Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 4:9 - ພຣະຄຳພີສັກສິ

9 ຊາວ​ຟີລິດສະຕິນ​ເອີຍ ຈົ່ງ​ກ້າຫານ​ເຖີດ ຈົ່ງ​ຕໍ່ສູ້​ຢ່າງ​ລູກ​ຜູ້ຊາຍ; ບໍ່​ດັ່ງນັ້ນ ພວກເຮົາ​ຈະ​ຕ້ອງ​ຕົກ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເຮັບເຣີ ດັ່ງ​ທີ່​ພວກເຂົາ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຂອງ​ພວກເຮົາ​ມາ​ແລ້ວ. ສະນັ້ນ ຈົ່ງ​ຕໍ່ສູ້​ຢ່າງ​ລູກ​ຜູ້ຊາຍ​ເຖີດ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 4:9
10 Jak'a apnaqawi uñst'ayäwi  

ຈົ່ງ​ເຂັ້ມແຂງ​ແລະ​ກ້າຫານ ຂໍ​ໃຫ້​ພວກເຮົາ​ສູ້ຮົບ​ຢ່າງ​ເດັດດ່ຽວ​ເພື່ອ​ປະຊາຊົນ​ຂອງ​ພວກເຮົາ ແລະ​ເພື່ອ​ບັນດາ​ເມືອງ​ຕ່າງໆ​ຂອງ​ພຣະເຈົ້າ ແລະ​ຂໍ​ໃຫ້​ພຣະເຈົ້າຢາເວ​ດຳເນີນການ ຕາມ​ທີ່​ພຣະອົງ​ເຫັນ​ຊອບ​ເຖີດ.”


ຫລາຍ​ຊົນຊາດ​ຈະ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ກັບຄືນ​ມາ​ສູ່​ດິນແດນ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ; ໃນ​ທີ່ນັ້ນ ຊົນຊາດ​ເຫຼົ່ານັ້ນ​ຈະ​ຮັບໃຊ້​ຊາດ​ອິດສະຣາເອນ​ດັ່ງ​ທາດ. ພວກ​ທີ່​ເຄີຍ​ຈັບ​ຄົນ​ໃນ​ຊາດ​ອິດສະຣາເອນ​ໄປ​ຄັ້ງ​ໜຶ່ງ​ນັ້ນ ບັດນີ້ ຈະ​ຖືກ​ຄົນ​ໃນ​ຊາດ​ອິດສະຣາເອນ​ຈັບ​ຄືນ ແລະ​ປະຊາຊົນ​ອິດສະຣາເອນ​ຈະ​ປົກຄອງ ຄົນ​ເຫຼົ່ານັ້ນ​ທີ່​ເຄີຍ​ກົດຂີ່​ພວກຕົນ​ມາ​ຄັ້ງ​ໜຶ່ງ.


ເຄາະກຳ​ເປັນ​ຂອງ​ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ສາ​ແລ້ວ ພວກເຂົາ​ປຸ້ນ ແລະ​ທໍລະຍົດ ທັງໆ​ທີ່​ບໍ່ມີ​ຜູ້ໃດ​ປຸ້ນ ແລະ​ທໍລະຍົດ​ພວກເຂົາ. ແຕ່​ເວລາ​ຂອງ​ພວກເຂົາ​ທີ່​ປຸ້ນ ແລະ​ທໍລະຍົດ​ນັ້ນ​ຈະ​ສິ້ນສຸດ​ລົງ ແລະ​ພວກເຂົາ​ເອງ​ຈະ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ປຸ້ນ ແລະ​ການ​ທໍລະຍົດ.


ຈົ່ງ​ເຝົ້າ​ລະວັງ​ໃຫ້​ດີ ຈົ່ງ​ຢືນຢັດ​ຢູ່​ຢ່າງ​ໝັ້ນຄົງ​ໃນ​ຄວາມເຊື່ອ ຈົ່ງ​ກ້າຫານ ແລະ​ຈົ່ງ​ເຂັ້ມແຂງ.


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາວ​ອິດສະຣາເອນ ແລະ​ໄດ້​ປ່ອຍ​ໃຫ້​ຊາວ​ຟີລິດສະຕິນ​ແລະ​ຊາວ​ອຳໂມນ​ຮົບ​ຊະນະ​ພວກເຂົາ.


ຕໍ່ມາ ຊາວ​ອິດສະຣາເອນ​ໄດ້​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ​ອີກ; ແລະ​ພຣະເຈົ້າຢາເວ​ໄດ້​ປ່ອຍ​ໃຫ້​ຊາວ​ຟີລິດສະຕິນ​ປົກຄອງ​ພວກເຂົາ​ເປັນ​ເວລາ​ສີ່ສິບ​ປີ.


ຊາວ​ເຮັບເຣີ​ບາງຄົນ​ທີ່​ເຄີຍ​ເຂົ້າຂ້າງ​ພວກ​ຟີລິດສະຕິນ​ມາ​ກ່ອນ ແລະ​ໄດ້​ເຂົ້າ​ໄປ​ຢູ່​ໃນ​ຄ້າຍ​ນຳ​ພວກ​ຟີລິດສະຕິນ​ນັ້ນ ບັດນີ້​ເຂົາ​ໄດ້​ປ່ຽນ​ໃຈ ແລະ​ມາ​ເຂົ້າ​ຮ່ວມ​ນຳ​ກະສັດ​ໂຊນ​ກັບ​ໂຢນາທານ.


ແມ່ນ​ຜູ້ໃດ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພຣະ​ທີ່​ມີ​ຣິດອຳນາດ​ເຫຼົ່ານັ້ນ​ໄດ້? ແມ່ນ​ພຣະ​ເຫຼົ່ານີ້​ແຫລະ ທີ່​ໄດ້​ຂ້າ​ຊາວ​ເອຢິບ​ດ້ວຍ​ໄພພິບັດ​ນາໆ​ປະການ ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka