Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 4:21 - ພຣະຄຳພີສັກສິ

21 ນາງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ອີຄາບົດ ໂດຍ​ອະທິບາຍ​ວ່າ, “ສະຫງ່າຣາສີ​ໄດ້​ໄປ​ຈາກ​ຊາດ​ອິດສະຣາເອນ” ອັນ​ເປັນ​ການ​ອ້າງ​ເຖິງ​ຫີບ​ຂອງ​ພຣະເຈົ້າ​ທີ່​ໄດ້​ຖືກ​ຢຶດ​ໄປ​ນັ້ນ ແລະ​ການ​ຕາຍ​ຂອງ​ພໍ່ປູ່​ພ້ອມ​ທັງ​ຜົວ​ຂອງ​ນາງ.

Uka jalj uñjjattʼäta Copia luraña




1 ຊາມູເອນ 4:21
12 Jak'a apnaqawi uñst'ayäwi  

ພວກເຂົາ​ເອົາ​ພຣະເຈົ້າ​ຜູ້​ເປັນ​ກຽດສັກສີ​ຂອງ​ພວກຕົນ ປ່ຽນ​ກັບ​ຮູບ​ສັດເດຍລະສານ​ທີ່​ກິນ​ຫຍ້າ​ໂຕໜຶ່ງ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮັກ​ວິຫານ​ຂອງ​ພຣະອົງ ຊຶ່ງ​ເປັນ​ບ່ອນ​ສະຖິດ​ຂອງ​ພຣະອົງ ເປັນ​ສະຖານ​ອັນ​ຊົງ​ສະຫງ່າຣາສີ​ຂອງ​ພຣະອົງ.


ພຣະອົງ​ໃຫ້​ສັດຕູ​ຢຶດ​ຫີບ​ພັນທະສັນຍາ ຊຶ່ງ​ເປັນ​ເຄື່ອງໝາຍ​ສັນຍາລັກ​ແຫ່ງ​ພຣະ​ສະຫງ່າຣາສີ.


ປະໂຣຫິດ​ກໍ​ຕາຍ​ດ້ວຍ​ຄົມ​ດາບ ແລະ​ຍິງໝ້າຍ​ຂອງ​ພວກເຂົາ​ກໍ​ບໍ່ມີ​ການ​ໄວ້ທຸກ​ໃຫ້​ເຂົາເຈົ້າ.


ບໍ່ມີ​ຊົນຊາດ​ອື່ນໃດ​ເຄີຍ​ສັບປ່ຽນ​ພຣະ​ຂອງຕົນ ເຖິງ​ວ່າ​ພວກມັນ​ບໍ່ແມ່ນ​ພຣະ​ແທ້​ກໍຕາມ. ແຕ່​ປະຊາຊົນ​ຂອງເຮົາ​ໄດ້​ສັບປ່ຽນ​ເຮົາ​ເດີ ພຣະເຈົ້າ​ຜູ້​ທີ່​ໄດ້​ນຳ​ສະຫງ່າຣາສີ​ມາ​ສູ່​ພວກເຂົາ ກັບ​ບັນດາ​ພະ​ທີ່​ບໍ່​ສາມາດ​ເຮັດ​ຫຍັງ ແລະ​ທີ່​ຊ່ວຍເຫລືອ​ພວກເຂົາ​ຫຍັງ​ບໍ່ໄດ້.


ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໂກດຮ້າຍ ຈຶ່ງ​ໃຫ້​ຄວາມມືດ​ຫຸ້ມຫໍ່​ພູເຂົາ​ຊີໂອນ ຄວາມ​ງົດງາມ​ດັ່ງ​ສະຫວັນ​ຂອງ​ພູເຂົາ​ຊີໂອນ ພຣະອົງ​ໄດ້​ປ່ຽນ​ໃຫ້​ເປັນ​ບ່ອນ​ຮົກຮ້າງ. ໃນ​ວັນ​ທີ່​ພຣະອົງ​ໂກດຮ້າຍ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ ພຣະອົງ​ປະຖິ້ມ​ແມ່ນແຕ່​ພຣະວິຫານ​ໃນ​ວັນ​ນັ້ນ.


ແຕ່​ຖ້າ​ວ່າ​ພວກເຂົາ​ລ້ຽງດູ​ລູກ​ໄວ້ ເຮົາ​ຈະ​ເອົາ​ລູກ​ນັ້ນ​ໜີໄປ​ເສຍ ແລະ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ໃດ​ມີ​ຊີວິດ​ຢູ່. ເມື່ອ​ເຮົາ​ປະຖິ້ມ​ປະຊາຊົນ​ເຫຼົ່ານີ້ ສິ່ງ​ທີ່​ໜ້າຢ້ານກົວ​ຈະ​ເກີດຂຶ້ນ​ກັບ​ພວກເຂົາ.”


ສ່ວນ​ປະໂຣຫິດ​ຜູ້​ທີ່​ຖື​ເອໂຟດ​ແມ່ນ​ອາຮີຢາ ລູກຊາຍ​ຂອງ​ອາຮີຕຸບ ແລະ​ຫລານຊາຍ​ຂອງ​ອີຄາບົດ; ອີຄາບົດ​ເປັນ​ລູກຊາຍ​ຂອງ​ຟີເນຮາ​ຜູ້​ເປັນ​ຫລານຊາຍ​ຂອງ​ເອລີ ປະໂຣຫິດ​ຂອງ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ. ບໍ່ມີ​ຜູ້ໃດ​ໃນ​ພວກ​ທະຫານ​ຮູ້​ວ່າ ໂຢນາທານ​ໄດ້​ອອກ​ໄປ​ຈາກ​ຄ້າຍ.


ການນີ້​ຈະ​ເປັນ​ໝາຍສຳຄັນ​ແກ່​ເຈົ້າ ເມື່ອ​ໂຮຟະນີ​ແລະ​ຟີເນຮາ​ລູກຊາຍ​ທັງສອງ​ຂອງ​ເຈົ້າ​ຕາຍໄປ​ໃນ​ວັນ​ດຽວກັນ.


ໃນ​ມື້ນັ້ນ ເຮົາ​ຈະ​ເຮັດ​ຕາມ​ທີ່​ເຮົາ​ໄດ້​ກ່າວ​ໄວ້​ຕໍ່​ຄອບຄົວ​ເອລີ ຕັ້ງແຕ່​ຕົ້ນ​ຈົນ​ຈົບ.


ຫີບ​ຂອງ​ພຣະເຈົ້າ​ໄດ້​ຖືກ​ຢຶດ​ໄປ ແລະ​ໂຮຟະນີ​ກັບ​ຟີເນຮາ​ລູກຊາຍ​ສອງ​ຄົນ​ຂອງ​ເອລີ​ກໍ​ຖືກ​ຂ້າ​ດ້ວຍ.


ນາງ​ເວົ້າ​ວ່າ, “ສະຫງ່າຣາສີ​ໄດ້​ຈາກ​ຊາດ​ອິດສະຣາເອນ​ໄປ​ແລ້ວ ເພາະ​ຫີບ​ຂອງ​ພຣະເຈົ້າ​ໄດ້​ຖືກ​ຢຶດ​ໄປ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka