16 ດັ່ງນັ້ນ ລາວຈຶ່ງພາດາວິດໄປ. ພວກນັກປຸ້ນຕ່າງກໍກະຈັດກະຈາຍກັນຢູ່ທົ່ວແຖບນັ້ນ ທັງກິນທັງດື່ມສະຫລອງ ເນື່ອງຈາກປຸ້ນເຂົ້າຂອງມາໄດ້ຢ່າງຫລວງຫລາຍຈາກຟີລິດສະຕິນແລະຢູດາຍ.
ແລະອັບຊາໂລມໄດ້ແນະນຳຄົນຮັບໃຊ້ຂອງຕົນວ່າ, “ໃຫ້ພວກເຈົ້າສັງເກດເບິ່ງອຳໂນນ ຖ້າລາວດື່ມເຫຼົ້າເມົາຫລາຍແລ້ວ ເມື່ອຂ້ອຍອອກຄຳສັ່ງ ໃຫ້ພາກັນຂ້າລາວໂລດ. ພວກເຈົ້າບໍ່ຕ້ອງຢ້ານ. ຂ້ອຍຈະເປັນຜູ້ຮັບຜິດຊອບເອງ. ຈົ່ງກ້າຫານແລະຢ່າລັ່ງເລໃຈ.”
ຢູ່ໃນທີ່ນັ້ນ ພວກເຂົາໄດ້ສັງຫານຊາວອາມາເຫຼັກຜູ້ທີ່ລອດຊີວິດມາໄດ້ ແລະໄດ້ອາໄສຢູ່ທີ່ນັ້ນຈົນເຖິງທຸກວັນນີ້.
ຄົນຊົ່ວຊ້ານັ້ນຈະມີໄຊຊະນະຢູ່ຊົ່ວຄາວ ພວກເຂົາຈະພົບຄວາມສຸກໃນໄລຍະສັ້ນໆເທົ່ານັ້ນ.
ຂ້ານ້ອຍສຸກໃຈຍ້ອນຖ້ອຍຄຳຂອງພຣະອົງ ມີຄວາມສຸກຫລາຍເໝືອນດັ່ງຄົນທີ່ພົບສົມບັດອັນມັ່ງຄັ່ງ.
ໃນມື້ຕໍ່ມາ ພວກເຂົາໄດ້ຕື່ນແຕ່ເຊົ້າໆ ພວກເຂົາໄດ້ເຜົາສັດທັງໂຕຖວາຍບູຊາ ແລະນຳເອົາສັດໂຕອື່ນມາຂ້າກິນເພື່ອຄວາມສາມັກຄີທຳ. ປະຊາຊົນຕ່າງກໍໄດ້ນັ່ງລົງກິນແລະດື່ມ ຊຶ່ງຕໍ່ມາກໍໄດ້ມີການເຕັ້ນລຳຖວາຍບູຊາຮູບເຄົາຣົບຢ່າງເຖິງໃຈ.
ແຕ່ພວກເຈົ້າພັດຫົວເລາະ ແລະສະເຫລີມສະຫລອງກັນ. ພວກເຈົ້າໄດ້ຂ້າແກະແລະງົວກິນ ທັງມີເຫຼົ້າອະງຸ່ນດື່ມດ້ວຍ. ພວກເຈົ້າໄດ້ກ່າວວ່າ, “ຈົ່ງກິນແລະດື່ມສາ ມື້ອື່ນພວກເຮົາຈະຕາຍ.”
ພຣະອົງໃຫ້ພວກເຂົາມີຄວາມຍິນດີອັນຍິ່ງໃຫຍ່ ພຣະອົງໄດ້ເຮັດໃຫ້ພວກເຂົາມີຄວາມສຸກໃນຈິດໃຈ. ພວກເຂົາຊົມຊື່ນຍິນດີດ້ວຍສິ່ງທີ່ພຣະອົງໄດ້ກະທຳ ດັ່ງຄົນຊົມຊື່ນຍິນດີເມື່ອພວກເຂົາເກັບກ່ຽວເຂົ້າ ຫລືເໝືອນດັ່ງຄົນໂຮຮ້ອງຢ່າງຊົມຊື່ນຍິນດີ ເວລາທີ່ພວກເຂົາແບ່ງປັນຊັບສິນທີ່ຢຶດມາໄດ້.
ເມື່ອໃດພວກເຂົາເວົ້າວ່າ, “ສະຫງົບສຸກ ແລະປອດໄພດີແລ້ວ” ເມື່ອນັ້ນແຫຼະ ຄວາມພິນາດຈິບຫາຍຈະມາເຖິງພວກເຂົາໃນທັນທີ ເໝືອນດັ່ງຄວາມເຈັບປວດມາເຖິງຍິງທີ່ມີທ້ອງ ແລະພວກເຂົາຈະໜີບໍ່ພົ້ນເປັນແນ່.
ກີເດໂອນໄດ້ນຳທະຫານໄປຕາມທາງທີ່ແຄມຖິ່ນແຫ້ງແລ້ງກັນດານ ທາງທິດຕາເວັນອອກຂອງໂນບາແລະໂຢກເບຮາ ແລະເຂົ້າບຸກໂຈມຕີທະຫານເຫຼົ່ານັ້ນຢ່າງບໍ່ທັນໃຫ້ຮູ້ຕົວ.
ພວກເຮົາໄດ້ປຸ້ນເຂດແດນເນເກັບຂອງຊາວເກເຣັດທີ່ທາງພາກໃຕ້ຂອງຢູດາຍ ແລະເຂດແດນຂອງຕະກຸນກາເລັບແລະໄດ້ຈູດເມືອງຊິກລັກຖິ້ມ.”
ດາວິດຖາມລາວວ່າ, “ໃຫ້ເຈົ້າພາຂ້ອຍໄປຫາພວກນັກປຸ້ນນັ້ນໄດ້ບໍ່?” ລາວຕອບວ່າ, “ຖ້າທ່ານສັນຍາຕໍ່ຂ້ານ້ອຍຊ້ອງພຣະພັກພຣະເຈົ້າວ່າ ຈະບໍ່ສັງຫານຂ້ານ້ອຍຫລືມອບຂ້ານ້ອຍໃຫ້ນາຍຄືນ ຂ້ານ້ອຍກໍຈະພາທ່ານໄປ.”