8 ແມ່ນຜູ້ໃດຈະຊ່ວຍພວກເຮົາໃຫ້ພົ້ນຈາກພຣະທີ່ມີຣິດອຳນາດເຫຼົ່ານັ້ນໄດ້? ແມ່ນພຣະເຫຼົ່ານີ້ແຫລະ ທີ່ໄດ້ຂ້າຊາວເອຢິບດ້ວຍໄພພິບັດນາໆປະການ ຢູ່ໃນຖິ່ນແຫ້ງແລ້ງກັນດານ.
ເມື່ອຊົນຊາດທັງຫລາຍໄດ້ຍິນເລື່ອງ ກໍແຕກຕື່ນຕົກໃຈກົວ; ຄວາມຢ້ານກົວອັນໃຫຍ່ຫລວງ ໄດ້ຄວບຄຸມຊາວຟີລິດສະຕິນໄວ້.
ຊາວເອຢິບຈະຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ກໍຕໍ່ເມື່ອເຮົາໃຊ້ຣິດອຳນາດຂອງເຮົາຕໍ່ສູ້ພວກເຂົາ ແລະນຳຊາວອິດສະຣາເອນອອກໄປຈາກປະເທດຂອງພວກເຂົາເທົ່ານັ້ນ.”
ໃນເທື່ອນີ້ ເຮົາຈະບໍ່ລົງໂທດບັນດາຂ້າຣາຊການ ແລະປະຊາຊົນຂອງເຈົ້າເທົ່ານັ້ນ; ແຕ່ເຮົາຈະລົງໂທດເຈົ້າເຊັ່ນກັນເພື່ອເຈົ້າຈະໄດ້ຮູ້ວ່າ ທົ່ວເທິງແຜ່ນດິນໂລກນີ້ບໍ່ມີພະອື່ນໃດເທົ່າທຽມເຮົາ.
ພະຍານທັງສອງນີ້ ມີສິດອຳນາດທີ່ຈະອັດທ້ອງຟ້າໄວ້ ເພື່ອບໍ່ໃຫ້ຝົນຕົກໃນຂະນະທີ່ພວກເພິ່ນປະກາດພຣະທຳຂອງພຣະເຈົ້າຢູ່ນັ້ນ ພວກເພິ່ນຍັງມີສິດອຳນາດເຮັດໃຫ້ນໍ້າກາຍເປັນເລືອດໄດ້ ທັງມີສິດອຳນາດບັນດານໃຫ້ໄພອັນຕະລາຍທຸກຢ່າງ ທໍລະມານແຜ່ນດິນໂລກໄດ້ທຸກເວລາ ຕາມຄວາມປາຖະໜາ.
ພວກເຂົາຈຶ່ງຢ້ານກົວ ແລະເວົ້າວ່າ, “ມີພຣະຕົນໜຶ່ງມາຢູ່ໃນຄ້າຍຂອງພວກເຂົາແລ້ວ. ບັດນີ້ ພວກເຮົາຈະຕ້ອງເສຍໄຊເປັນແນ່ ເພາະບໍ່ເຄີຍມີເຫດການຢ່າງນີ້ເກີດຂຶ້ນກັບພວກເຮົາມາກ່ອນເລີຍ.
ຊາວຟີລິດສະຕິນເອີຍ ຈົ່ງກ້າຫານເຖີດ ຈົ່ງຕໍ່ສູ້ຢ່າງລູກຜູ້ຊາຍ; ບໍ່ດັ່ງນັ້ນ ພວກເຮົາຈະຕ້ອງຕົກເປັນທາດຮັບໃຊ້ຂອງຊາວເຮັບເຣີ ດັ່ງທີ່ພວກເຂົາເຄີຍຕົກເປັນທາດຮັບໃຊ້ຂອງພວກເຮົາມາແລ້ວ. ສະນັ້ນ ຈົ່ງຕໍ່ສູ້ຢ່າງລູກຜູ້ຊາຍເຖີດ.”
ເມື່ອພວກເຂົາໄດ້ເຫັນເຫດການດັ່ງນີ້ເກີດຂຶ້ນ ຈຶ່ງເວົ້າວ່າ, “ຢ່າເອົາຫີບຂອງພຣະເຈົ້າຂອງຊາດອິດສະຣາເອນຢູ່ນຳພວກເຮົາ ເພາະວ່າມືຂອງພຣະອົງໄດ້ລົງໂທດພວກເຮົາກັບພະດາໂກນຂອງພວກເຮົາ.”