Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 4:1 - ພຣະຄຳພີສັກສິ

1 ໃນ​ເວລາ​ນັ້ນ ພວກ​ຟີລິດສະຕິນ​ໄດ້​ທ້ອນໂຮມກັນ ເຮັດ​ເສິກ​ຕໍ່ສູ້​ຊົນຊາດ​ອິດສະຣາເອນ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ຍົກທັບ​ອອກ​ໄປ​ສູ້ຮົບ​ພວກເຂົາ. ພວກ​ອິດສະຣາເອນ​ຕັ້ງ​ຄ້າຍ​ຢູ່​ທີ່​ເມືອງ​ເອເບັນເອເຊ ສ່ວນ​ພວກ​ຟີລິດສະຕິນ​ນັ້ນ​ຕັ້ງ​ຄ້າຍ​ຢູ່​ທີ່​ເມືອງ​ອາເຟັກ.

Uka jalj uñjjattʼäta Copia luraña




1 ຊາມູເອນ 4:1
14 Jak'a apnaqawi uñst'ayäwi  

ພໍ​ເຖິງ​ລະດູ​ໃບໄມ້ປົ່ງ ເພິ່ນ​ກໍ​ລະດົມ​ເອົາ​ທະຫານ​ຂອງ​ເພິ່ນ ແລະ​ຍົກທັບ​ໄປ​ເມືອງ​ອາເຟັກ​ເພື່ອ​ໂຈມຕີ​ຊາວ​ອິດສະຣາເອນ.


ສ່ວນ​ພວກ​ທີ່​ລອດຕາຍ​ນັ້ນ​ໄດ້​ປົບໜີໄປ​ເມືອງ​ອາເຟັກ, ແຕ່​ພວກ​ນີ້​ໄດ້​ຖືກ​ກຳແພງ​ເຈື່ອນ​ທັບ​ຕາຍ​ຊາວເຈັດ​ພັນ​ຄົນ. ກະສັດ​ເບັນຮາດາດ​ໄດ້​ປົບໜີໄປ​ໃນ​ເມືອງ​ນັ້ນ​ເຊັ່ນດຽວ​ກັນ ແລະ​ເຂົ້າ​ໄປ​ລີ້​ຢູ່​ທາງ​ຫລັງ​ຫ້ອງ​ຂອງ​ເຮືອນ​ຫລັງ​ໜຶ່ງ.


ຊາວ​ເກບານ ຊາວ​ອຳໂມນ ຊາວ​ອາມາເຫຼັກ ແລະ​ຊາວ​ຟີລິດສະຕິນ​ພ້ອມ​ກັບ​ຊາວ​ຕີເຣ.


ວັນນີ້ ພວກເຈົ້າ​ກຳລັງ​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໝົດ​ທຸກຄົນ​ຄື​ພວກ​ຜູ້ນຳ​ແລະ​ເຈົ້າໜ້າທີ່​ຜູ້ຊາຍ


ກະສັດ​ຂອງ​ອາເຟັກ, ກະສັດ​ຂອງ​ລາຊາໂຣນ,


ເຈົ້າ​ຍັງ​ຈະ​ຢຶດຄອງ​ດິນແດນ​ທັງໝົດ​ຂອງ​ຊາວ​ການາອານ ແລະ​ຂອງ​ຊາວ​ເມອາຣາ (ຊຶ່ງ​ເປັນ​ຂອງ​ຊາວ​ຊີໂດນ) ຈົນເຖິງ​ເມືອງ​ອາເຟັກ​ຊຶ່ງ​ເປັນ​ຊາຍແດນ​ຂອງ​ຊາວ​ອາໂມ.


ຢານິມ, ເບັດ​ຕັບປູອາ, ອາເຟກາ,


ອູມມາ, ອາເຟັກ ແລະ​ເຣໂຮບ. ລວມ​ທັງໝົດ​ມີ 22 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ແຕ່​ໃນ​ມື້ນີ້ ພວກເຈົ້າ​ໄດ້​ປະຖິ້ມ​ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ຄວາມ​ລຳບາກ ຕະຫລອດ​ທັງ​ຄວາມ​ຫຍຸ້ງຍາກ​ທຸກຢ່າງ ແລະ​ຂໍຮ້ອງ​ເຮົາ​ໃຫ້​ແຕ່ງຕັ້ງ​ກະສັດ​ຄົນ​ໜຶ່ງ​ໃຫ້​ພວກເຈົ້າ ດີ​ແລ້ວ ຖ້າດັ່ງນັ້ນ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເປັນເຜົ່າ​ແລະ​ເປັນ​ຕະກຸນ​ຊ້ອງໜ້າ​ພຣະເຈົ້າຢາເວ.”’


ພວກ​ຟີລິດສະຕິນ​ໄດ້​ນຳ​ເອົາ​ທະຫານ​ຂອງຕົນ​ໄປ​ເຕົ້າໂຮມ​ກັນ​ຢູ່​ທີ່​ອາເຟັກ ຊຶ່ງ​ໃນຂະນະ​ດຽວກັນ​ນັ້ນ​ພວກ​ອິດສະຣາເອນ​ກໍໄດ້​ຕັ້ງ​ຄ້າຍ ຢູ່​ທີ່​ນໍ້າພຸ​ໃນ​ຮ່ອມພູ​ຢິດຊະເຣນ.


ພຣະເຈົ້າຢາເວ​ກ່າວ​ແກ່​ຊາມູເອນ​ວ່າ, “ມື້ໜຶ່ງ ເຮົາ​ຈະ​ເຮັດ​ສິ່ງ​ອັນ​ໜ້າຢ້ານກົວ​ຫລາຍ​ຕໍ່​ປະຊາຊົນ​ອິດສະຣາເອນ ເມື່ອ​ທຸກຄົນ​ໄດ້ຍິນ​ເຖິງ​ເລື່ອງ​ນີ້​ແລ້ວ ພວກເຂົາ​ຈະ​ຕ້ອງ​ຢ້ານກົວ​ທີ່ສຸດ.


ພວກ​ຟີລິດສະຕິນ​ເປັນ​ຝ່າຍ​ລົງມື​ໂຈມຕີ​ກ່ອນ ແລະ​ຫລັງຈາກ​ຕໍ່ສູ້​ກັນ​ຢ່າງ​ດຸເດືອດ​ແລ້ວ ພວກເຂົາ​ຈຶ່ງ​ຕີ​ຊະນະ​ພວກ​ອິດສະຣາເອນ ໂດຍ​ຂ້າ​ພວກເຂົາ​ຕາຍ​ໃນ​ສະໜາມຮົບ​ປະມານ​ສີ່ພັນ​ຄົນ.


ຫລັງຈາກ​ພວກ​ຟີລິດສະຕິນ​ໄດ້​ຢຶດ​ຫີບ​ຂອງ​ພຣະເຈົ້າ​ໄປ​ແລ້ວ ພວກເຂົາ​ກໍ​ຫາມ​ຫີບ​ນີ້​ອອກ​ຈາກ​ເອເບັນເອເຊ ໄປ​ສູ່​ເມືອງ​ຂອງ​ພວກເຂົາ​ທີ່​ອາຊະໂດດ,


ແລ້ວ​ຊາມູເອນ​ກໍໄດ້​ເອົາ​ຫີນ​ກ້ອນ​ໜຶ່ງ​ມາ​ຕັ້ງ​ໄວ້ ຢູ່​ລະຫວ່າງ​ເມືອງ​ມີຊະປາ​ແລະ​ເມືອງເຊນ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ​ຕະຫລອດ​ມາ” ແລະ​ເພິ່ນ​ໄດ້​ໃສ່​ຊື່​ກ້ອນຫີນ​ນັ້ນ​ວ່າ, “ກ້ອນຫີນ​ແຫ່ງ​ຄວາມ​ຊ່ວຍເຫລືອ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka