ທັງ​ກ່ອງ​ແບບ​ຮູບ​ໜູ​ແລະ​ຮູບ​ຕຸ່ມຝີ​ໃສ່​ເທິງ​ກວຽນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 6:11
7 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າ​ນັ້ນ​ອອກ​ມາ​ຈາກ​ເຮືອນ​ຂອງ​ອາບີນາດາບ​ທີ່​ເທິງ​ເນີນພູ ແລະ​ບັນຈຸ​ໃສ່​ລໍ້​ທີ່​ເຮັດ​ໃໝ່ໆ. ອຸດຊາ​ແລະ​ອາຮີໂອ​ລູກຊາຍ​ຂອງ​ອາບີນາດາບ​ເປັນ​ຄົນ​ຂັບ​ລໍ້​ໄປ


ພວກເຂົາ​ໄດ້​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ອອກ​ຈາກ​ເຮືອນ​ຂອງ​ອາບີນາດາບ ມາ​ວາງ​ໄວ້​ທີ່​ເທິງ​ກວຽນ​ໃໝ່​ລຳ​ໜຶ່ງ ຂະນະທີ່​ອຸດຊາ​ແລະ​ອາຮີໂອ​ໄດ້ຂັບ​ກວຽນ​ໄປ,


ພຣະເຈົ້າຢາເວ​ຈະ​ສົ່ງ​ຕຸ່ມຝີ​ມາ​ຖືກ​ພວກເຈົ້າ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ກັບ​ຊາວ​ເອຢິບ. ພຣະອົງ​ຈະ​ເຮັດ​ໃຫ້​ຕົນຕົວ​ຂອງ​ພວກເຈົ້າ​ມີ​ບາດແຜ. ພວກເຈົ້າ​ຈະ​ມີ​ເກັດ​ເຕັມຕົວ​ທັງ​ຄັນ​ແລະ​ຮັກສາ​ບໍ່​ດີ​ຈັກເທື່ອ.


ພວກເຂົາ​ກໍ​ປະຕິບັດ​ຕາມ​ທີ່​ໄດ້​ຖືກ​ແຈ້ງ​ມາ​ນັ້ນ​ຄື: ພວກເຂົາ​ເອົາ​ງົວແມ່​ສອງ​ໂຕ​ໄປ​ທຽມແອກ ແລະ​ຂັງ​ລູກ​ມັນ​ໄວ້​ໃນ​ຄອກ.


ແລ້ວ​ງົວແມ່​ນັ້ນ​ກໍ​ເລີ່ມ​ອອກ​ເດີນທາງ​ໄປ​ສູ່​ເບັດເຊເມດ ແລະ​ມຸ້ງໜ້າ​ຕົງ​ໄປ​ທີ່​ເມືອງ​ນີ້​ທັງ​ຮ້ອງ​ໄປ​ພ້ອມ ໂດຍ​ບໍ່ໄດ້​ລ້ຽວ​ອອກ​ໄປ​ຈາກ​ທາງ. ຝ່າຍ​ກະສັດ​ຟີລິດສະຕິນ​ທັງ​ຫ້າ​ກໍ​ຕິດຕາມ​ກວຽນ​ນັ້ນ​ໄປ ຈົນເຖິງ​ຊາຍແດນ​ຂອງ​ເມືອງ​ເບັດເຊເມດ.


ປະຊາຊົນ​ຖາມ​ວ່າ, “ພວກເຮົາ​ຈະ​ສົ່ງ​ຂອງ​ຖວາຍ​ຢ່າງ​ໃດ​ໄປ​ໃຫ້​ພຣະອົງ?” ພວກເຂົາ​ຕອບ​ວ່າ, “ຈົ່ງ​ເຮັດ​ຕຸ່ມຝີ​ເປັນ​ຄຳ​ຫ້າ​ກ້ອນ​ແລະ​ເປັນ​ໜູ​ຫ້າ​ໂຕ ແນວລະ​ຢ່າງ​ສຳລັບ​ກະສັດ​ຫ້າ​ຄົນ ເພາະ​ພວກເຈົ້າ​ທັງຫລາຍ​ແລະ​ກະສັດ​ຫ້າ​ຄົນ​ນັ້ນ ເປັນ​ພະຍາດ​ຢ່າງ​ດຽວກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka