Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 30:3 - ພຣະຄຳພີສັກສິ

3 ເມື່ອ​ດາວິດ​ກັບ​ຄົນ​ທັງຫລາຍ​ຂອງຕົນ​ກັບ​ມາ​ເຖິງ ກໍ​ເຫັນ​ວ່າ​ເມືອງ​ຖືກ​ຈູດ​ຈົນ​ໝົດ​ສິ້ນ, ເມຍ​ພ້ອມ​ທັງ​ລູກຊາຍ​ກັບ​ລູກສາວ​ຂອງ​ພວກເຂົາ​ກໍ​ຖືກ​ຈັບ​ໄປ.

Uka jalj uñjjattʼäta Copia luraña




1 ຊາມູເອນ 30:3
7 Jak'a apnaqawi uñst'ayäwi  

ຄົນ​ຊອບທຳ​ທົນທຸກ​ຕໍ່​ຄວາມ​ລຳບາກ​ນາໆ​ຊະນິດ ແຕ່​ພຣະເຈົ້າຢາເວ​ຊ່ວຍ​ໃຫ້​ພົ້ນ​ຈາກ​ສິ່ງ​ເຫຼົ່ານີ້.


ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຕີສອນ ຜູ້​ທີ່​ພຣະອົງ​ຊົງ​ຮັກ ແລະ​ເມື່ອ​ພຣະອົງ​ຊົງ​ຮັບ​ຜູ້ໃດ​ເປັນ​ລູກ ພຣະອົງ​ກໍ​ຊົງ​ຂ້ຽນສອນ​ຜູ້ນັ້ນ.”


ເບິ່ງແມ! ສ່ວນ​ກຸ່ມ​ຄົນ​ທີ່​ເປັນ​ພັກພວກ​ຂອງ​ມານຊາຕານ ຄື​ຄົນ​ເວົ້າ​ຕົວະ​ເຫຼົ່ານັ້ນ​ທີ່​ອ້າງ​ວ່າ​ເປັນ​ຢິວ​ແຕ່​ບໍ່​ເປັນ​ນັ້ນ ເຮົາ​ຈະ​ໃຫ້​ພວກເຂົາ​ມາ​ຂາບ​ທີ່​ຕີນ​ຂອງ​ເຈົ້າ ແລະ​ຈະ​ໃຫ້​ພວກເຂົາ​ທຸກຄົນ​ຮູ້ຈັກ​ວ່າ​ຝ່າຍ​ເຮົາ​ໄດ້​ຮັກ​ເຈົ້າ.


ດາວິດ​ພ້ອມ​ທັງ​ຄົນ​ຂອງ​ເພິ່ນ​ແລະ​ຄອບຄົວ​ທັງໝົດ​ຂອງ​ພວກເຂົາ ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ​ກາດ. ດາວິດ​ມີ​ເມຍ​ສອງ​ຄົນ ຄື​ອາຮີໂນອາມ​ຊາວ​ຢິດຊະເຣນ ແລະ​ອາບີກາຍ​ເມຍ​ໝ້າຍ​ຂອງ​ນາບານ​ຊາວ​ກາເມນ.


ແລະ​ຈັບ​ເອົາ​ພວກຜູ້ຍິງ​ທຸກຄົນ​ໄປ. ພວກເຂົາ​ບໍ່ໄດ້​ຂ້າ​ຜູ້ໃດ​ເລີຍ, ແຕ່​ເມື່ອ​ພວກເຂົາ​ອອກ​ໜີໄປ​ນັ້ນ ພວກເຂົາ​ຈັບ​ເອົາ​ທຸກຄົນ​ໄປ​ດ້ວຍ.


ດາວິດ​ກັບ​ຄົນ​ທັງຫລາຍ​ຂອງຕົນ​ຈຶ່ງ​ຮ້ອງໄຫ້​ຈົນ​ອ່ອນເພຍ​ເສຍກຳລັງໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka