Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 30:12 - ພຣະຄຳພີສັກສິ

12 ໝາກເດື່ອ​ແຫ້ງ ແລະ​ໝາກອະງຸ່ນ​ສອງ​ມັດ​ໃຫ້​ລາວ​ກິນ. ເມື່ອ​ກິນ​ອີ່ມ​ແລ້ວ ລາວ​ກໍ​ມີ​ແຮງ​ຂຶ້ນ​ເພາະ​ລາວ​ບໍ່ໄດ້​ກິນ​ແລະ​ດື່ມ​ຫຍັງ ເປັນ​ເວລາ​ສາມ​ວັນ​ແລ້ວ.

Uka jalj uñjjattʼäta Copia luraña




1 ຊາມູເອນ 30:12
9 Jak'a apnaqawi uñst'ayäwi  

“ຈົ່ງ​ໄປ​ທ້ອນໂຮມ​ເອົາ​ພວກ​ຢິວ​ໃນ​ນະຄອນ​ຊູຊາ; ໃຫ້​ພາກັນ​ຖືສິນ​ອົດອາຫານ ແລະ​ພາວັນນາ​ອະທິຖານ​ເພື່ອ​ຂ້ອຍ. ຢ່າ​ກິນ ຫລື​ດື່ມ​ຫຍັງ​ພາຍ​ໃນ​ສາມ​ວັນ​ສາມ​ຄືນ. ຂ້ອຍ​ກັບ​ສາວໃຊ້​ຂອງຂ້ອຍ​ກໍ​ຈະ​ປະຕິບັດ​ຢ່າງ​ດຽວກັນ. ຫລັງຈາກ​ນີ້​ຂ້ອຍ​ຈະ​ໄປ​ຫາ​ກະສັດ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ການ​ຝ່າຝືນ​ກົດໝາຍ​ກໍຕາມ. ຖ້າ​ຂ້ອຍ​ຕາຍ​ຍ້ອນ​ກະທຳ​ເຊັ່ນ​ນີ້ ຂ້ອຍ​ກໍ​ຍອມ.”


ປະຊາຊົນ​ຄໍ່າຄວນ​ຂະນະທີ່​ຊອກ​ຫາ​ເຂົ້າຈີ່​ກິນ ພວກເຂົາ​ແລກປ່ຽນ​ຊັບສິນ​ກັບ​ອາຫານ ເພື່ອ​ໃຫ້​ມີ​ຊີວິດ​ຢູ່. ຊາວ​ເມືອງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຫລຽວເບິ່ງ​ດ້ວຍ! ເບິ່ງ​ວ່າ​ຍາກຈົນ​ເທົ່າ​ໃດ.”


ພຣະເຈົ້າຢາເວ​ໄດ້​ສັ່ງ​ປາໃຫຍ່​ໂຕໜຶ່ງ​ໃຫ້​ມາ​ກືນກິນ​ໂຢນາ ແລະ​ເພິ່ນ​ກໍ​ຢູ່​ໃນ​ທ້ອງ​ປາ​ເປັນ​ເວລາ​ສາມວັນ​ສາມຄືນ.


ແລະ​ເວົ້າ​ວ່າ, “ທ່ານເອີຍ ພວກ​ຂ້າພະເຈົ້າ​ຈື່​ໄດ້​ວ່າ ເມື່ອ​ຄົນ​ຫລອກລວງ​ຜູ້​ນັ້ນ​ຍັງ​ມີ​ຊີວິດ​ຢູ່ ໄດ້​ເວົ້າ​ວ່າ, ‘ຫລັງຈາກ​ສາມ​ວັນ​ແລ້ວ ເຮົາ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.’


ແລ້ວ​ພຣະເຈົ້າ​ກໍໄດ້​ບັນດານ​ໃຫ້​ມີ​ນໍ້າ​ອອກບໍ່​ໃນ​ຂຸມ​ບ່ອນ​ໜຶ່ງ​ທີ່​ເມືອງ​ເລຮີ. ແຊມຊັນ​ຈຶ່ງ​ດື່ມ​ແລະ​ມີ​ແຮງ​ອີກ. ລາວ​ຈຶ່ງ​ເອີ້ນ​ບໍ່ນໍ້າ​ນີ້​ວ່າ ເອັນຮັກກໍເຣ ຊຶ່ງ​ຍັງ​ຢູ່​ໃນ​ເມືອງ​ເລຮີ​ຈົນເຖິງ​ເທົ່າ​ທຸກ​ວັນນີ້.


ແຕ່​ໂຢນາທານ​ບໍ່ໄດ້ຍິນ​ຄຳສາບແຊ່ງ​ທີ່​ພໍ່​ຂອງຕົນ​ໃຊ້​ຂູ່ຂວັນ​ປະຊາຊົນ; ດັ່ງນັ້ນ ລາວ​ຈຶ່ງ​ເອົາ​ໄມ້ເທົ້າ​ແທງ​ຮັງ​ເຜິ້ງ ແລະ​ເອົາ​ນໍ້າເຜິ້ງ​ມາ​ກິນ. ໃນ​ທັນໃດນັ້ນ ເພິ່ນ​ກໍ​ຮູ້ສຶກ​ມີ​ແຮງ​ຂຶ້ນ.


ຕໍ່ມາ ຄົນ​ຂອງ​ດາວິດ​ໄດ້​ພົບ​ຊາຍໜຸ່ມ​ຊາວ​ເອຢິບ​ຜູ້ໜຶ່ງ​ຢູ່​ກາງ​ທົ່ງ ພວກເຂົາ​ຈຶ່ງ​ນຳ​ລາວ​ມາ​ຫາ​ດາວິດ. ພວກເຂົາ​ໄດ້​ເອົາ​ເຂົ້າ, ນໍ້າ,


ດາວິດ​ຖາມ​ລາວ​ວ່າ, “ເຈົ້າ​ມາ​ແຕ່​ໃສ ນາຍ​ຂອງ​ເຈົ້າ​ແມ່ນ​ຜູ້ໃດ?” ລາວ​ຕອບ​ວ່າ, “ຂ້ານ້ອຍ​ເປັນ​ຄົນ​ເອຢິບ ທາດຮັບໃຊ້​ຂອງ​ຊາວ​ອາມາເຫຼັກ ນາຍ​ຂອງ​ຂ້ານ້ອຍ​ປະ​ຂ້ານ້ອຍ​ໄວ້​ສາມ​ວັນ​ແລ້ວ​ເພາະ​ຂ້ານ້ອຍ​ໄຂ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka