Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 4:10 - ພຣະຄຳພີສັກສິ

10 ພວກ​ຟີລິດສະຕິນ​ຕໍ່ສູ້​ຢ່າງໜັກ ຈົນ​ພວກ​ອິດສະຣາເອນ​ພ່າຍແພ້​ໃນທີ່ສຸດ ແລະ​ແຕກ​ໜີໄປ​ບ້ານ​ເຮືອນ​ຂອງ​ໃຜ​ລາວ. ມີ​ການ​ເຂັ່ນຂ້າ​ເປັນ​ໝູ່​ຢ່າງໜັກ​ຄື: ທະຫານ​ອິດສະຣາເອນ​ຖືກ​ຂ້າ​ຕາຍ​ສາມສິບພັນ​ຄົນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 4:10
19 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ຫາມ​ເອົາ​ຊາກສົບ​ຂອງ​ອັບຊາໂລມ​ໂຍນ​ລົງ​ໃນ​ຂຸມ​ເລິກ​ທີ່​ປ່າ ແລະ​ເອົາ​ກ້ອນຫີນ​ມາ​ກອງ​ອັດ​ປາກ​ຂຸມ​ນັ້ນ​ໄວ້​ເປັນ​ກອງ​ໃຫຍ່. ສ່ວນ​ຊາວ​ອິດສະຣາເອນ​ນັ້ນ​ຕ່າງ​ກໍ​ໜີ​ເມືອ​ເຮືອນ​ຂອງ​ໃຜ​ລາວ​ຈົນ​ໝົດ.


ພວກ​ອິດສະຣາເອນ​ພ່າຍແພ້​ທະຫານ​ຂອງ​ກະສັດ​ດາວິດ ໂດຍ​ມີ​ທະຫານ​ຖືກ​ຂ້າ​ໃນ​ມື້​ນັ້ນ​ຊາວພັນ​ຄົນ ຊຶ່ງ​ເປັນ​ການ​ພ່າຍແພ້​ອັນ​ໜັກໜ່ວງ​ທີ່ສຸດ.


ແລ້ວ​ກະສັດ​ກໍ​ລຸກ​ຂຶ້ນ​ໄປ​ນັ່ງ​ຢູ່​ໃກ້​ກັບ​ປະຕູ​ເມືອງ. ເມື່ອ​ທະຫານ​ຂອງ​ເພິ່ນ​ຮູ້​ວ່າ​ເພິ່ນ​ຢູ່​ທີ່​ນັ້ນ ພວກເຂົາ​ທຸກຄົນ​ຈຶ່ງ​ມາ​ເຕົ້າໂຮມ​ກັນ​ອ້ອມຮອບ​ເພິ່ນ​ອີກ. ໃນ​ລະຫວ່າງ​ນັ້ນ ຊາວ​ອິດສະຣາເອນ​ທຸກຄົນ​ຕ່າງ​ກໍໄດ້​ປົບໜີ​ເມືອ​ເຮືອນ​ຂອງ​ໃຜ​ລາວ.


ຢູ່​ໃນ​ເມືອງ​ກິນການ​ຍັງ​ມີ​ຊາຍ​ບໍ່​ດີ​ຄົນ​ໜຶ່ງ​ຊື່​ວ່າ ເຊບາ; ລາວ​ເປັນ​ລູກຊາຍ​ຂອງ​ບີກຣີ ຄົນ​ໃນ​ເຜົ່າ​ເບັນຢາມິນ. ລາວ​ເປົ່າແກ​ແລະ​ຮ້ອງ​ວ່າ, “ພວກເຮົາ​ບໍ່​ມີສ່ວນ​ໃນ​ດາວິດ ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ພາກັນ​ກັບເມືອ​ບ້ານ​ເຖີດ.”


ເມື່ອ​ປະຊາຊົນ​ທັງໝົດ​ໄດ້​ເຫັນ​ວ່າ​ກະສັດ​ບໍ່​ຟັງຄວາມ​ຂອງ​ພວກເຂົາ; ປະຊາຊົນ​ຈຶ່ງ​ທູນ​ຕອບ​ກະສັດ​ວ່າ, “ພວກ​ຂ້ານ້ອຍ​ມີ​ສ່ວນ​ອັນ​ໃດ​ກັບ​ດາວິດ? ພວກ​ຂ້ານ້ອຍ​ທັງຫຼາຍ​ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ກັບຄືນ​ໄປ​ເຕັນ​ຂອງຕົນ​ເທີ້ນ ດາວິດ​ເອີຍ ຈົ່ງ​ດູແລ​ຣາຊວົງ​ຂອງທ່ານ​ເອງ​ສາ​ເຖີດ.” ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ຈາກ​ໄປ​ສູ່​ເຕັນ​ຂອງ​ພວກເຂົາ.


ເມື່ອ​ໃກ້​ຕາເວັນ​ຕົກ​ດິນ​ໄດ້​ມີ​ຄຳສັ່ງ​ອອກ​ທົ່ວ​ກອງທັບ​ອິດສະຣາເອນ​ວ່າ, “ໃຫ້​ທຸກຄົນ​ກັບຄືນ​ເມືອ​ປະເທດ​ແລະ​ບ້ານ​ເມືອງ​ຂອງຕົນ​ສາ.”


ກອງທັບ​ຂອງ​ກະສັດ​ອາມາຊີຢາ​ໄດ້​ພ່າຍແພ້ ແລະ​ທະຫານ​ຂອງ​ເພິ່ນ​ກໍ​ປົບໜີ​ກັບ​ເມືອ​ບ້ານ​ເຮືອນ​ໃຜ​ລາວ.


ອາບີຢາ​ແລະ​ກອງທັບ​ຂອງຕົນ​ໄດ້​ຕີ​ກອງທັບ​ອິດສະຣາເອນ​ໃຫ້​ພ່າຍແພ້​ຢ່າງ​ໜັກ ຄື​ທະຫານ​ທີ່​ເກັ່ງກ້າ​ຂອງ​ກອງທັບ​ອິດສະຣາເອນ ເຄິ່ງ​ລ້ານ​ຄົນ​ໄດ້​ຖືກ​ຂ້າ.


ກອງທັບ​ຂອງ​ຢູດາ​ໄດ້​ພ່າຍແພ້​ໄປ ແລະ​ທະຫານ​ກໍ​ປົບ​ເມືອ​ເຮືອນ​ໃຜ​ລາວ.


ພວກ​ເອຟຣາອິມ​ທີ່​ຖື​ອາວຸດ ໜ້າ​ແລະ​ທະນູ ຕ່າງ​ກໍໄດ້​ແລ່ນ​ປົບໜີໄປ​ຈາກ​ສະໜາມຮົບ.


ຈົ່ງ​ໄປ​ທີ່​ເມືອງ​ຊີໂລ ບ່ອນ​ທີ່​ເຮົາ​ໄດ້​ເລືອກ​ໄວ້​ໃຫ້​ເປັນ​ບ່ອນ​ນະມັດສະການ​ເຮົາ​ເທື່ອ​ທຳອິດ ແລະ​ຈົ່ງ​ເບິ່ງ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ນັ້ນ ເພາະ​ບາບ​ຂອງ​ຊາວ​ອິດສະຣາເອນ ປະຊາຊົນ​ຂອງເຮົາ.


ເຮົາ​ຈະ​ຫັນ​ມາ​ຕໍ່ສູ້​ພວກເຈົ້າ​ເພື່ອ​ວ່າ​ພວກເຈົ້າ​ຈະ​ພ່າຍແພ້ ແລະ​ຜູ້​ທີ່​ຊັງ​ພວກເຈົ້າ​ກໍ​ຈະ​ປົກຄອງ​ພວກເຈົ້າ; ພວກເຈົ້າ​ຈະ​ຕື່ນ​ຕົກໃຈ​ຢ້ານກົວ ຈົນ​ແລ່ນ​ເປີດ​ໜີໄປ​ຢ່າງ​ບໍ່​ຮູ້ສຶກ​ຕົວ​ໂດຍ​ບໍ່ມີ​ໃຜ​ໄລ່​ຕິດຕາມ.


“ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ບໍ່​ຢຶດຖື​ຢ່າງ​ຕັ້ງ​ໜ້າ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ພ້ອມ​ກັບ​ກົດບັນຍັດ​ທັງຫລາຍ​ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້ ແລ້ວ​ຄຳສາບແຊ່ງ​ທັງໝົດ​ເຫຼົ່ານີ້​ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ​ດັ່ງນີ້:


ພຣະເຈົ້າຢາເວ​ຈະ​ໃຫ້​ສັດຕູ​ມາ​ຊະນະ​ພວກເຈົ້າ. ພວກເຈົ້າ​ຈະ​ໂຈມຕີ​ພວກເຂົາ​ທາງ​ທິດດຽວ ແຕ່​ພວກເຈົ້າ​ຈະ​ແລ່ນ​ເປີດ​ໜີໄປ​ທຸກ​ທິດ​ທຸກ​ທາງ ແລະ​ປະຊາຊົນ​ທັງໝົດ​ເທິງ​ແຜ່ນດິນ​ໂລກ​ຈະ​ອົກສັ່ນ​ຂວັນເສຍ ເມື່ອ​ພວກເຂົາ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ພວກເຈົ້າ.


ພຣະເຈົ້າຢາເວ​ກ່າວ​ແກ່​ຊາມູເອນ​ວ່າ, “ມື້ໜຶ່ງ ເຮົາ​ຈະ​ເຮັດ​ສິ່ງ​ອັນ​ໜ້າຢ້ານກົວ​ຫລາຍ​ຕໍ່​ປະຊາຊົນ​ອິດສະຣາເອນ ເມື່ອ​ທຸກຄົນ​ໄດ້ຍິນ​ເຖິງ​ເລື່ອງ​ນີ້​ແລ້ວ ພວກເຂົາ​ຈະ​ຕ້ອງ​ຢ້ານກົວ​ທີ່ສຸດ.


ພວກ​ຟີລິດສະຕິນ​ເປັນ​ຝ່າຍ​ລົງມື​ໂຈມຕີ​ກ່ອນ ແລະ​ຫລັງຈາກ​ຕໍ່ສູ້​ກັນ​ຢ່າງ​ດຸເດືອດ​ແລ້ວ ພວກເຂົາ​ຈຶ່ງ​ຕີ​ຊະນະ​ພວກ​ອິດສະຣາເອນ ໂດຍ​ຂ້າ​ພວກເຂົາ​ຕາຍ​ໃນ​ສະໜາມຮົບ​ປະມານ​ສີ່ພັນ​ຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka