Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 5:4 - ພຣະຄຳພີສັກສິ

4 ໃນ​ມື້​ຕໍ່ມາ​ແຕ່​ເດິກໆ ພວກເຂົາ​ເຫັນ​ຮູບພະ​ນັ້ນ​ລົ້ມ​ຂວໍ້າໜ້າ​ລົງ ຕໍ່ໜ້າ​ຫີບ​ຂອງ​ພຣະເຈົ້າຢາເວ​ອີກ​ຄື​ເກົ່າ. ໃນ​ເທື່ອ​ນີ້​ທັງ​ຫົວ​ແລະ​ແຂນ​ທັງສອງ​ຂອງ​ຮູບພະ​ນັ້ນ​ຫັກ​ອອກ ແລະ​ກອງ​ກັນ​ໄວ້​ທີ່​ປະຕູ ມີ​ພຽງແຕ່​ໂຕ​ຂອງ​ຮູບພະ​ເທົ່ານັ້ນ​ທີ່​ຍັງເຫລືອ​ຢູ່. (

Uka jalj uñjjattʼäta Copia luraña




1 ຊາມູເອນ 5:4
11 Jak'a apnaqawi uñst'ayäwi  

ແຕ່​ບາບ​ຂອງ​ຊາດ​ອິດສະຣາເອນ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ ກໍ​ຕໍ່​ເມື່ອ​ຫີນ​ແທ່ນບູຊາ​ຂອງ​ຜູ້​ທີ່​ບໍ່​ນັບຖື​ພຣະເຈົ້າ​ຖືກ​ທຳລາຍ​ດັ່ງ​ຂີ້​ສໍຂາວ ແລະ​ທັງ​ບໍ່ມີ​ສັນຍາລັກ​ຕ່າງໆ​ຂອງ​ເຈົ້າແມ່​ອາເຊຣາ ຫລື​ແທ່ນ​ເຜົາ​ເຄື່ອງຫອມ​ບູຊາ​ເຫຼືອ​ຢູ່​ເລີຍ.


ຄົນ​ທີ່​ບໍ່​ສາມາດ​ຫາ​ເງິນ ຫລື​ຄຳ​ມາ​ເຮັດ ກໍ​ເລືອກ​ເອົາ​ໄມ້​ທີ່​ມອດ​ກັດ​ບໍ່ໄດ້​ມາ​ເຮັດ. ລາວ​ຊອກຫາ​ເອົາ​ຊ່າງ​ຜູ້​ທີ່​ຊຳນິ​ຊຳນານ ມາ​ສ້າງ​ເປັນ​ຮູບພະ​ທີ່​ເໜັງຕີງ​ໄປມາ​ບໍ່ໄດ້.


ພວກເຈົ້າ​ຕ້ອງ​ບອກ​ພວກເຂົາ​ວ່າ ບັນດາ​ພະ​ທີ່​ບໍ່ໄດ້​ສ້າງ​ຟ້າ​ສະຫວັນ ​ແລະ​ແຜ່ນດິນ​ໂລກ​ນັ້ນ ພະ​ເຫຼົ່ານັ້ນ​ຈະ​ຖືກ​ທຳລາຍ​ໝົດ. ພວກເຂົາ​ຈະ​ບໍ່ມີ​ບ່ອນຢູ່​ໃນ​ແຜ່ນດິນ​ໂລກ​ແລະ​ໃຕ້​ຟ້າ​ນີ້​ອີກ​ຕໍ່ໄປ.)


ເມື່ອ​ເບິ່ງ​ສິ່ງ​ນີ້ ຄົນ​ຊ່າງ​ໂງ່ຈ້າ ແລະ​ບໍ່​ເຂົ້າໃຈ; ຄື​ພວກ​ທີ່​ເຮັດ​ຮູບເຄົາຣົບ ກໍ​ງົມງາຍ​ກັນ​ທັງນັ້ນ ເພາະ​ບັນດາ​ພະ​ທີ່​ພວກເຂົາ​ໄດ້​ເຮັດ​ຂຶ້ນ​ມາ ລ້ວນແຕ່​ເປັນ​ພະ​ຈອມປອມ​ແລະ​ບໍ່ມີ​ຊີວິດ.


ມັນ​ບໍ່ມີ​ຄຸນຄ່າ​ແລະ​ຕ້ອງ​ຖືກ​ຫຍໍ້ຫຍັນ ເມື່ອ​ພຣະອົງ​ມາ​ຈັດການ​ມັນ​ຈະ​ຖືກ​ທຳລາຍ.


“ຈົ່ງ​ປະກາດ​ຂ່າວ​ໃຫ້​ຊົນຊາດ​ທັງຫລາຍ ຈົ່ງ​ຖະແຫລງ​ຂ່າວ​ນັ້ນ​ສາ​ເຖີດ ຈົ່ງ​ແຈ້ງ​ຂ່າວ​ນັ້ນ​ແລະ​ໃຫ້​ບອກ​ເປັນ​ສັນຍານ ຢ່າ​ຮັກສາ​ຂ່າວ​ໄວ້​ເປັນຄວາມລັບ ນະຄອນ​ບາບີໂລນ​ຫຼົ້ມຈົມ​ແລ້ວ, ພະ​ມັກດຸກ​ຂອງ​ນະຄອນ​ບາບີໂລນ​ແຕກ​ກະຈັດ​ກະຈາຍ​ແລ້ວ, ບັນດາ​ຮູບເຄົາຣົບ​ຕ່າງ​ກໍໄດ້​ຖືກ​ອັບອາຍ; ຮູບ​ພະ​ໜ້າກຽດຊັງ​ຖືກ​ທຳລາຍ​ຈົນ​ໝຸ່ນ.


ລາວ​ຈະ​ເອົາ​ຮູບເຄົາຣົບ​ຂອງ​ພວກເຂົາ ພ້ອມ​ດ້ວຍ​ສິ່ງຂອງ​ທີ່​ເຮັດ​ດ້ວຍ​ເງິນ​ດ້ວຍ​ຄຳ ແລະ​ຂົນ​ທັງໝົດ​ໄປ​ປະເທດ​ເອຢິບ. ຫລັງຈາກ​ນັ້ນ​ຈະ​ມີ​ຄວາມ​ສະຫງົບສຸກ​ຢູ່​ຫລາຍ​ປີ


ບັນດາ​ຮູບເຄົາຣົບ​ອັນ​ມີຄ່າ​ຈະ​ຖືກ​ທັບ​ໃຫ້​ໝຸ່ນ​ທະລາຍ ທຸກສິ່ງ​ທີ່​ຖືກ​ຖວາຍ​ແກ່​ບັນດາ​ໂສເພນີ ຈະ​ຖືກ​ທຳລາຍ​ດ້ວຍ​ໄຟ ແລະ​ຮູບເຄົາຣົບ​ທັງໝົດ​ໃນ​ເມືອງ​ນີ້​ຈະ​ຖືກ​ກອງ​ປະໄວ້​ຢ່າງ​ເປັນ​ຕາຢ້ານ. ນະຄອນ​ຊາມາເຣຍ​ໄດ້​ຮັບ​ສິ່ງ​ເຫຼົ່ານີ້​ມາ​ຈາກ​ພິທີ​ຕ່າງໆ ສຳລັບ​ໃຫ້​ເກີດ​ມີ​ຄວາມ​ອຸດົມ​ສົມບູນ ມາບັດນີ້ ເຫຼົ່າ​ສັດຕູ​ຈະ​ມາ​ຈັບ​ພວກເຂົາ​ໄປ​ເພື່ອ​ໃຫ້​ຂາບໄຫວ້​ໃນ​ແຫ່ງ​ອື່ນ.”


ພວກເຈົ້າ​ຕ້ອງ​ເຮັດ​ແບບ​ຂອງ​ຕຸ່ມຝີ​ແລະ​ຮູບ​ໜູ ຊຶ່ງ​ພວມ​ທຳລາຍ​ດິນແດນ​ຂອງ​ພວກເຈົ້າ​ນັ້ນ ແລະ​ພວກເຈົ້າ​ຕ້ອງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ບາງທີ​ພຣະອົງ​ຈະ​ເຊົາ​ລົງໂທດ​ພວກເຈົ້າ, ບັນດາ​ພະ​ຂອງ​ພວກເຈົ້າ ແລະ​ດິນແດນ​ຂອງ​ພວກເຈົ້າ​ກໍໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka