Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 5:2 - ພຣະຄຳພີສັກສິ

2 ໄດ້​ນຳ​ໄປ​ທີ່​ວັດ​ພະ​ດາໂກນ ແລະ​ຕັ້ງ​ໄວ້​ຢູ່​ຂ້າງ​ຮູບ​ພະ​ດາໂກນ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




1 ຊາມູເອນ 5:2
7 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ເອົາ​ອາວຸດ​ເພິ່ນ​ໄປ​ບັນຈຸ​ໄວ້​ໃນ​ວິຫານ​ແຫ່ງ​ໜຶ່ງ​ຂອງ​ພວກເຂົາ ແລະ​ເອົາ​ຫົວ​ຂອງ​ກະສັດ​ໂຊນ​ຫ້ອຍ​ໄວ້​ໃນ​ວິຫານ​ຂອງ​ພະ​ດາໂກນ.


ມື້​ຕໍ່ມາ ຫລັງຈາກ​ເຊົາ​ສູ້ຮົບ​ແລ້ວ ພວກ​ຟີລິດສະຕິນ​ກໍ​ໄປ​ແກ້​ເອົາ​ເຄື່ອງ​ຈາກ​ຊາກສົບ ແລະ​ພວກເຂົາ​ໄດ້​ພົບ​ຊາກສົບ​ຂອງ​ກະສັດ​ໂຊນ​ພ້ອມ​ທັງ​ຊາກສົບ​ຂອງ​ພວກ​ລູກຊາຍ ນອນດອຍ​ຢູ່​ທີ່​ເທິງ​ພູເຂົາ​ກິນໂບອາ.


ໃນ​ຂະນະທີ່​ພວກເຂົາ​ກຳລັງ​ດື່ມ​ເຫຼົ້າ​ອະງຸ່ນ​ຢູ່​ນັ້ນ ເຈົ້າ​ເບັນຊັດຊາເຣ​ກໍ​ສັ່ງ​ໃຫ້​ຄົນ​ເອົາ​ຈອກ ແລະ​ຖ້ວຍ​ທີ່​ເຮັດ​ດ້ວຍ​ເງິນ ແລະ​ດ້ວຍ​ຄຳ​ມາ​ໃຫ້; ແມ່ນ​ສິ່ງ​ເຫຼົ່ານີ້ ທີ່​ເຈົ້າ​ເນບູ​ກາດເນັດຊາ​ຜູ້​ເປັນ​ບິດາ ໄດ້​ເອົາ​ມາ​ຈາກ​ພຣະວິຫານ​ໃນ​ນະຄອນ​ເຢຣູຊາເລັມ. ກະສັດ​ໄດ້​ໃຫ້​ຄົນ​ໄປ​ເອົາ​ຈອກ ແລະ​ຖ້ວຍ​ເຫຼົ່ານັ້ນ​ມາ ກໍ​ເພື່ອ​ວ່າ​ເພິ່ນເອງ​ພ້ອມ​ທັງ​ພວກ​ມະເຫສີ, ພວກ​ນາງ​ສະໜົມ ແລະ​ພວກ​ເຈົ້ານາຍ ຈະ​ໃຊ້​ພາຊະນະ​ເຫຼົ່ານີ້​ດື່ມ​ເຫຼົ້າ​ອະງຸ່ນ.


ທ່ານ​ດູໝິ່ນ​ປະໝາດ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ສະຫວັນ ໂດຍ​ນຳ​ເອົາ​ຈອກ ແລະ​ຖ້ວຍ​ຈາກ​ພຣະວິຫານ​ຂອງ​ພຣະອົງ​ມາ​ທີ່​ນີ້. ທ່ານ​ເອງ, ພວກ​ມະເຫສີ, ພວກ​ນາງ​ສະໜົມ ແລະ​ພວກ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງທ່ານ ໄດ້​ພາກັນ​ໃຊ້​ພາຊະນະ​ເຫຼົ່ານີ້ ແລະ​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ; ພະ​ເຫຼົ່ານີ້​ຮູ້​ແລະ​ເຫັນ​ບໍ່ໄດ້ ແລະ​ກໍ​ບໍ່ໄດ້ຍິນ​ຫຍັງ ທັງ​ບໍ່​ຮູ້ຈັກ​ຫຍັງ​ເລີຍ, ແຕ່​ທ່ານ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ອົງ​ຊົງ​ໃຫ້​ຊີວິດ​ຫລື​ເອົາ​ຊີວິດ​ຂອງທ່ານ​ໄປ ແລະ​ເປັນ​ອົງ​ຊົງ​ຄວບຄຸມ​ທຸກສິ່ງ​ທີ່​ທ່ານ​ເຮັດ​ນັ້ນ.


ແລ້ວ​ພວກເຂົາ​ກໍ​ກວາດເອົາ​ສິ່ງຂອງ​ເໝືອນ​ດັ່ງ​ລົມ​ພັດ​ກວາດເອົາ​ໄປ ຄົນ​ພວກ​ນີ້​ນັບຖື​ອຳນາດ​ຂອງ​ຕົນເອງ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.”


ພວກເຂົາ​ຂາບໄຫວ້​ແລະ​ຖວາຍ​ເຄື່ອງ​ບູຊາ​ໃຫ້​ແມ່ນແຕ່​ມອງ​ຂອງ​ພວກເຂົາ ເພາະວ່າ​ມອງ​ນັ້ນ​ເຮັດ​ໃຫ້​ພວກເຂົາ​ໃຊ້​ຊີວິດ​ຢູ່​ຢ່າງ​ຟຸມເຟືອຍ ແລະ​ມີ​ອາຫານ​ການກິນ​ຢ່າງດີໆ.


ພວກ​ກະສັດ​ຂອງ​ຊາວ​ຟີລິດສະຕິນ​ໄດ້​ພາກັນ​ມາ​ສະເຫລີມ​ສະຫລອງ ງານ​ຖວາຍບູຊາ​ຄັ້ງ​ຍິ່ງໃຫຍ່​ແກ່​ພະ​ດາໂກນ​ຂອງ​ພວກເຂົາ. ພວກເຂົາ​ຮ້ອງເພງ​ວ່າ, “ພະ​ຂອງ​ພວກເຮົາ​ໃຫ້​ພວກເຮົາ​ມີໄຊ​ເໜືອ​ແຊມຊັນ ສັດຕູ​ຄູ່​ອາຄາດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka