Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 5:11 - ພຣະຄຳພີສັກສິ

11 ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຊີນ​ເອົາ​ກະສັດ​ແຫ່ງ​ຟີລິດສະຕິນ​ທັງໝົດ​ມາ ແລະ​ຂໍຮ້ອງ​ວ່າ, “ຈົ່ງ​ສົ່ງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ກັບຄືນ​ເມືອ​ບ່ອນ​ເກົ່າ​ສາ ເພື່ອ​ວ່າ​ພວກເຮົາ​ແລະ​ປະຊາຊົນ​ຂອງ​ພວກເຮົາ​ຈະ​ບໍ່ໄດ້​ຖືກ​ຂ້າ​ຕາຍ.” ທົ່ວ​ທັງ​ເມືອງ​ເລີຍ​ເກີດ​ສັບສົນ​ວຸ້ນວາຍ​ກັນ​ຫຼາຍ ຍ້ອນ​ວ່າ​ພຣະເຈົ້າ​ໄດ້​ລົງໂທດ​ພວກເຂົາ​ຢ່າງໜັກ.

Uka jalj uñjjattʼäta Copia luraña




1 ຊາມູເອນ 5:11
7 Jak'a apnaqawi uñst'ayäwi  

ບັນດາ​ຂ້າຣາຊການ​ຈຶ່ງ​ຖາມ​ກະສັດ​ຟາໂຣ​ວ່າ, “ຊາຍ​ຄົນ​ນີ້​ຍັງ​ຈະ​ເຮັດ​ໃຫ້​ພວກເຮົາ​ເດືອດຮ້ອນ​ຢູ່​ອີກ​ເຫິງ​ປານໃດ? ຈົ່ງ​ປ່ອຍ​ຊາວ​ອິດສະຣາເອນ​ໄປ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ສາ. ທ່ານ​ບໍ່​ເຫັນ​ບໍ​ວ່າ ເອຢິບ​ກຳລັງ​ຈິບຫາຍ​ວາຍວອດ​ພຽງ​ໃດ​ແລ້ວ?”


ເມື່ອ​ເປັນ​ເຊັ່ນນີ້ ພວກເຂົາ​ຈຶ່ງ​ສົ່ງ​ຫີບ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ໄປ​ທີ່​ເມືອງ​ເອັກໂຣນ ຊຶ່ງ​ເປັນ​ເມືອງ​ຂອງ​ພວກ​ຟີລິດສະຕິນ​ອີກ​ເມືອງ​ໜຶ່ງ. ເມື່ອ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ນັ້ນ​ມາ​ເຖິງ​ເມືອງ​ນີ້​ແລ້ວ ປະຊາຊົນ​ກໍ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ພວກເຂົາ​ໄດ້​ນຳ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ມາ​ທີ່​ນີ້ ເພື່ອ​ໝາຍ​ຈະ​ຂ້າ​ພວກເຮົາ​ແລະ​ປະຊາຊົນ​ຂອງ​ພວກເຮົາ.”


ພຣະເຈົ້າຢາເວ​ໄດ້​ລົງໂທດ​ຊາວ​ເມືອງ​ອາຊະໂດດ​ຢ່າງໜັກ ທັງ​ເຮັດ​ໃຫ້​ພວກເຂົາ​ຢ້ານກົວ​ພຣະອົງ​ຫລາຍ​ທີ່ສຸດ. ພຣະອົງ​ຍັງ​ໄດ້​ລົງໂທດ​ພວກເຂົາ ຕະຫລອດ​ທັງ​ປະຊາຊົນ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ໂດຍ​ໃຫ້​ເກີດ​ຕຸ່ມຝີ.


ພວກເຈົ້າ​ຕ້ອງ​ເຮັດ​ແບບ​ຂອງ​ຕຸ່ມຝີ​ແລະ​ຮູບ​ໜູ ຊຶ່ງ​ພວມ​ທຳລາຍ​ດິນແດນ​ຂອງ​ພວກເຈົ້າ​ນັ້ນ ແລະ​ພວກເຈົ້າ​ຕ້ອງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ບາງທີ​ພຣະອົງ​ຈະ​ເຊົາ​ລົງໂທດ​ພວກເຈົ້າ, ບັນດາ​ພະ​ຂອງ​ພວກເຈົ້າ ແລະ​ດິນແດນ​ຂອງ​ພວກເຈົ້າ​ກໍໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka