Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 5:1 - ພຣະຄຳພີສັກສິ

1 ຫລັງຈາກ​ພວກ​ຟີລິດສະຕິນ​ໄດ້​ຢຶດ​ຫີບ​ຂອງ​ພຣະເຈົ້າ​ໄປ​ແລ້ວ ພວກເຂົາ​ກໍ​ຫາມ​ຫີບ​ນີ້​ອອກ​ຈາກ​ເອເບັນເອເຊ ໄປ​ສູ່​ເມືອງ​ຂອງ​ພວກເຂົາ​ທີ່​ອາຊະໂດດ,

Uka jalj uñjjattʼäta Copia luraña




1 ຊາມູເອນ 5:1
12 Jak'a apnaqawi uñst'ayäwi  

ພຣະອົງ​ໃຫ້​ສັດຕູ​ຢຶດ​ຫີບ​ພັນທະສັນຍາ ຊຶ່ງ​ເປັນ​ເຄື່ອງໝາຍ​ສັນຍາລັກ​ແຫ່ງ​ພຣະ​ສະຫງ່າຣາສີ.


ພາຍໃຕ້​ຄຳສັ່ງ​ຂອງ​ຈັກກະພັດ​ຊາກໂກນ​ແຫ່ງ​ອັດຊີເຣຍ ຜູ້​ບັນຊາການ​ສູງສຸດ​ຂອງ​ກອງທັບ​ອັດຊີເຣຍ​ໄດ້​ໂຈມຕີ​ອາຊະໂດດ​ເມືອງ​ຂອງ​ຊາວ​ຟີລິດສະຕິນ.


ຈົ່ງ​ແຈ້ງ​ໃຫ້​ພວກ​ທີ່​ຢູ່​ໃນ​ວັງ​ແຫ່ງ​ເອຢິບ ແລະ​ແຫ່ງ​ອາຊະໂດດ​ວ່າ, “ຈົ່ງ​ທ້ອນໂຮມກັນ​ຢູ່​ເທິງ​ພູເຂົາ​ຕ່າງໆ​ອ້ອມແອ້ມ​ຊາມາເຣຍ ແລະ​ເບິ່ງ​ເຫດການ​ວຸ້ນວາຍ​ໃຫຍ່​ແລະ​ອາຊະຍາກຳ​ທີ່​ໄດ້​ຖືກ​ກໍ່​ຂຶ້ນ​ຢູ່​ໃນ​ທີ່ນັ້ນ.”


ແຕ່​ມີ​ຄົນ​ໄດ້​ເຫັນ​ຟີລິບ​ຢູ່​ໃນ​ເມືອງ​ອາໂຊໂຕ ແລະ​ຂະນະທີ່​ເພິ່ນ​ຜ່ານ​ເມືອງ​ທັງຫລາຍ​ໄປ​ນັ້ນ ເພິ່ນ​ໄດ້​ປະກາດ​ຂ່າວປະເສີດ​ຈົນ​ມາ​ເຖິງ​ເມືອງ​ກາຍຊາເຣຍ.


ບໍ່ມີ​ພວກ​ອານາກີມ​ຈັກ​ຄົນ​ທີ່​ເຫຼືອ​ຢູ່​ໃນ​ດິນແດນ​ອິດສະຣາເອນ ແຕ່​ຍັງ​ມີ​ບາງຄົນ​ທີ່​ໄດ້​ເຫຼືອ​ຢູ່​ໃນ​ເມືອງ​ກາຊາ, ເມືອງກາດ ແລະ​ເມືອງ​ອາຊະໂດດ.


ແລະ​ດິນແດນ​ຂອງ​ຊາວ​ອາວິມ​ທີ່​ຢູ່​ທາງທິດໃຕ້. (ດິນແດນ​ແຕ່​ແມ່ນໍ້າ​ຊີໂຮເຣ ຕາມ​ຊາຍແດນ​ຂອງ​ປະເທດ​ເອຢິບ​ຂຶ້ນ​ໄປ​ທາງເໜືອ ຈົນເຖິງ​ເຂດແດນ​ເອັກໂຣນ​ຖື​ວ່າ​ເປັນ​ຖິ່ນ​ຂອງ​ຊາວ​ການາອານ; ບັນດາ​ຜູ້ປົກຄອງ​ຂອງ​ຊາວ​ຟີລິດສະຕິນ 5 ຄົນ ທີ່​ຢູ່​ໃນ​ເມືອງ​ກາຊາ, ເມືອງ​ອາຊະໂດດ, ເມືອງ​ອາຊະເກໂລນ, ເມືອງກາດ ແລະ​ເມືອງ​ເອັກໂຣນ).


ໃນ​ເວລາ​ນັ້ນ ພວກ​ຟີລິດສະຕິນ​ໄດ້​ທ້ອນໂຮມກັນ ເຮັດ​ເສິກ​ຕໍ່ສູ້​ຊົນຊາດ​ອິດສະຣາເອນ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ຍົກທັບ​ອອກ​ໄປ​ສູ້ຮົບ​ພວກເຂົາ. ພວກ​ອິດສະຣາເອນ​ຕັ້ງ​ຄ້າຍ​ຢູ່​ທີ່​ເມືອງ​ເອເບັນເອເຊ ສ່ວນ​ພວກ​ຟີລິດສະຕິນ​ນັ້ນ​ຕັ້ງ​ຄ້າຍ​ຢູ່​ທີ່​ເມືອງ​ອາເຟັກ.


ຫີບ​ຂອງ​ພຣະເຈົ້າ​ໄດ້​ຖືກ​ຢຶດ​ໄປ ແລະ​ໂຮຟະນີ​ກັບ​ຟີເນຮາ​ລູກຊາຍ​ສອງ​ຄົນ​ຂອງ​ເອລີ​ກໍ​ຖືກ​ຂ້າ​ດ້ວຍ.


ນາງ​ເວົ້າ​ວ່າ, “ສະຫງ່າຣາສີ​ໄດ້​ຈາກ​ຊາດ​ອິດສະຣາເອນ​ໄປ​ແລ້ວ ເພາະ​ຫີບ​ຂອງ​ພຣະເຈົ້າ​ໄດ້​ຖືກ​ຢຶດ​ໄປ.”


ຫລັງຈາກ​ຫີບ​ຂອງ​ພຣະເຈົ້າຢາເວ​ຢູ່​ໃນ​ດິນແດນ​ຟີລິດສະຕິນ ເປັນ​ເວລາ​ເຈັດ​ເດືອນ​ແລ້ວ


ແລ້ວ​ຊາມູເອນ​ກໍໄດ້​ເອົາ​ຫີນ​ກ້ອນ​ໜຶ່ງ​ມາ​ຕັ້ງ​ໄວ້ ຢູ່​ລະຫວ່າງ​ເມືອງ​ມີຊະປາ​ແລະ​ເມືອງເຊນ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ​ຕະຫລອດ​ມາ” ແລະ​ເພິ່ນ​ໄດ້​ໃສ່​ຊື່​ກ້ອນຫີນ​ນັ້ນ​ວ່າ, “ກ້ອນຫີນ​ແຫ່ງ​ຄວາມ​ຊ່ວຍເຫລືອ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka