5 ດ້ວຍເຫດນີ້ ໃນທຸກມື້ນີ້ ປະໂຣຫິດຂອງພະດາໂກນ ແລະຊາວເມືອງອາຊະໂດດທຸກຄົນ ທີ່ຂາບໄຫວ້ພະດາໂກນຈຶ່ງບໍ່ຍອມຢຽບບ່ອນນັ້ນ ແຕ່ຍ່າງຂ້າມຜ່ານໄປ.)
ໃນວັນນັ້ນ ເຮົາຈະລົງໂທດທຸກຄົນທີ່ຂາບໄຫວ້ ຄ້າຍຄືກັບພວກທີ່ບໍ່ນັບຖືພຣະເຈົ້າ, ພວກທີ່ຂີ້ລັກ ແລະພວກທີ່ຂ້າເຈົ້າເອົາຂອງ ເພື່ອນຳໄປສ້າງຮັ່ງຄູນມີໃຫ້ແກ່ເຮືອນເຈົ້ານາຍຂອງຕົນ.”
ຜູ້ບັນຊາການກອງທັບຂອງພຣະເຈົ້າຢາເວໄດ້ບອກໂຢຊວຍວ່າ, “ຈົ່ງຖອດເກີບຂອງເຈົ້າອອກ ເຈົ້າກຳລັງຢືນຢູ່ບ່ອນສັກສິດ.” ແລ້ວໂຢຊວຍກໍປະຕິບັດຕາມທີ່ເພິ່ນໄດ້ບອກນັ້ນ.
ເມື່ອຜົວຂອງນາງລຸກຂຶ້ນມາໃນຕອນເຊົ້າ ແລະເປີດປະຕູວ່າຈະອອກເດີນທາງໄປ ລາວກໍພົບເມຍນ້ອຍຂອງຕົນຢູ່ຕໍ່ໜ້າເຮືອນ ໂດຍນອນຢຽດມືຈຸກັບປະຕູເຮືອນ.