Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 5:12 - ພຣະຄຳພີສັກສິ

12 ແມ່ນແຕ່​ພວກ​ທີ່​ລອດຕາຍ​ມາ​ໄດ້​ກໍ​ຍັງ​ເປັນ​ຕຸ່ມຝີ; ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ຂໍຮ້ອງ​ໃຫ້​ບັນດາ​ພະ​ຂອງ​ພວກເຂົາ​ຊ່ວຍເຫລືອ.

Uka jalj uñjjattʼäta Copia luraña




1 ຊາມູເອນ 5:12
9 Jak'a apnaqawi uñst'ayäwi  

ຜູ້ໃດ​ຜູ້ໜຶ່ງ​ທີ່​ໜີພົ້ນ​ຈາກ​ຖືກ​ຮາຊາເອນ​ຂ້າ ຈະ​ຖືກ​ເຢຮູ​ຂ້າ ຜູ້ໃດ​ຜູ້ໜຶ່ງ​ທີ່​ໜີພົ້ນ​ຈາກ​ຖືກ​ເຢຮູ​ຂ້າ ຈະ​ຖືກ​ເອລີຊາ​ຂ້າ.


ໃນ​ຄືນ​ນັ້ນ ກະສັດ​ຟາໂຣ, ບັນດາ​ຂ້າຣາຊການ ແລະ​ຊາວ​ເອຢິບ​ທັງໝົດ​ຕ່າງ​ກໍ​ຕື່ນ​ຂຶ້ນ​ມາ. ສຽງ​ຮ້ອງໄຫ້​ຄໍ່າຄວນ​ອຶກກະທຶກ ໄດ້​ດັງ​ສະໜັ່ນ​ໄປ​ທົ່ວ​ປະເທດ​ເອຢິບ ເພາະວ່າ​ທຸກ​ບ້ານ ທຸກ​ເຮືອນ​ໃດ​ກໍ​ມີ​ຄົນ​ຕາຍ.


“ຢູດາ​ກຳລັງ​ຢູ່​ໃນ​ສະພາບ​ໄວ້ທຸກ ເພາະ​ຄົນ​ໃນ​ເມືອງ​ກຳລັງ​ລົ້ມຕາຍ ປະຊາຊົນ​ໃນ​ເມືອງ​ກໍ​ໂສກເສົ້າ​ນອນ​ຕາມ​ຂີ້ດິນ ແລະ​ນະຄອນ​ເຢຣູຊາເລັມ​ກໍ​ຮ້ອງຂໍ​ໃຫ້​ຊ່ວຍ.


ບັນດາ​ພວກ​ຜູ້ລ້ຽງແກະ​ເອີຍ ຈົ່ງ​ຮ້ອງໄຫ້​ສາ ພວກເຈົ້າ​ທີ່​ເປັນ​ຜູ້ລ້ຽງແກະ​ຂອງເຮົາ​ເອີຍ ຈົ່ງ​ຮ້ອງໄຫ້​ຄໍ່າຄວນ​ສາ ຈົ່ງ​ໄວ້ທຸກ​ແລະ​ກິ້ງເກືອກ​ຢູ່​ໃນ​ຂີ້ຝຸ່ນ​ດິນ. ເວລາ​ກໍ​ມາ​ເຖິງ​ແລ້ວ ທີ່​ພວກເຈົ້າ​ຕ້ອງ​ຖືກ​ປະຫານໝູ່ ແລະ​ພວກເຈົ້າ​ຈະ​ຖືກ​ຂ້າ​ຖິ້ມ​ດັ່ງ​ຂ້າ​ຝູງ​ແກະເຖິກ.


ຊາວ​ເມືອງ​ໂຮໂຣນາອິມ​ຕ່າງ​ກໍ​ຮ້ອງ​ອອກ​ມາ​ວ່າ, ‘ຈິບຫາຍ ຈິບຫາຍ​ກັນ​ໃຫຍ່​ແລ້ວ.’


ວັນ​ນັ້ນ​ຈະ​ເປັນ​ດັ່ງ​ຊາຍ​ຄົນ​ໜຶ່ງ​ທີ່​ແລ່ນ​ປົບໜີ​ຈາກ​ສິງ ແລ້ວ​ໄປ​ພົບ​ໝີ ຫລື​ດັ່ງ​ຊາຍ​ຄົນ​ໜຶ່ງ​ທີ່​ກັບຄືນ​ເມືອ​ເຮືອນ ແລ້ວ​ເອົາ​ມື​ຂົ່ມ​ໃສ່​ຝາ​ແລະ​ຖືກ​ງູ​ຕອດ.


ຫລັງຈາກ​ຫີບ​ຂອງ​ພຣະເຈົ້າຢາເວ​ຢູ່​ໃນ​ດິນແດນ​ຟີລິດສະຕິນ ເປັນ​ເວລາ​ເຈັດ​ເດືອນ​ແລ້ວ


“ມື້ອື່ນ ໃນ​ເວລາ​ດຽວກັນ​ນີ້ ເຮົາ​ຈະ​ສົ່ງ​ຄົນ​ໜຶ່ງ​ຈາກ​ເຜົ່າ​ເບັນຢາມິນ​ມາ​ຫາ​ເຈົ້າ; ຈົ່ງ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ລາວ​ໃຫ້​ເປັນ​ກະສັດ ເພື່ອ​ປົກຄອງ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ; ແລະ​ລາວ​ຈະ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ​ໃຫ້​ພົ້ນ​ຈາກ​ພວກ​ຟີລິດສະຕິນ. ເຮົາ​ໄດ້​ເຫັນ​ຄວາມ​ທົນທຸກ​ຂອງ​ພວກເຂົາ ແລະ​ໄດ້ຍິນ​ສຽງ​ຮ້ອງ​ຂໍ​ໃຫ້​ຊ່ວຍເຫລືອ​ຂອງ​ພວກເຂົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka