1 ຫລັງຈາກຫີບຂອງພຣະເຈົ້າຢາເວຢູ່ໃນດິນແດນຟີລິດສະຕິນ ເປັນເວລາເຈັດເດືອນແລ້ວ
ພຣະອົງໃຫ້ສັດຕູຢຶດຫີບພັນທະສັນຍາ ຊຶ່ງເປັນເຄື່ອງໝາຍສັນຍາລັກແຫ່ງພຣະສະຫງ່າຣາສີ.
ຫລັງຈາກພວກຟີລິດສະຕິນໄດ້ຢຶດຫີບຂອງພຣະເຈົ້າໄປແລ້ວ ພວກເຂົາກໍຫາມຫີບນີ້ອອກຈາກເອເບັນເອເຊ ໄປສູ່ເມືອງຂອງພວກເຂົາທີ່ອາຊະໂດດ,
ແມ່ນແຕ່ພວກທີ່ລອດຕາຍມາໄດ້ກໍຍັງເປັນຕຸ່ມຝີ; ສະນັ້ນ ພວກເຂົາຈຶ່ງໄດ້ຂໍຮ້ອງໃຫ້ບັນດາພະຂອງພວກເຂົາຊ່ວຍເຫລືອ.
ເມື່ອຊາວອາຊະໂດດຕື່ນຂຶ້ນມາໃນຕອນເຊົ້າໄດ້ເຫັນວ່າ ຮູບພະດາໂກນລົ້ມຂວໍ້າໜ້າລົງຕໍ່ໜ້າຫີບຂອງພຣະເຈົ້າຢາເວ. ສະນັ້ນ ພວກເຂົາຈຶ່ງຍົກເອົາຮູບພະນັ້ນໄປໄວ້ບ່ອນເກົ່າຄືນ.
ປະຊາຊົນຈຶ່ງໄດ້ເຊີນເອົາພວກປະໂຣຫິດແລະພວກໝໍມົນມາ ແລະຖາມວ່າ, “ພວກເຮົາຄວນຈະເຮັດຢ່າງໃດກັບຫີບຂອງພຣະເຈົ້າຢາເວ? ຖ້າພວກເຮົາສົ່ງກັບຄືນໄປບ່ອນເກົ່າ ພວກເຮົາຄວນສົ່ງຫຍັງໄປພ້ອມແດ່?”