1 ຊາມູເອນ 5:7 - ພຣະຄຳພີສັກສິ7 ເມື່ອພວກເຂົາໄດ້ເຫັນເຫດການດັ່ງນີ້ເກີດຂຶ້ນ ຈຶ່ງເວົ້າວ່າ, “ຢ່າເອົາຫີບຂອງພຣະເຈົ້າຂອງຊາດອິດສະຣາເອນຢູ່ນຳພວກເຮົາ ເພາະວ່າມືຂອງພຣະອົງໄດ້ລົງໂທດພວກເຮົາກັບພະດາໂກນຂອງພວກເຮົາ.” Uka jalj uñjjattʼäta |
ສະນັ້ນ ພວກເຂົາຈຶ່ງໃຊ້ພວກຜູ້ນຳຂ່າວໄປເຊີນເອົາກະສັດຟີລິດສະຕິນຫ້າຄົນມາ ແລະຖາມວ່າ, “ພວກເຮົາຄວນຈະເຮັດຢ່າງໃດກັບຫີບຂອງພຣະເຈົ້າແຫ່ງຊາດອິດສະຣາເອນນີ້?” ພວກເພິ່ນຕອບວ່າ, “ໃຫ້ເອົາຫີບຂອງພຣະເຈົ້າໄປທີ່ເມືອງກາດ.” ດັ່ງນັ້ນ ພວກເຂົາຈຶ່ງນຳເອົາຫີບຂອງພຣະເຈົ້າແຫ່ງຊາດອິດສະຣາເອນໄປທີ່ເມືອງກາດ ຊຶ່ງເປັນເມືອງຂອງພວກຟີລິດສະຕິນອີກເມືອງໜຶ່ງ.