9 ດັ່ງນັ້ນ ດາວິດພ້ອມດ້ວຍຄົນຂອງເພິ່ນຫົກຮ້ອຍຄົນຈຶ່ງອອກເດີນທາງໄປ. ເມື່ອມາເຖິງຫ້ວຍນໍ້າເບໂສເຣ ຄົນຂອງດາວິດບາງຄົນກໍໄດ້ຄ້າງຢູ່ທີ່ນັ້ນ.
ພວກຂ້າຣາຊການທັງໝົດໄດ້ຢືນຢູ່ ບັນດາຊາວເກເຣັດແລະຊາວເປເລັດກັບຄົນກາດຫົກຮ້ອຍຄົນ ທີ່ໄດ້ຕິດຕາມເພິ່ນມາຈາກເມືອງກາດນັ້ນ ກໍໄດ້ຍ່າງຜ່ານເພິ່ນໄປເໝືອນກັນ.
ນອກຈາກນີ້ ຍັງມີທະຫານແລະຄອບຄົວຂອງພວກເຂົາໄປນຳດາວິດດ້ວຍ ແລະພວກເຂົາກໍໄດ້ຕັ້ງຫຼັກແຫຼ່ງຢູ່ຕາມຖິ່ນອ້ອມແອ້ມເມືອງເຮັບໂຣນ.
ດັ່ງນັ້ນ ດາວິດພ້ອມດ້ວຍຄົນຂອງເພິ່ນຫົກຮ້ອຍຄົນ ຈຶ່ງໄດ້ໄປຫາເຈົ້າອາກີເຊລູກຊາຍຂອງມາອົກ ກະສັດຂອງເມືອງກາດ.
ສ່ວນດາວິດນັ້ນເດີນທາງຕໍ່ໄປ ມີຄົນປະມານສີ່ຮ້ອຍຄົນຕິດຕາມໄປດ້ວຍ. ສ່ວນອີກສອງຮ້ອຍຄົນນັ້ນຂ້າມແມ່ນໍ້າເບໂສເຣໄປບໍ່ໄຫວ ເພາະອິດເມື່ອຍເກີນໄປ. ສະນັ້ນ ພວກເຂົາຈຶ່ງພັກຢູ່ທາງແນວຫລັງ.