1 ຊາມູເອນ 30:6 - ພຣະຄຳພີສັກສິ6 ບັດນີ້ ດາວິດເປັນທຸກໃຈຫລາຍທີ່ສຸດ ກໍເພາະຄົນທັງຫລາຍຂອງເພິ່ນເກີດມີຄວາມຂົມຂື່ນ ຍ້ອນພວກເຂົາສູນເສຍລູກເມຍ ແລະພວກເຂົາຕ່າງກໍຂູ່ວ່າຈະແກວ່ງກ້ອນຫີນໃສ່ດາວິດ, ແຕ່ດາວິດໄດ້ຊູກຳລັງໃຈຂຶ້ນໃນພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ. Uka jalj uñjjattʼäta |
ຂ້າແດ່ພຣະເຈົ້າຢາເວ ພຣະອົງແມ່ນຜູ້ທີ່ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ ແລະໃຫ້ກຳລັງວັງຊາແກ່ຂ້ານ້ອຍ; ພຣະອົງໄດ້ຊ່ວຍຂ້ານ້ອຍໃນຍາມເດືອດຮ້ອນ. ຊົນຊາດທັງຫລາຍຈະມາຫາພຣະອົງຈາກສົ້ນສຸດແຜ່ນດິນໂລກ ແລະກ່າວວ່າ, “ບັນພະບຸລຸດຂອງພວກຂ້ານ້ອຍບໍ່ມີຫຍັງເລີຍ; ມີແຕ່ພະປອມເທົ່ານັ້ນຄືຮູບເຄົາຣົບທັງຫລາຍທີ່ບໍ່ມີປະໂຫຍດ.
ທີ່ພວກເຮົາທົນທຸກນັ້ນ ກໍແມ່ນເພື່ອພວກເຈົ້າຈະໄດ້ຮັບຄວາມເລົ້າໂລມໃຈແລະຄວາມພົ້ນ ແລະທີ່ພວກເຮົາໄດ້ຮັບຄວາມເລົ້າໂລມໃຈ ກໍແມ່ນເພື່ອພວກເຈົ້າຈະໄດ້ຮັບຄວາມເລົ້າໂລມໃຈເໝືອນກັນ ແມ່ນຄວາມເລົ້າໂລມໃຈທີ່ຈະໃຫ້ເຈົ້າທັງຫລາຍສູ້ທົນຕໍ່ຄວາມທຸກລຳບາກ ເໝືອນຢ່າງພວກເຮົາໄດ້ສູ້ທົນຢູ່ນັ້ນເໝືອນກັນ.
ແລ້ວພວກອິດສະຣາເອນກໍໄດ້ໄປບ່ອນນະມັດສະການ ແລະຮ້ອງໄຫ້ຢູ່ຊ້ອງໜ້າພຣະເຈົ້າຢາເວຈົນຮອດຄໍ່າ. ພວກເຂົາໄດ້ຖາມພຣະເຈົ້າຢາເວວ່າ, “ພວກຂ້ານ້ອຍຄວນຈະອອກໄປສູ້ຮົບກັບພວກເບັນຢາມິນ ພີ່ນ້ອງຂອງພວກຂ້ານ້ອຍອີກຫລືບໍ່?” ພຣະເຈົ້າຢາເວຕອບວ່າ, “ຄວນໄປ.” ດັ່ງນັ້ນ ພວກອິດສະຣາເອນຈຶ່ງມີກຳລັງໃຈຂຶ້ນ ແລະວາງທະຫານໄວ້ແບບເກົ່າ ໃນບ່ອນທີ່ພວກເຂົາຕັ້ງທັບໃນມື້ກ່ອນນັ້ນ.
ຊາມູເອນກ່າວຕໍ່ກະສັດໂຊນວ່າ, “ເປັນຫຍັງເຈົ້າຈຶ່ງລົບກວນຂ້ອຍ? ເປັນຫຍັງຈຶ່ງເຮັດໃຫ້ຂ້ອຍກັບມາ?” ກະສັດໂຊນຕອບວ່າ, “ຂ້ານ້ອຍມີບັນຫາໜັກ ພວກຟີລິດສະຕິນເຮັດເສິກຕໍ່ສູ້ຂ້ານ້ອຍ ແລະພຣະເຈົ້າໄດ້ປະຖິ້ມຂ້ານ້ອຍ. ພຣະອົງບໍ່ຕອບຂ້ານ້ອຍເລີຍ ບໍ່ວ່າທາງຜູ້ທຳນວາຍ ຫລືທາງຄວາມຝັນ. ດັ່ງນັ້ນ ຂ້ານ້ອຍຈຶ່ງເອີ້ນທ່ານມາ ເພື່ອຢາກຮູ້ວ່າຂ້ານ້ອຍຈະຕ້ອງເຮັດຢ່າງໃດ?”