Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 5:3 - ພຣະຄຳພີສັກສິ

3 ເມື່ອ​ຊາວ​ອາຊະໂດດ​ຕື່ນ​ຂຶ້ນ​ມາ​ໃນ​ຕອນເຊົ້າ​ໄດ້​ເຫັນ​ວ່າ ຮູບ​ພະ​ດາໂກນ​ລົ້ມ​ຂວໍ້າໜ້າ​ລົງ​ຕໍ່ໜ້າ​ຫີບ​ຂອງ​ພຣະເຈົ້າຢາເວ. ສະນັ້ນ ພວກເຂົາ​ຈຶ່ງ​ຍົກ​ເອົາ​ຮູບພະ​ນັ້ນ​ໄປ​ໄວ້​ບ່ອນ​ເກົ່າ​ຄືນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 5:3
17 Jak'a apnaqawi uñst'ayäwi  

ພວກເຂົາ​ຈຶ່ງ​ເອົາ​ງົວເຖິກ​ທີ່​ນຳ​ມາ​ໃຫ້​ພວກຕົນ​ນັ້ນ​ໄປ​ຈັດແຈ່ງ ແລະ​ພາວັນນາ​ອະທິຖານ​ຫາ​ນາມຊື່​ພະບາອານ​ຈົນເຖິງ​ທ່ຽງ. ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ໂອ ພະບາອານ​ເອີຍ ຈົ່ງ​ຕອບ​ພວກ​ຂ້ານ້ອຍ​ດ້ວຍ.” ພວກເຂົາ​ຟ້ອນ​ອ້ອມ​ແທ່ນບູຊາ​ທີ່​ພວກເຂົາ​ກໍ່​ຂຶ້ນ​ນັ້ນ ແຕ່​ບໍ່ມີ​ສຽງ​ຕອບ​ໃດໆ​ເລີຍ.


ພະ​ເຫຼົ່ານີ້​ມີ​ມື ແຕ່​ຈັບ​ບາຍ​ບໍ່​ເປັນ, ພະ​ເຫຼົ່ານີ້​ມີ​ຕີນ ແຕ່​ຍ່າງ​ໄປມາ​ບໍ່ໄດ້, ພະ​ເຫຼົ່ານີ້​ເຮັດ​ໃຫ້​ມີ​ສຽງ​ອອກ​ຈາກ​ລຳຄໍ​ບໍ່ໄດ້.


ທຸກຄົນ​ທີ່​ຂາບໄຫວ້​ຮູບເຄົາຣົບ​ຕ່າງ​ກໍ​ຖືກ​ອັບອາຍ ບັນດາ​ພະ​ທັງຫລາຍ​ຈຶ່ງ​ກົ້ມ​ຂາບລົງ ຕໍ່ໜ້າ​ພຣະອົງ.


ໃນ​ຄືນ​ນັ້ນ ເຮົາ​ຈະ​ຜ່ານ​ດິນແດນ​ປະເທດ​ເອຢິບ​ໄປ ເພື່ອ​ຂ້າ​ລູກຊາຍກົກ​ຂອງ​ມະນຸດ ແລະ​ລູກ​ສັດ​ໂຕ​ເຖິກ​ຫົວປີ​ທຸກໆ​ໂຕ ແລະ​ເພື່ອ​ລົງໂທດ​ບັນດາ​ພະ​ທັງໝົດ​ຂອງ​ຊາວ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ເອຢິບ. ພຣະເຈົ້າຢາເວ​ກຳລັງ​ມາ​ສູ່​ເອຢິບ​ເທິງ​ເມກ​ຢ່າງ​ວ່ອງໄວ. ຮູບເຄົາຣົບ​ທັງຫລາຍ​ຂອງ​ຊາວ​ເອຢິບ​ສັ່ນເຊັນ​ຕໍ່ໜ້າ​ພຣະອົງ ແລະ​ປະຊາຊົນ​ຊາວ​ເອຢິບ​ກໍ​ສູນເສຍ​ຄວາມ​ກ້າຫານ​ຂອງ​ພວກເຂົາ.


ຄົນ​ທີ່​ບໍ່​ສາມາດ​ຫາ​ເງິນ ຫລື​ຄຳ​ມາ​ເຮັດ ກໍ​ເລືອກ​ເອົາ​ໄມ້​ທີ່​ມອດ​ກັດ​ບໍ່ໄດ້​ມາ​ເຮັດ. ລາວ​ຊອກຫາ​ເອົາ​ຊ່າງ​ຜູ້​ທີ່​ຊຳນິ​ຊຳນານ ມາ​ສ້າງ​ເປັນ​ຮູບພະ​ທີ່​ເໜັງຕີງ​ໄປມາ​ບໍ່ໄດ້.


ຊ່າງ​ໄມ້​ເວົ້າ​ຕໍ່​ຊ່າງ​ຄຳ​ວ່າ, ‘ເຈົ້າ​ເຮັດ​ໄດ້​ດີ​ຫລາຍ.’ ຜູ້​ທີ່​ຕີ​ຮູບເຄົາຣົບ​ລະອຽດ​ດີ​ກໍ​ຊູໃຈ​ຜູ້​ທີ່​ໃຊ້​ຕະປູ​ຕອກ​ດ້ວຍ. ເຂົາ​ເວົ້າ​ວ່າ, ‘ເຈົ້າ​ຊຸບ​ໂລຫະ​ເຂົ້າ​ກັນ​ໄດ້​ດີ​ຫລາຍ.’ ຕອກ​ຕະປູ​ເຂົ້າ​ຈຳດີ​ເພື່ອ​ຕໍ່​ສ່ວນຕ່າງໆ​ຂອງ​ຮູບເຄົາຣົບ.


ພວກເຂົາ​ຍົກ​ມັນ​ຂຶ້ນ​ໃສ່​ບ່າ ແລະ​ພາກັນ​ຫາມ​ໄປ ວາງ​ຮູບພະ​ລົງ​ຢູ່​ທີ່ໃດ ມັນ​ກໍ​ຢືນ​ຢູ່​ທີ່ນັ້ນ ມັນ​ເໜັງຕີງ​ຍ້າຍ​ໄປມາ​ບ່ອນໃດ​ບໍ່ໄດ້​ເລີຍ ຖ້າ​ຜູ້ໃດ​ຜູ້ໜຶ່ງ​ພາວັນນາ​ອະທິຖານ​ມັນ​ກໍ​ຕອບ​ຫຍັງ​ບໍ່ໄດ້ ຫລື​ບໍ່​ສາມາດ​ຊ່ວຍ​ຄົນໃດ​ຄົນໜຶ່ງ​ໄດ້​ເລີຍ ໃຫ້​ພົ້ນ​ຈາກ​ໄພພິບັດ​ທີ່​ມາ​ປະເຊີນ​ນັ້ນ.


ພວກເຂົາ​ທັງໝົດ​ນັ້ນ​ໂງ່ຈ້າ ແລະ​ງົມງາຍ ພວກເຂົາ​ຮຽນຮູ້​ຫຍັງ​ແດ່​ຈາກ​ຮູບເຄົາຣົບ​ທີ່​ເປັນ​ໄມ້?


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຂົາ​ສະທ້ານ​ຢ້ານກົວ. ພຣະອົງ​ຈະ​ທຳລາຍ​ບັນດາ​ພະ​ໃນ​ແຜ່ນດິນ​ໂລກ ລົງ​ສູ່​ການ​ບໍ່ມີ​ປະໂຫຍດ ແລະ​ຕໍ່ໄປ ທຸກໆ​ຊົນຊາດ​ກໍ​ຈະ​ນະມັດສະການ​ພຣະອົງ​ໃນ​ດິນແດນ​ຂອງ​ຕົນເອງ.


ພວກ​ຜີຊົ່ວຮ້າຍ​ສິງ​ຢູ່​ໃນ​ຫລາຍ​ຄົນ​ໄດ້​ເຫັນ​ພຣະອົງ ພວກ​ມັນ​ກໍ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ຮ້ອງ​ຂຶ້ນ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.”


ຫລັງຈາກ​ຫີບ​ຂອງ​ພຣະເຈົ້າຢາເວ​ຢູ່​ໃນ​ດິນແດນ​ຟີລິດສະຕິນ ເປັນ​ເວລາ​ເຈັດ​ເດືອນ​ແລ້ວ


ພວກເຈົ້າ​ຕ້ອງ​ເຮັດ​ແບບ​ຂອງ​ຕຸ່ມຝີ​ແລະ​ຮູບ​ໜູ ຊຶ່ງ​ພວມ​ທຳລາຍ​ດິນແດນ​ຂອງ​ພວກເຈົ້າ​ນັ້ນ ແລະ​ພວກເຈົ້າ​ຕ້ອງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ບາງທີ​ພຣະອົງ​ຈະ​ເຊົາ​ລົງໂທດ​ພວກເຈົ້າ, ບັນດາ​ພະ​ຂອງ​ພວກເຈົ້າ ແລະ​ດິນແດນ​ຂອງ​ພວກເຈົ້າ​ກໍໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka