1 ຊາມູເອນ 5:10 - ພຣະຄຳພີສັກສິ10 ເມື່ອເປັນເຊັ່ນນີ້ ພວກເຂົາຈຶ່ງສົ່ງຫີບຂອງພຣະເຈົ້າແຫ່ງຊາດອິດສະຣາເອນໄປທີ່ເມືອງເອັກໂຣນ ຊຶ່ງເປັນເມືອງຂອງພວກຟີລິດສະຕິນອີກເມືອງໜຶ່ງ. ເມື່ອຫີບພັນທະສັນຍາຂອງພຣະເຈົ້ານັ້ນມາເຖິງເມືອງນີ້ແລ້ວ ປະຊາຊົນກໍພາກັນຮ້ອງຂຶ້ນວ່າ, “ພວກເຂົາໄດ້ນຳເອົາຫີບພັນທະສັນຍາຂອງພຣະເຈົ້າແຫ່ງຊາດອິດສະຣາເອນມາທີ່ນີ້ ເພື່ອໝາຍຈະຂ້າພວກເຮົາແລະປະຊາຊົນຂອງພວກເຮົາ.” Uka jalj uñjjattʼäta |
ພຣະເຈົ້າຢາເວຊ່ວຍເຫລືອຊາວຢູດາ ແລະພວກເຂົາກໍຢຶດເມືອງຕາມແຖບເນີນພູໄດ້. ແຕ່ພວກເຂົາບໍ່ໄດ້ຢຶດ ເມືອງກາຊາ, ເມືອງອາຊະເກໂລນ ຫລືເມືອງເອັກໂຣນ ພ້ອມທັງເຂດແດນທີ່ຢູ່ອ້ອມແອ້ມນັ້ນ. ຊາວຢູດາບໍ່ສາມາດຂັບໄລ່ປະຊາຊົນ ທີ່ຢູ່ຕາມທົ່ງຮາບພຽງອອກໄປໄດ້ ເພາະພວກເຫຼົ່ານີ້ມີລົດຮົບທີ່ເຮັດດ້ວຍເຫຼັກ.
ດັ່ງນັ້ນ ພວກເຂົາຈຶ່ງເຊີນເອົາກະສັດແຫ່ງຟີລິດສະຕິນທັງໝົດມາ ແລະຂໍຮ້ອງວ່າ, “ຈົ່ງສົ່ງຫີບພັນທະສັນຍາຂອງພຣະເຈົ້າແຫ່ງຊາດອິດສະຣາເອນກັບຄືນເມືອບ່ອນເກົ່າສາ ເພື່ອວ່າພວກເຮົາແລະປະຊາຊົນຂອງພວກເຮົາຈະບໍ່ໄດ້ຖືກຂ້າຕາຍ.” ທົ່ວທັງເມືອງເລີຍເກີດສັບສົນວຸ້ນວາຍກັນຫຼາຍ ຍ້ອນວ່າພຣະເຈົ້າໄດ້ລົງໂທດພວກເຂົາຢ່າງໜັກ.