5 ເມື່ອນຳຫີບພັນທະສັນຍາຂອງພຣະເຈົ້າຢາເວມາຮອດແລ້ວ ພວກອິດສະຣາເອນກໍພາກັນໂຮຮ້ອງຍິນດີ ສຽງດັງກ້ອງສະໜັ່ນດັ່ງແຜ່ນດິນສັ່ນສະເທືອນ.
ປະໂຣຫິດຊາດົກໄດ້ຢູ່ທີ່ນັ້ນກັບຊາວເລວີ ຜູ້ທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າ. ພວກເຂົາປົງຫີບຂອງພຣະເຈົ້າລົງ ແລະບໍ່ໄດ້ຫາມຫີບນັ້ນຈົນປະຊາຊົນອອກໄປໝົດຈາກເມືອງ. ປະໂຣຫິດອາບີອາທາກໍຢູ່ທີ່ນັ້ນຄືກັນ.
ແລ້ວທຸກຄົນກໍໄດ້ຍ່າງຕາມເພິ່ນຄືນມາ ທັງຮ້ອງໂຮແລະເປົ່າຄຸ່ຍດ້ວຍຄວາມຍິນດີ ສຽງດັງຈົນແຜ່ນດິນສັ່ນສະເທືອນ.
ຄົນຊົ່ວຊ້ານັ້ນຈະມີໄຊຊະນະຢູ່ຊົ່ວຄາວ ພວກເຂົາຈະພົບຄວາມສຸກໃນໄລຍະສັ້ນໆເທົ່ານັ້ນ.
ຢ່າເຊື່ອຄຳຫລອກລວງທີ່ວ່າ, ‘ພວກເຮົາປອດໄພ ທີ່ນີ້ແມ່ນພຣະວິຫານຂອງພຣະເຈົ້າຢາເວ ທີ່ນີ້ແມ່ນພຣະວິຫານຂອງພຣະເຈົ້າຢາເວ ທີ່ນີ້ແມ່ນພຣະວິຫານຂອງພຣະເຈົ້າຢາເວ.’
ພວກເຈົ້າບໍ່ຍອມຮັບວ່າວັນແຫ່ງຄວາມພິນາດກຳລັງມາເຖິງ ແລະສິ່ງທີ່ພວກເຈົ້າເຮັດຢູ່ນັ້ນ ກໍພຽງແຕ່ນຳເອົາວັນນັ້ນໃຫ້ໃກ້ເຂົ້າມາເທົ່ານັ້ນ.
ປະຊາຊົນເຫຼົ່ານີ້ ຕ້ອງການຜູ້ທຳນວາຍທີ່ທ່ຽວໄປມາເວົ້າຕົວະ ແລະຫລອກລວງໂດຍເວົ້າວ່າ, ‘ຂ້ອຍຂໍທຳນວາຍວ່າ ເຫຼົ້າອະງຸ່ນແລະສຸຣາຈະຫລັ່ງໄຫລມາສຳລັບພວກເຈົ້າ.’
ດັ່ງນັ້ນ ພວກປະໂຣຫິດຈຶ່ງໄດ້ເປົ່າແກ ແລະພໍຄົນຂອງໂຢຊວຍໄດ້ຍິນສຽງແກ ພວກເຂົາກໍພາກັນຮ້ອງຂຶ້ນເລວເສິກດ້ວຍສຽງດັງ ແລະກຳແພງເມືອງກໍເຈື່ອນລົງ. ແລ້ວກອງທະຫານທັງໝົດກໍໄດ້ມຸ້ງໜ້າຂຶ້ນໄປສູ່ເນີນພູ ແລະຢຶດຄອງເມືອງທັນທີ.
ເມື່ອໄດ້ຍິນສຽງແກດັງຂຶ້ນເປັນສຽງຍາວໆ ໃຫ້ຜູ້ຊາຍທຸກໆຄົນພາກັນຮ້ອງຂຶ້ນສຽງດັງໆ ແລະກຳແພງເມືອງກໍຈະເຈື່ອນລົງ. ແລ້ວໃຫ້ກອງທັບທັງໝົດບຸກເຂົ້າໄປໃນຕົວເມືອງທັນທີ.”
ເມື່ອມາຮອດເມືອງເລຮີ ພວກຟີລິດສະຕິນກໍແລ່ນຮ້ອງໂຮຫຸ້ມມາໃສ່ແຊມຊັນ. ໃນທັນໃດນັ້ນ ພຣະວິນຍານຂອງພຣະເຈົ້າຢາເວເຮັດໃຫ້ແຊມຊັນມີແຮງ ລາວຈຶ່ງຟຶດເຊືອກທີ່ມັດແຂນແລະມືຂອງລາວນັ້ນຂາດເໝືອນກັບວ່າໄຟໄໝ້ເສັ້ນດ້າຍ.
ເມື່ອພວກຟີລິດສະຕິນໄດ້ຍິນສຽງນັ້ນ ຈຶ່ງເວົ້າວ່າ, “ຟັງສຽງຮ້ອງໃນຄ້າຍຂອງຊາວເຮັບເຣີພຸ້ນດູ ມັນໝາຍເຖິງຫຍັງກັນແທ້?” ເມື່ອພວກຟີລິດສະຕິນຮູ້ວ່າຫີບຂອງພຣະເຈົ້າຢາເວ ໄດ້ມາຮອດຄ້າຍຂອງພວກອິດສະຣາເອນແລ້ວ