1 ຊາມູເອນ 5:6 - ພຣະຄຳພີສັກສິ6 ພຣະເຈົ້າຢາເວໄດ້ລົງໂທດຊາວເມືອງອາຊະໂດດຢ່າງໜັກ ທັງເຮັດໃຫ້ພວກເຂົາຢ້ານກົວພຣະອົງຫລາຍທີ່ສຸດ. ພຣະອົງຍັງໄດ້ລົງໂທດພວກເຂົາ ຕະຫລອດທັງປະຊາຊົນທີ່ຢູ່ອ້ອມແອ້ມນັ້ນໂດຍໃຫ້ເກີດຕຸ່ມຝີ. Uka jalj uñjjattʼäta |
ດັ່ງນັ້ນ ພວກເຂົາຈຶ່ງເຊີນເອົາກະສັດແຫ່ງຟີລິດສະຕິນທັງໝົດມາ ແລະຂໍຮ້ອງວ່າ, “ຈົ່ງສົ່ງຫີບພັນທະສັນຍາຂອງພຣະເຈົ້າແຫ່ງຊາດອິດສະຣາເອນກັບຄືນເມືອບ່ອນເກົ່າສາ ເພື່ອວ່າພວກເຮົາແລະປະຊາຊົນຂອງພວກເຮົາຈະບໍ່ໄດ້ຖືກຂ້າຕາຍ.” ທົ່ວທັງເມືອງເລີຍເກີດສັບສົນວຸ້ນວາຍກັນຫຼາຍ ຍ້ອນວ່າພຣະເຈົ້າໄດ້ລົງໂທດພວກເຂົາຢ່າງໜັກ.