Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 5:8 - ພຣະຄຳພີສັກສິ

8 ສະນັ້ນ ພວກເຂົາ​ຈຶ່ງ​ໃຊ້​ພວກຜູ້ນຳ​ຂ່າວ​ໄປ​ເຊີນ​ເອົາ​ກະສັດ​ຟີລິດສະຕິນ​ຫ້າ​ຄົນ​ມາ ແລະ​ຖາມ​ວ່າ, “ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ​ກັບ​ຫີບ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ນີ້?” ພວກເພິ່ນ​ຕອບ​ວ່າ, “ໃຫ້​ເອົາ​ຫີບ​ຂອງ​ພຣະເຈົ້າ​ໄປ​ທີ່​ເມືອງກາດ.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ໄປ​ທີ່​ເມືອງກາດ ຊຶ່ງ​ເປັນ​ເມືອງ​ຂອງ​ພວກ​ຟີລິດສະຕິນ​ອີກ​ເມືອງ​ໜຶ່ງ.

Uka jalj uñjjattʼäta Copia luraña




1 ຊາມູເອນ 5:8
11 Jak'a apnaqawi uñst'ayäwi  

ລູກຊາຍ​ຂອງ​ຕາຮາດ​ແມ່ນ​ຊາບາດ, ລູກຊາຍ​ຂອງ​ຊາບາດ​ແມ່ນ​ຊູເທລາ. ນອກຈາກນີ້, ເອຟຣາອິມ​ຍັງ​ມີ​ລູກຊາຍ​ຄົນອື່ນ​ອີກ ດັ່ງນີ້: ເອເຊ​ແລະ​ເອເລອາດ​ຜູ້​ທີ່​ໄດ້​ຖືກ​ຂ້າ​ຕາຍ ເມື່ອ​ຊອກ​ຫາ​ລັກ​ເອົາ​ຝູງງົວ​ຂອງ​ຊາວ​ກາດ.


ຈົ່ງ​ໄປ​ເບິ່ງ​ສິ່ງ​ທີ່​ເກີດຂຶ້ນ​ຢູ່​ໃນ​ເມືອງ​ການເນ. ແລ້ວ​ຈົ່ງ​ໄປ​ທີ່​ເມືອງ​ໃຫຍ່​ຮາມັດ ແລະ​ລົງ​ໄປ​ທີ່​ເມືອງກາດ ເມືອງ​ຂອງ​ພວກ​ຟີລິດສະຕິນ. ເມືອງ​ເຫຼົ່ານີ້​ດີກວ່າ​ອານາຈັກ​ຢູດາຍ ແລະ​ອິດສະຣາເອນ​ຫລື? ແລະ​ເຂດແດນ​ຂອງ​ເມືອງ​ເຫຼົ່ານີ້​ໃຫຍ່ກວ່າ​ຂອງ​ພວກເຈົ້າ​ບໍ?


ແຕ່​ເມື່ອ​ເວລາ​ນັ້ນ​ມາເຖິງ ເຮົາ​ຈະ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ດັ່ງ​ຫີນ​ໜັກ​ກ້ອນ​ໜຶ່ງ ຊົນຊາດ​ໃດ​ທີ່​ພະຍາຍາມ​ຍົກ​ຫີນ​ກ້ອນ​ນີ້​ຂຶ້ນ​ກໍ​ຈະ​ໄດ້​ຮັບ​ບາດເຈັບ. ຊົນຊາດ​ທັງໝົດ​ຢູ່​ໃນ​ໂລກນີ້ ຈະ​ໂຮມ​ກຳລັງ​ກັນ​ໂຈມຕີ​ນະຄອນ​ນີ້.


ແລະ​ດິນແດນ​ຂອງ​ຊາວ​ອາວິມ​ທີ່​ຢູ່​ທາງທິດໃຕ້. (ດິນແດນ​ແຕ່​ແມ່ນໍ້າ​ຊີໂຮເຣ ຕາມ​ຊາຍແດນ​ຂອງ​ປະເທດ​ເອຢິບ​ຂຶ້ນ​ໄປ​ທາງເໜືອ ຈົນເຖິງ​ເຂດແດນ​ເອັກໂຣນ​ຖື​ວ່າ​ເປັນ​ຖິ່ນ​ຂອງ​ຊາວ​ການາອານ; ບັນດາ​ຜູ້ປົກຄອງ​ຂອງ​ຊາວ​ຟີລິດສະຕິນ 5 ຄົນ ທີ່​ຢູ່​ໃນ​ເມືອງ​ກາຊາ, ເມືອງ​ອາຊະໂດດ, ເມືອງ​ອາຊະເກໂລນ, ເມືອງກາດ ແລະ​ເມືອງ​ເອັກໂຣນ).


ແລ້ວ​ຊາຍແດນ​ນັ້ນ​ກໍໄດ້​ຍາວ​ອອກ​ໄປ ຈົນເຖິງ​ເນີນພູ​ດ້ານ​ເໜືອ​ຂອງ​ເມືອງ​ເອັກໂຣນ ລ້ຽວ​ໄປ​ທາງ​ຊິກເກໂຣນ, ຜ່ານ​ພູ​ບາອາລາ ແລະ​ໄປ​ຈົນເຖິງ​ຢຳນີຢາ. ເຂດແດນ​ນີ້​ເລີຍ​ໄປ​ສຸດ​ລົງ​ທີ່​ທະເລ​ເມດີແຕຣາເນ


ຍັງ​ມີ​ຊາຍ​ຈາກ​ເມືອງກາດ​ຄົນ​ໜຶ່ງ​ຊື່​ວ່າ ໂກລີອາດ; ລາວ​ໄດ້​ອອກ​ຈາກ​ຄ້າຍ​ຂອງ​ພວກ​ຟີລິດສະຕິນ​ມາ​ທ້າທາຍ​ພວກ​ອິດສະຣາເອນ. ລາວ​ເປັນ​ຄົນ​ສູງ​ໃຫຍ່​ເກືອບ​ເຖິງ​ສາມ​ແມັດ.


ຝ່າຍ​ທະຫານ​ອິດສະຣາເອນ​ກັບ​ທະຫານ​ຢູດາ​ກໍ​ຮ້ອງໂຮ ພ້ອມ​ທັງ​ແລ່ນ​ໄລ່ຕາມ​ພວກເຂົາ​ໄປ​ຈົນຮອດ​ເມືອງກາດ ແລະ​ຮອດ​ປະຕູ​ຂອງ​ເມືອງ​ເອັກໂຣນ. ພວກ​ຟີລິດສະຕິນ​ທີ່​ບາດເຈັບ​ໄດ້​ລົ້ມຕາຍ​ຕາມ​ຖະໜົນ​ຫົນທາງ ໄປ​ສູ່​ເມືອງ​ຊາອາຣາອິມ​ຈົນ​ໄປ​ເຖິງ​ເມືອງກາດ​ແລະ​ເມືອງ​ເອັກໂຣນ.


ດັ່ງນັ້ນ ເຈົ້າ​ອາກີເຊ​ຈຶ່ງ​ຮ້ອງ​ດາວິດ​ມາ ແລະ​ບອກ​ວ່າ, “ຂ້ອຍ​ສາບານ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ວ່າ ເຈົ້າ​ໄດ້​ສະແດງ​ຄວາມ​ຈົງຮັກ​ພັກດີ​ຕໍ່​ຂ້ອຍ ແລະ​ຂ້ອຍ​ກໍ​ພໍໃຈ​ໃຫ້​ເຈົ້າ​ອອກ​ໄປ​ຕໍ່ສູ້​ໃນ​ສະໜາມຮົບ​ນຳ​ຂ້ອຍ. ນັບ​ຕັ້ງແຕ່​ມື້​ທີ່​ເຈົ້າ​ໄດ້​ມາ​ຫາ​ຂ້ອຍ ຂ້ອຍ​ກໍ​ບໍ່​ເຫັນ​ຄວາມຜິດ​ໃນ​ຕົວ​ຂອງ​ເຈົ້າ​ແຕ່​ຢ່າງ​ໃດ​ເລີຍ, ແຕ່​ກະສັດ​ຄົນອື່ນ​ບໍ່​ເຫັນດີ​ໃນ​ຕົວ​ເຈົ້າ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຊີນ​ເອົາ​ກະສັດ​ແຫ່ງ​ຟີລິດສະຕິນ​ທັງໝົດ​ມາ ແລະ​ຂໍຮ້ອງ​ວ່າ, “ຈົ່ງ​ສົ່ງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ກັບຄືນ​ເມືອ​ບ່ອນ​ເກົ່າ​ສາ ເພື່ອ​ວ່າ​ພວກເຮົາ​ແລະ​ປະຊາຊົນ​ຂອງ​ພວກເຮົາ​ຈະ​ບໍ່ໄດ້​ຖືກ​ຂ້າ​ຕາຍ.” ທົ່ວ​ທັງ​ເມືອງ​ເລີຍ​ເກີດ​ສັບສົນ​ວຸ້ນວາຍ​ກັນ​ຫຼາຍ ຍ້ອນ​ວ່າ​ພຣະເຈົ້າ​ໄດ້​ລົງໂທດ​ພວກເຂົາ​ຢ່າງໜັກ.


ເມື່ອ​ພວກເຂົາ​ໄດ້​ເຫັນ​ເຫດການ​ດັ່ງນີ້​ເກີດຂຶ້ນ ຈຶ່ງ​ເວົ້າ​ວ່າ, “ຢ່າ​ເອົາ​ຫີບ​ຂອງ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຢູ່ນຳ​ພວກເຮົາ ເພາະວ່າ​ມື​ຂອງ​ພຣະອົງ​ໄດ້​ລົງໂທດ​ພວກເຮົາ​ກັບ​ພະ​ດາໂກນ​ຂອງ​ພວກເຮົາ.”


ປະຊາຊົນ​ຈຶ່ງ​ໄດ້​ເຊີນ​ເອົາ​ພວກ​ປະໂຣຫິດ​ແລະ​ພວກ​ໝໍມົນ​ມາ ແລະ​ຖາມ​ວ່າ, “ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ​ກັບ​ຫີບ​ຂອງ​ພຣະເຈົ້າຢາເວ? ຖ້າ​ພວກເຮົາ​ສົ່ງ​ກັບຄືນ​ໄປ​ບ່ອນ​ເກົ່າ ພວກເຮົາ​ຄວນ​ສົ່ງ​ຫຍັງ​ໄປ​ພ້ອມ​ແດ່?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka