1 ຊາມູເອນ 5:9 - ພຣະຄຳພີສັກສິ9 ແຕ່ພໍຫີບໄປເຖິງທີ່ນັ້ນແລ້ວ ພຣະເຈົ້າຢາເວກໍລົງໂທດຊາວເມືອງນີ້ເຊັ່ນກັນ ຄືເຮັດໃຫ້ພວກເຂົາສັບສົນວຸ້ນວາຍຫຼາຍ. ພຣະອົງໄດ້ລົງໂທດພວກເຂົາໃຫ້ເກີດຕຸ່ມຝີທັງຜູ້ໜຸ່ມແລະຜູ້ເຖົ້າ. Uka jalj uñjjattʼäta |
ເມື່ອເປັນເຊັ່ນນີ້ ພວກເຂົາຈຶ່ງສົ່ງຫີບຂອງພຣະເຈົ້າແຫ່ງຊາດອິດສະຣາເອນໄປທີ່ເມືອງເອັກໂຣນ ຊຶ່ງເປັນເມືອງຂອງພວກຟີລິດສະຕິນອີກເມືອງໜຶ່ງ. ເມື່ອຫີບພັນທະສັນຍາຂອງພຣະເຈົ້ານັ້ນມາເຖິງເມືອງນີ້ແລ້ວ ປະຊາຊົນກໍພາກັນຮ້ອງຂຶ້ນວ່າ, “ພວກເຂົາໄດ້ນຳເອົາຫີບພັນທະສັນຍາຂອງພຣະເຈົ້າແຫ່ງຊາດອິດສະຣາເອນມາທີ່ນີ້ ເພື່ອໝາຍຈະຂ້າພວກເຮົາແລະປະຊາຊົນຂອງພວກເຮົາ.”
ດັ່ງນັ້ນ ພວກເຂົາຈຶ່ງເຊີນເອົາກະສັດແຫ່ງຟີລິດສະຕິນທັງໝົດມາ ແລະຂໍຮ້ອງວ່າ, “ຈົ່ງສົ່ງຫີບພັນທະສັນຍາຂອງພຣະເຈົ້າແຫ່ງຊາດອິດສະຣາເອນກັບຄືນເມືອບ່ອນເກົ່າສາ ເພື່ອວ່າພວກເຮົາແລະປະຊາຊົນຂອງພວກເຮົາຈະບໍ່ໄດ້ຖືກຂ້າຕາຍ.” ທົ່ວທັງເມືອງເລີຍເກີດສັບສົນວຸ້ນວາຍກັນຫຼາຍ ຍ້ອນວ່າພຣະເຈົ້າໄດ້ລົງໂທດພວກເຂົາຢ່າງໜັກ.