Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 4:4 - ພຣະຄຳພີສັກສິ

4 ດັ່ງນັ້ນ ພວກເຂົາ​ຈຶ່ງ​ສົ່ງ​ຄົນ​ໄປ​ທີ່​ເມືອງ​ຊີໂລ ເພື່ອ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ທີ່​ນັ່ງ​ເທິງ​ບັນລັງ​ຂອງ​ເຄຣຸບ. ໂຮຟະນີ​ແລະ​ຟີເນຮາ ລູກຊາຍ​ສອງ​ຄົນ​ຂອງ​ເອລີ ໄດ້​ເດີນທາງ​ມາ​ພ້ອມ​ກັບ​ຫີບ​ພັນທະສັນຍາ​ນີ້.

Uka jalj uñjjattʼäta Copia luraña




1 ຊາມູເອນ 4:4
18 Jak'a apnaqawi uñst'ayäwi  

ປະໂຣຫິດ​ຊາດົກ​ໄດ້​ຢູ່​ທີ່​ນັ້ນ​ກັບ​ຊາວ​ເລວີ ຜູ້​ທີ່​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ. ພວກເຂົາ​ປົງ​ຫີບ​ຂອງ​ພຣະເຈົ້າ​ລົງ ແລະ​ບໍ່ໄດ້​ຫາມ​ຫີບ​ນັ້ນ​ຈົນ​ປະຊາຊົນ​ອອກ​ໄປ​ໝົດ​ຈາກ​ເມືອງ. ປະໂຣຫິດ​ອາບີອາທາ​ກໍ​ຢູ່​ທີ່​ນັ້ນ​ຄືກັນ.


ແລະ​ພາ​ພວກເຂົາ​ໄປ​ທີ່​ເມືອງ​ບາອາລາ ໃນ​ຢູດາຍ ເພື່ອ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າ​ຕາມ​ນາມ​ຊື່​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ອົງ​ຊົງ​ນັ່ງ​ເທິງ​ບັນລັງ​ເຄຣຸບ.


ແລະ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ເອີຍ ພຣະອົງ​ນັ່ງ​ຢູ່​ເທິງ​ບັນລັງ​ຂອງ​ພຣະອົງ​ເໜືອ​ເຄຣຸບ ພຣະອົງ​ເທົ່ານັ້ນ​ເປັນ​ພຣະເຈົ້າ​ທີ່​ປົກຄອງ​ທຸກ​ອານາຈັກ​ທົ່ວໂລກນີ້. ພຣະອົງ​ໄດ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ.


ໂອ ພຣະຜູ້ລ້ຽງ​ຂອງ​ອິດສະຣາເອນ​ເອີຍ ຂໍ​ຊົງ​ໂຜດ​ຮັບ​ຟັງ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ ຜູ້ລ້ຽງ​ຝູງແກະ​ຂອງ​ພຣະອົງ​ເອີຍ ໂຜດ​ຟັງ ຄື​ຜູ້​ນັ່ງ​ເທິງ​ບັນລັງ​ເໜືອ​ບັນດາ​ເຄຣຸບ


ຜູ້​ປາກົດ​ພຣະອົງ​ເອງ​ແກ່​ເຜົ່າ​ເອຟຣາອິມ ແກ່​ເຜົ່າ​ເບັນຢາມິນ​ແລະ​ເຜົ່າ​ມານາເຊ​ນັ້ນ. ຂໍ​ຊົງ​ໂຜດ​ໃຫ້​ພວກ​ຂ້ານ້ອຍ​ເຫັນ​ພຣະ​ກຳລັງ​ແດ່ ແລະ​ມາ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ແດ່ທ້ອນ.


ພຣະເຈົ້າຢາເວ​ເປັນ​ເຈົ້າກະສັດ ແລະ​ມະນຸດ​ກໍ​ສະທ້ານ​ຢ້ານກົວ. ພຣະອົງ​ນັ່ງ​ເທິງ​ບັນລັງ​ເໜືອ​ເຄຣຸບ ແລະ​ແຜ່ນດິນ​ກໍ​ສະທ້ານ​ຫວັ່ນໄຫວ.


“ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ພຣະອົງ​ນັ່ງ​ທີ່​ເທິງ​ເຄຣຸບ ພຣະອົງ​ເທົ່ານັ້ນ​ເປັນ​ພຣະເຈົ້າ​ທີ່​ປົກຄອງ​ອານາຈັກ​ທັງໝົດ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້. ພຣະອົງ​ເປັນ​ຜູ້​ໄດ້ສ້າງ​ຟ້າ​ສະຫວັນ ແລະ​ແຜ່ນດິນ​ໂລກ.


“ບັດນີ້​ບັນດາ​ປະໂຣຫິດ​ເອີຍ ລອງ​ພາວັນນາ​ອະທິຖານ​ຂໍ​ຕໍ່​ພຣະເຈົ້າ ໃຫ້​ກະລຸນາ​ພວກເຮົາ​ເບິ່ງດູ. ພຣະອົງ​ຈະ​ບໍ່​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ​ດອກ ແລະ​ຄົງ​ຈະ​ເປັນ​ເພາະ​ຄວາມຜິດ​ຂອງ​ພວກເຈົ້າ.” ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ເມື່ອ​ເຖິງ​ເວລາ​ຍົກຍ້າຍ​ຄ້າຍພັກ ໃຫ້​ຄົນ​ໃນ​ຕະກຸນ​ໂກຮາດ​ຫາມ​ເຄື່ອງ​ອັນ​ບໍຣິສຸດ​ເຫຼົ່ານີ້​ໄປ ຫລັງຈາກ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ປົກຄຸມ​ຫຸ້ມຫໍ່​ແລ້ວ. ຄົນ​ໃນ​ຕະກຸນ​ໂກຮາດ​ບໍ່​ຕ້ອງ​ແຕະຕ້ອງ​ເຄື່ອງໃຊ້​ອັນ​ບໍຣິສຸດ​ນີ້​ເດັດຂາດ ຖ້າ​ແຕະຕ້ອງ ພວກເຂົາ​ຈະ​ຕ້ອງ​ຕາຍ. ເມື່ອ​ຍົກຍ້າຍ​ຫໍເຕັນ​ບ່ອນ​ຊຸມນຸມ​ເທື່ອໃດ ຄົນ​ໃນ​ຕະກຸນ​ໂກຮາດ​ຈະ​ຕ້ອງ​ຮັບ​ໜ້າທີ່​ດັ່ງ​ກ່າວ​ນີ້​ທຸກ​ຄັ້ງ.


ເວລາ​ຊາວ​ອິດສະຣາເອນ​ຍົກຍ້າຍ​ຄ້າຍພັກ ໃຫ້​ອາໂຣນ​ແລະ​ລູກຊາຍ​ຂອງ​ລາວ​ເຂົ້າ​ໄປ​ໃນ​ຫໍເຕັນ ແລະ​ປົດ​ເອົາ​ຜ້າກັ້ງ​ຊຶ່ງ​ໃຊ້​ບັງ​ຫີບ​ພັນທະສັນຍາ​ນັ້ນ​ປົກ​ຫີບ​ໄວ້.


ເມື່ອ​ໂມເຊ​ເຂົ້າ​ໄປ​ກ່າວ​ຕໍ່​ພຣະເຈົ້າຢາເວ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ເພິ່ນ​ກໍ​ໄດ້​ຍິນ​ພຣະອົງ​ກ່າວ​ແກ່​ເພິ່ນ​ຈາກ​ເທິງ​ຝາ​ຫີບ​ພັນທະສັນຍາ ລະຫວ່າງ​ເຄຣຸບ.


ຫລັງຈາກ​ເດັກນ້ອຍ​ເຊົາ​ນົມ​ແລ້ວ ນາງ​ຈຶ່ງ​ຕຽມ​ເອົາ​ງົວເຖິກ​ອາຍຸ​ສາມ​ປີ​ໜຶ່ງ​ໂຕ, ແປ້ງເຂົ້າ​ສິບ​ກິໂລກຼາມ ແລະ​ເຫຼົ້າ​ອະງຸ່ນ​ໜຶ່ງ​ຖົງ​ໜັງ ແລ້ວ​ນາງ​ກໍ​ພາ​ລູກ​ທີ່​ຍັງ​ນ້ອຍ​ຢູ່​ນັ້ນ ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ.


ສ່ວນ​ປະໂຣຫິດ​ຜູ້​ທີ່​ຖື​ເອໂຟດ​ແມ່ນ​ອາຮີຢາ ລູກຊາຍ​ຂອງ​ອາຮີຕຸບ ແລະ​ຫລານຊາຍ​ຂອງ​ອີຄາບົດ; ອີຄາບົດ​ເປັນ​ລູກຊາຍ​ຂອງ​ຟີເນຮາ​ຜູ້​ເປັນ​ຫລານຊາຍ​ຂອງ​ເອລີ ປະໂຣຫິດ​ຂອງ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ. ບໍ່ມີ​ຜູ້ໃດ​ໃນ​ພວກ​ທະຫານ​ຮູ້​ວ່າ ໂຢນາທານ​ໄດ້​ອອກ​ໄປ​ຈາກ​ຄ້າຍ.


ບັດນີ້ ເອລີ​ກໍ​ເຖົ້າແກ່​ຫລາຍ​ແລ້ວ ເພິ່ນ​ໄດ້ຍິນ​ເລື່ອງ​ຕ່າງໆ​ທີ່​ລູກຊາຍ​ຂອງຕົນ​ໄດ້​ເຮັດ​ຕໍ່​ຊາວ​ອິດສະຣາເອນ ລວມທັງ​ເລື່ອງ​ທີ່​ພວກເຂົາ​ເປັນຊູ້​ກັບ​ພວກຜູ້ຍິງ ທີ່​ມາ​ບົວລະບັດ​ຮັບໃຊ້​ຢູ່​ຕໍ່ໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ນັ້ນ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka