Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 30:7 - ພຣະຄຳພີສັກສິ

7 ດາວິດ​ເວົ້າ​ກັບ​ປະໂຣຫິດ​ອາບີອາທາ​ລູກຊາຍ​ຂອງ​ອາຮີເມເຫຼັກ​ວ່າ, “ຈົ່ງ​ເອົາ​ເອໂຟດ​ມາ​ໃຫ້​ຂ້ອຍ.” ອາບີອາທາ​ກໍ​ນຳ​ເອົາ​ມາ​ໃຫ້​ເພິ່ນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 30:7
8 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ກ່າວ​ຕໍ່​ປະໂຣຫິດ​ອາບີອາທາ​ວ່າ, “ຈົ່ງ​ກັບຄືນ​ເມືອ​ສູ່​ເມືອງ​ອານາທົດ​ບ້ານ​ເດີມ​ຂອງ​ເຈົ້າ. ເຈົ້າ​ສົມຄວນ​ຈະ​ຕາຍ ແຕ່​ເຮົາ​ຈະ​ບໍ່​ຂ້າ​ເຈົ້າ​ໃນ​ເວລາ​ນີ້ ເພາະ​ຄາວ​ທີ່​ເຈົ້າ​ຢູ່​ກັບ​ກະສັດ​ດາວິດ​ພໍ່​ເຮົາ​ນັ້ນ ເຈົ້າ​ໄດ້​ຮັບຜິດຊອບ​ຫີບ​ພັນທະສັນຍາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ແລະ​ໄດ້​ຮ່ວມສຸກ​ຮ່ວມທຸກ​ກັບ​ເພິ່ນ.”


ຈົ່ງ​ໃຫ້​ພວກເຂົາ​ເຮັດ​ເສື້ອຄຸມ​ສັ້ນ​ເອໂຟດ​ນີ້​ດ້ວຍ​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ, ສີແດງ, ດ້າຍ​ສີຄຳ ແລະ​ຜ້າປ່ານ​ເນື້ອລະອຽດ​ດີ ຕົບແຕ່ງ​ດ້ວຍ​ການ​ຫຍິບແສ່ວ.


ໃນ​ສະໄໝ​ນັ້ນ ແມ່ນ​ອາບີອາທາ​ເປັນ​ມະຫາ​ປະໂຣຫິດ ດາວິດ​ໄດ້​ເຂົ້າ​ໄປ​ໃນ​ທີ່​ສະຖິດ​ຂອງ​ພຣະເຈົ້າ ແລະ​ກິນ​ເຂົ້າຈີ່​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ ຊຶ່ງ​ຕາມ​ກົດບັນຍັດ​ແລ້ວ ມີ​ແຕ່​ປະໂຣຫິດ​ເທົ່ານັ້ນ ທີ່​ມີ​ສິດ​ກິນ​ເຂົ້າຈີ່​ນີ້​ໄດ້; ນອກ​ນັ້ນ​ຍັງ​ປັນ​ໃຫ້​ຄົນ​ຂອງຕົນ​ກິນ​ນຳ​ດ້ວຍ.”


ພວກເຂົາ​ຈຶ່ງ​ທູນ​ຖາມ​ພຣະເຈົ້າຢາເວ​ວ່າ, “ຍັງ​ມີ​ຄົນອື່ນ​ອີກ​ບໍ?” ພຣະເຈົ້າຢາເວ​ຈຶ່ງ​ຕອບ​ວ່າ, “ໂຊນ​ຢູ່​ຫັ້ນ​ເດ ພວມ​ລີ້​ຢູ່​ທາງຫລັງ​ເຄື່ອງ​ຂອງ.”


ເມື່ອ​ເປັນ​ເຊັ່ນນີ້ ກະສັດ​ໂຊນ​ຈຶ່ງ​ກ່າວ​ແກ່​ປະໂຣຫິດ​ອາຮີຢາ​ວ່າ, “ຈົ່ງ​ເອົາ​ເອໂຟດ ມາ​ທີ່​ນີ້.” (ໃນ​ຄາວນັ້ນ​ແມ່ນ​ອາຮີຢາ​ທີ່​ເປັນ​ຜູ້​ຖື​ເອໂຟດ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.)


ເວລາ​ທີ່​ກະສັດ​ໂຊນ​ກຳລັງ​ກ່າວ​ກັບ​ປະໂຣຫິດ​ຢູ່​ນັ້ນ ການ​ສັບສົນ​ວຸ້ນວາຍ​ຢູ່​ໃນ​ຄ້າຍ​ຂອງ​ພວກ​ຟີລິດສະຕິນ​ກໍ​ທະວີ​ຄວາມ​ຮ້າຍແຮງ​ຍິ່ງ​ຂຶ້ນ ກະສັດ​ໂຊນ​ເລີຍ​ເວົ້າ​ວ່າ, “ບໍ່ມີ​ເວລາ​ພໍ​ທີ່​ຈະ​ປຶກສາ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ດອກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka