Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 4:7 - ພຣະຄຳພີສັກສິ

7 ພວກເຂົາ​ຈຶ່ງ​ຢ້ານກົວ ແລະ​ເວົ້າ​ວ່າ, “ມີ​ພຣະ​ຕົນ​ໜຶ່ງ​ມາ​ຢູ່​ໃນ​ຄ້າຍ​ຂອງ​ພວກເຂົາ​ແລ້ວ. ບັດນີ້ ພວກເຮົາ​ຈະ​ຕ້ອງ​ເສຍໄຊ​ເປັນ​ແນ່ ເພາະ​ບໍ່ເຄີຍ​ມີ​ເຫດການ​ຢ່າງ​ນີ້​ເກີດຂຶ້ນ​ກັບ​ພວກເຮົາ​ມາ​ກ່ອນ​ເລີຍ.

Uka jalj uñjjattʼäta Copia luraña




1 ຊາມູເອນ 4:7
6 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຈະ​ສູ້ຮົບ​ຕາງ​ພວກເຈົ້າ ໂດຍ​ທີ່​ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ຫຍັງ​ເລີຍ.”


ພຣະອົງ​ໄດ້​ເຮັດ​ໃຫ້​ລໍ້​ລົດຮົບ​ຄາ​ດິນ ແລະ​ໝູນ​ໄປ​ໄດ້​ຍາກ​ເຕັມທີ. ເມື່ອ​ເຫັນ​ເປັນ​ເຊັ່ນນັ້ນ ຊາວ​ເອຢິບ​ຈຶ່ງ​ຮ້ອງ​ວ່າ, “ພຣະເຈົ້າຢາເວ​ກຳລັງ​ເຂົ້າ​ຂ້າງ​ພວກ​ອິດສະຣາເອນ​ສູ້ຮົບ​ພວກເຮົາ. ໃຫ້​ພາກັນ​ໜີ​ອອກ​ຈາກ​ທີ່​ນີ້​ດຽວ​ນີ້.”


ເປັນຫຍັງ​ຄົນ​ຜູ້ດຽວ​ນັ້ນ ຈຶ່ງ​ຊະນະ​ຄົນ​ເປັນພັນ ແລະ​ເປັນຫຍັງ​ພຽງ​ສອງ​ຄົນ ຈຶ່ງ​ຊະນະ​ຄົນ​ເປັນ​ໝື່ນ? ກໍ​ເພາະວ່າ​ພຣະເຈົ້າ​ໄດ້​ປະຖິ້ມ​ພວກເຂົາ ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່​ໄດ້​ໃຫ້​ພວກເຂົາ​ພ່າຍແພ້.


ເມື່ອ​ພວກ​ຟີລິດສະຕິນ​ໄດ້ຍິນ​ສຽງ​ນັ້ນ ຈຶ່ງ​ເວົ້າ​ວ່າ, “ຟັງ​ສຽງ​ຮ້ອງ​ໃນ​ຄ້າຍ​ຂອງ​ຊາວ​ເຮັບເຣີ​ພຸ້ນ​ດູ ມັນ​ໝາຍເຖິງ​ຫຍັງ​ກັນ​ແທ້?” ເມື່ອ​ພວກ​ຟີລິດສະຕິນ​ຮູ້​ວ່າ​ຫີບ​ຂອງ​ພຣະເຈົ້າຢາເວ ໄດ້​ມາ​ຮອດ​ຄ້າຍ​ຂອງ​ພວກ​ອິດສະຣາເອນ​ແລ້ວ


ແມ່ນ​ຜູ້ໃດ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພຣະ​ທີ່​ມີ​ຣິດອຳນາດ​ເຫຼົ່ານັ້ນ​ໄດ້? ແມ່ນ​ພຣະ​ເຫຼົ່ານີ້​ແຫລະ ທີ່​ໄດ້​ຂ້າ​ຊາວ​ເອຢິບ​ດ້ວຍ​ໄພພິບັດ​ນາໆ​ປະການ ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka