1 ຊາມູເອນ 4:3 - ພຣະຄຳພີສັກສິ3 ເມື່ອພວກທີ່ລອດຕາຍກັບຄືນມາຄ້າຍ ພວກຜູ້ນຳຊາວອິດສະຣາເອນຈຶ່ງເວົ້າວ່າ, “ເປັນຫຍັງມື້ນີ້ພຣະເຈົ້າຢາເວຈຶ່ງໃຫ້ພວກຟີລິດສະຕິນຊະນະພວກເຮົາ? ຈົ່ງໄປເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວມາຈາກເມືອງຊີໂລ ເພື່ອວ່າພຣະອົງ ຈະສະຖິດຢູ່ກັບພວກເຮົາ ແລະຊ່ວຍພວກເຮົາໃຫ້ພົ້ນຈາກເງື້ອມມືສັດຕູຂອງພວກເຮົາ.” Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ເຮົາໄດ້ສົ່ງຄົນຂອງເຮົາໜີໄປແທ້ບໍ? ດັ່ງຊາຍຮ້າງເມຍແລະປະນາງຫລືນີ້? ຖ້າດັ່ງນັ້ນ ໜັງສືປະຮ້າງນັ້ນຢູ່ໃສ? ເຮົາໄດ້ຂາຍເຈົ້າໄປເປັນທາດຮັບໃຊ້ແທ້ຫລືນີ້? ດັ່ງຄົນຂາຍລູກໄປເປັນທາດຮັບໃຊ້ຊັ້ນບໍ? ບໍ່ແມ່ນດອກ ທີ່ຖືກຈັບໄປຍ້ອນການບາບຂອງເຈົ້າ; ການບາບນັ້ນເປັນເຫດໃຫ້ເຈົ້າຖືກສົ່ງໜີໄປ ທັງນີ້ກໍຍ້ອນໂທດກຳຂອງເຈົ້າ.
ປະຊາຊົນຖາມວ່າ, “ເປັນຫຍັງພວກເຮົາຈຶ່ງຕ້ອງຖືສິນອົດອາຫານ ໃນເມື່ອພຣະອົງບໍ່ໄດ້ສັງເກດເຫັນ? ເປັນຫຍັງພວກເຮົາຈຶ່ງຕ້ອງອົດບໍ່ກິນເຂົ້າ ໃນເມື່ອພຣະອົງບໍ່ໄດ້ເອົາໃຈໃສ່?” ອົງພຣະຜູ້ເປັນເຈົ້າກ່າວແກ່ພວກເຂົາວ່າ, “ຄວາມຈິງກໍຄືວ່າໃນເວລາທີ່ພວກເຈົ້າຖືສິນອົດອາຫານນັ້ນ ພວກເຈົ້າເຫັນແກ່ໄດ້ ແລະກົດຂີ່ຄົນງານຂອງພວກເຈົ້າ.
ຕໍ່ໄປ ເມື່ອພວກເຈົ້າມີຈຳນວນຫລາຍ ແລະຈຳນວນກໍເພີ່ມຂຶ້ນໃນດິນແດນແລ້ວ, ໃນວັນນັ້ນ, ພຣະເຈົ້າຢາເວກ່າວວ່າ ພວກເຂົາຈະບໍ່ເວົ້າເຖິງຫີບພັນທະສັນຍາຂອງພຣະເຈົ້າຢາເວອີກຕໍ່ໄປ. ພວກເຂົາຈະບໍ່ຄິດຮອດ ແລະຈະບໍ່ເວົ້າເຖິງຫີບນັ້ນອີກ; ພວກເຂົາບໍ່ຕ້ອງການຫີບນັ້ນອີກ ແລະຈະບໍ່ເຮັດມັນຂຶ້ນມາອີກດ້ວຍ.