Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 4:16 - ພຣະຄຳພີສັກສິ

16 ຊາຍ​ຄົນ​ນີ້​ໄດ້​ເວົ້າ​ວ່າ, “ຂ້ານ້ອຍ​ຫາ​ກໍ​ໜີ​ມາ​ຈາກ​ສະໜາມຮົບ​ມື້ນີ້ ແລະ​ຟ້າວ​ແລ່ນ​ມາ​ທີ່ນີ້​ໂລດ.” ເອລີ​ຈຶ່ງ​ຖາມ​ລາວ​ວ່າ, “ລູກເອີຍ ມີ​ເຫດການ​ຫຍັງ​ເກີດຂຶ້ນ?”

Uka jalj uñjjattʼäta Copia luraña




1 ຊາມູເອນ 4:16
4 Jak'a apnaqawi uñst'ayäwi  

ດາວິດ​ຖາມ​ວ່າ, “ບອກ​ຂ້ອຍ​ມາ​ວ່າ​ມີ​ຫຍັງ​ເກີດຂຶ້ນ?” ຊາຍໜຸ່ມ​ຕອບ​ວ່າ, “ທະຫານ​ຝ່າຍ​ພວກເຮົາ​ໄດ້​ແລ່ນ​ປົບໜີ​ຈາກ​ສະໜາມຮົບ. ແລະ​ຄົນ​ຝ່າຍ​ພວກເຮົາ​ໄດ້​ຕາຍ​ຢ່າງ​ຫລວງຫລາຍ. ກະສັດ​ໂຊນ​ກັບ​ໂຢນາທານ​ລູກຊາຍ​ຂອງ​ເພິ່ນ​ກໍ​ຕາຍ​ດ້ວຍ.”


ສະນັ້ນ ໂຢຊວຍ​ຈຶ່ງ​ໄດ້​ກ່າວ​ແກ່​ອາການ​ວ່າ, “ລູກ​ເອີຍ ຂໍ​ໃຫ້​ເຈົ້າ​ຈົ່ງ​ຖວາຍ​ສະຫງ່າຣາສີ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ສາລະພາບ​ຜິດບາບ​ຕໍ່​ພຣະອົງ​ສາ. ຈົ່ງ​ບອກ​ເຮົາ​ມາ​ດຽວ​ນີ້​ວ່າ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່? ຢ່າ​ພະຍາຍາມ​ປິດບັງ​ເຮົາ​ເລີຍ.”


ພຣະເຈົ້າຢາເວ​ໄດ້​ເອີ້ນ​ຊາມູເອນ​ອີກ ແລະ​ເດັກຊາຍ​ຄົນ​ນີ້​ກໍ​ລຸກ​ຂຶ້ນ​ໄປ​ຫາ​ເອລີ ແລະ​ຖາມ​ວ່າ, “ທ່ານ​ເອີ້ນ​ຂ້ານ້ອຍ​ບໍ? ຂ້ານ້ອຍ​ຢູ່​ທີ່ນີ້​ເດ.” ແຕ່​ເອລີ​ຕອບ​ວ່າ, “ລູກເອີຍ ພໍ່​ບໍ່ໄດ້​ເອີ້ນ​ເຈົ້າ ຈົ່ງ​ກັບຄືນ​ໄປ​ນອນ​ສາ.” ຊາມູເອນ​ບໍ່​ຮູ້ຈັກ​ວ່າ​ແມ່ນ​ພຣະເຈົ້າຢາເວ​ເອີ້ນ​ຕົນ ເພາະ​ພຣະເຈົ້າຢາເວ​ຍັງ​ບໍ່ເຄີຍ​ກ່າວ​ກັບ​ລາວ​ມາ​ກ່ອນ.


ຄົນນຳຂ່າວ​ໄດ້​ຕອບ​ວ່າ, “ພວກ​ອິດສະຣາເອນ​ຕ່າງ​ກໍ​ແລ່ນ​ປົບໜີ​ຈາກ​ພວກ​ຟີລິດສະຕິນ ມັນ​ເປັນ​ການ​ພ່າຍແພ້​ທີ່​ເຈັບແສບ​ທີ່ສຸດ​ສຳລັບ​ພວກເຮົາ. ນອກຈາກນີ້ ໂຮຟະນີ​ກັບ​ຟີເນຮາ​ລູກຊາຍ​ທັງສອງ​ຂອງທ່ານ​ກໍ​ຖືກ​ຂ້າ ແລະ​ຫີບ​ຂອງ​ພຣະເຈົ້າ​ກໍ​ຖືກ​ຢຶດ​ໄປ​ດ້ວຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka