ເມື່ອແມ່ທັບຂອງພວກຟີລິດສະຕິນຫລຽວເຫັນພວກເຂົາຈຶ່ງຖາມວ່າ, “ພວກເຮັບເຣີເຫຼົ່ານີ້ມາເຮັດຫຍັງຢູ່ໃນທີ່ນີ້?” ເຈົ້າອາກີເຊຕອບວ່າ, “ຜູ້ນີ້ແມ່ນດາວິດຜູ້ຮັບໃຊ້ຂອງໂຊນ ກະສັດຂອງຊາດອິດສະຣາເອນ. ລາວຢູ່ນຳເຮົາມານານພໍສົມຄວນແລ້ວ. ນັບຕັ້ງແຕ່ມື້ທີ່ລາວໄດ້ມາຢູ່ນຳເຮົາ ລາວບໍ່ໄດ້ເຮັດຜິດຫຍັງໃຫ້ເຮົາເຫັນເລີຍ.”