Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 4:22 - ພຣະຄຳພີສັກສິ

22 ນາງ​ເວົ້າ​ວ່າ, “ສະຫງ່າຣາສີ​ໄດ້​ຈາກ​ຊາດ​ອິດສະຣາເອນ​ໄປ​ແລ້ວ ເພາະ​ຫີບ​ຂອງ​ພຣະເຈົ້າ​ໄດ້​ຖືກ​ຢຶດ​ໄປ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 4:22
8 Jak'a apnaqawi uñst'ayäwi  

ປະໂຣຫິດ​ກໍ​ຕາຍ​ດ້ວຍ​ຄົມ​ດາບ ແລະ​ຍິງໝ້າຍ​ຂອງ​ພວກເຂົາ​ກໍ​ບໍ່ມີ​ການ​ໄວ້ທຸກ​ໃຫ້​ເຂົາເຈົ້າ.


ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໂກດຮ້າຍ ຈຶ່ງ​ໃຫ້​ຄວາມມືດ​ຫຸ້ມຫໍ່​ພູເຂົາ​ຊີໂອນ ຄວາມ​ງົດງາມ​ດັ່ງ​ສະຫວັນ​ຂອງ​ພູເຂົາ​ຊີໂອນ ພຣະອົງ​ໄດ້​ປ່ຽນ​ໃຫ້​ເປັນ​ບ່ອນ​ຮົກຮ້າງ. ໃນ​ວັນ​ທີ່​ພຣະອົງ​ໂກດຮ້າຍ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ ພຣະອົງ​ປະຖິ້ມ​ແມ່ນແຕ່​ພຣະວິຫານ​ໃນ​ວັນ​ນັ້ນ.


ພວກ​ສາວົກ​ຂອງ​ພຣະອົງ ຈຶ່ງ​ລະນຶກເຖິງ​ຖ້ອຍຄຳ​ທີ່​ໄດ້​ຂຽນ​ໄວ້​ວ່າ, “ຄວາມ​ຮ້ອນໃຈ​ສຳລັບ​ວິຫານ​ຂອງ​ພຣະອົງ ກໍ​ເປັນ​ດັ່ງ​ໄຟ​ທີ່​ໄໝ້​ຢູ່​ພາຍ​ໃນ​ຂ້ານ້ອຍ.”


ການນີ້​ຈະ​ເປັນ​ໝາຍສຳຄັນ​ແກ່​ເຈົ້າ ເມື່ອ​ໂຮຟະນີ​ແລະ​ຟີເນຮາ​ລູກຊາຍ​ທັງສອງ​ຂອງ​ເຈົ້າ​ຕາຍໄປ​ໃນ​ວັນ​ດຽວກັນ.


ໃນ​ມື້ນັ້ນ ເຮົາ​ຈະ​ເຮັດ​ຕາມ​ທີ່​ເຮົາ​ໄດ້​ກ່າວ​ໄວ້​ຕໍ່​ຄອບຄົວ​ເອລີ ຕັ້ງແຕ່​ຕົ້ນ​ຈົນ​ຈົບ.


ນາງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ອີຄາບົດ ໂດຍ​ອະທິບາຍ​ວ່າ, “ສະຫງ່າຣາສີ​ໄດ້​ໄປ​ຈາກ​ຊາດ​ອິດສະຣາເອນ” ອັນ​ເປັນ​ການ​ອ້າງ​ເຖິງ​ຫີບ​ຂອງ​ພຣະເຈົ້າ​ທີ່​ໄດ້​ຖືກ​ຢຶດ​ໄປ​ນັ້ນ ແລະ​ການ​ຕາຍ​ຂອງ​ພໍ່ປູ່​ພ້ອມ​ທັງ​ຜົວ​ຂອງ​ນາງ.


ຫລັງຈາກ​ພວກ​ຟີລິດສະຕິນ​ໄດ້​ຢຶດ​ຫີບ​ຂອງ​ພຣະເຈົ້າ​ໄປ​ແລ້ວ ພວກເຂົາ​ກໍ​ຫາມ​ຫີບ​ນີ້​ອອກ​ຈາກ​ເອເບັນເອເຊ ໄປ​ສູ່​ເມືອງ​ຂອງ​ພວກເຂົາ​ທີ່​ອາຊະໂດດ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka